ລາວຖະແຫຼງຢ່າງເປັນທາງການກ່ຽວກັບສະຖານະການຄວາມເຄັ່ງຕຶງຢູ່ຊາຍແດນກຳປູເຈຍ

ໃນຕອນເຊົ້າຂອງວັນທີ 27 ສິງຫາ ຢູ່ທີ່ກະຊວງການຕ່າງປະເທດຂອງລາວ, ທ່ານ ອານຸສິດ ຄັດຕິຍະລາດ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ໄດ້ຈັດຖະແຫຼງຂ່າວຢ່າງເປັນທາງການກ່ຽວກັບສະຖານະການໃນພື້ນທີ່ຊາຍແດນລາວ-ກຳປູເຈຍ.

“ໃນອາທິດແລ້ວນີ້ ໄດ້ມີການເຜຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງຜ່ານທາງສື່ສັງຄົມອອນໄລ ກ່ຽວກັບສະຖານະການຢູ່ຊາຍແດນລາວ-ກຳປູເຈຍ, ເຊິ່ງຝ່າຍລາວແມ່ນຢູ່ຕອນເທິງຂອງເຊລຳເພົາ ເມືອງມູນລະປະໂມກ ແຂວງຈຳປາສັກ ເຊິ່ງມີຊາຍແດນຕິດກັບເມືອງແສບ ແຂວງພະວິຫານ ປະເທດກຳປູເຈຍ.

ແຈ້ງຂ່າວຢ່າງເປັນທາງການວ່າ ພື້ນທີ່ດັ່ງກ່າວຍັງມີຄວາມໝັ້ນຄົງດີ, ແລະ ທັງສອງປະເທດກໍ່ບໍ່ມີການປະທະກັນແຕ່ຢ່າງໃດ. ບໍ່ມີສະພາບຄວາມເຄັ່ງຕຶງໃດໆ ແລະ ບໍ່ໄດ້ເກີດບັນຫາໃຫຍ່ຫຼວງໃດໆ. ບໍ່ມີການປະທະກັນທາງທະຫານ ແລະ ບໍ່ມີສະພາບອື່ນໆທີ່ກ່ຽວຂ້ອງໃດໆ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/08/27/laos-gives-official-statement-on-cambodian-border-tension/