ການຂົນສົ່ງວັກຊິກປ້ອງກັນພະຍາດໂຄວິດ-19 ຈາກ ສປ ຈີນ ໄດ້ມາຮອດລາວ

ລັດຖະບານຈີນ ໄດ້ນຳສົ່ງວັກຊິນປ້ອງກັນຍາດໂຄວິດ-19 ຍີ່ຫໍ້ຊີໂນຟາມ ເພິ່ມເຕີມຈຳນວນ 1 ລ້ານໂດສ ແລະ ອຸປະກອນທາງການແພດລວມມີເຂັມສັກຢາຕ່າງໆ ເພື່ອຊຸກຍູ້ຄວາມພະຍາຍາມຂອງ ສປປ ລາວໃນການຕ້ານການແຜ່ລະບາດຂອງພະຍາດ. ວັກຊິນຈະພຽງພໍສຳລັບປະຊາກອນ 500,000 ຄົນ ຊຶ່ງການຂົນສົ່ງດັ່ງກ່າວທັງໝົດແມ່ນໄດ້ມາເຖິງ ນະຄອນຫຼວງວຽງຈັນ ໃນວັນເສົາທີ່ຜ່ານມານີ້.​ ອ່ານຕໍ່ທີ່ນີ້  ...

ເພັດໂພໄຊ ແສງປະເສີດ

ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ

ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ  ...

ໜ່ວຍງານໂຄສະນາ

ປະເທດໄທ ເຫັນດີອຳນວຍຄວາມສະດວກສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນດາແຮງງານລາວ

ອີງຕາມຂໍ້ຕົກລົງທາງການ  ຈາກສະຖາທູດລາວປະຈຳປະເທດໄທກ່າວວ່າ ລັດຖະບານໄທໄດ້ຕົກລົງອຳນວຍຄວາມສະດວກໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ຕ່າງປະເທດ ລວມທັງແຮງງານລາວທີ່ອາໃສຢູ່ປະເທດໄທ. ຊຶ່ງຈະໄດ້ດຳເນີນການສັກໃຫ້ກຸ່ມບູລິມະສິດທີ່ມີອາຍຸ 60 ປີຂື້ນໄປແລະ ຜູ້ທີ່ມີພະຍາດປະຈຳຕົວ. ອ່ານເພິ່ມເຕີມ  ...

ໄພບູນ ທະນະບົວສີ

ການເພິ່ມຂື້ນຂອງຂະບວນການຄ້າມະນຸດໃນເພດຍິງໄປປະເທດຈີນທ່າມກາງພະຍາດລະບາດໂຄວິດ-19

ຂະບວນການຄ້າມະນຸດຂອງເພດຍິງຈາກ ປະເທດລາວ ເພື່ອໄປເປັນເມຍຂອງເພດຊາຍຈີນ ຫຼື ໄປເຮັດວຽກໃນອາຊີບຂາຍບໍລິການທາງເພດໄດ້ເພິ່ມຂື້ນ ຍ້ອນຄວາມກົດດັນທາງເສດຖະກິດໃນຊ່ວງພະຍາດລະບາດໂຄວິດ-19.ການຄ້າມະນຸດໂດຍທົ່ວໄປແມ່ນດຳເນີນໂດຍຜ່ານຮູບແບບການເປັນນາຍໜ້າ ທີ່ໄດ້ຊອກຫາໄວໜຸ່ມເພດຍິງ ຫຼື ດ້ວຍການຕົວຍວະໂນ້ມນ້າວພໍ່ແມ່ຂອງເຂົາເຈົ້າ ເພື່ອໃຫ້ລູກສາວເຂົາເຈົ້າແຕ່ງການກັບຊາວຕ່າງຊາດ. ນາຍໜ້າເລິ່ມຕົ້ນຈາກການຊ່ອງຫາຜ່ານທາງເຟສບຸກ ແລະ ດ້ວຍການຍື່ນຄຳໝັ້ນສັນຍາວ່າເງິນຈະຕາມມາພາຍຫຼັງການແຕ່ງງານກັບເພດຊາຍຈີນ. ອ່ານເພິ່ມຕື່ມ  ...

ໄພບູນ ທະນະບົວສີ

ສປປ ລາວ ພົບຜູ້ຕິດເຊື້ອສາຍພັນເດລຕ້າ ເປັນກໍລະນີທຳອິດ

ໃນ 6 ກໍລະນີໃໝ່ຕາມການລາຍງານຢູ່ແຂວງ ຈຳປາສັກ, ສາມຄົນທີ່ກັບຄືນມາຈາກປະເທດໄທ ໄດ້ກວດພົບເຊື້ອໂຄວິດ-19 ສາຍພັນ Delta, ຕາມການລາຍງານຂອງໜ່ວຍງານສະເພາະກິດແຫ່ງຊາດ ໄດ້ປະກາດໃນວັນພຸດ. ການກະຈາຍຂອງເຊື້ອ Delta ສ້າງຄວາມວິຕົກກັງວົນໃນທົ່ວໂລກຍ້ອນເປັນສາເຫດໃຫ້ເສຍຊີວິດຢ່າງໄວວາ, ໄວເຖິງ 40 ເປີເຊັນ ທຽບກັບສາຍພັນ Alpha.ສືບຕໍ່ອ່ານ  ...

ເພັດໂພໄຊ ແສງປະເສີດ

ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ

ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19.  ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້.  ...

ລັດສະໝີ ພອນວິໄລ

ສປປ ລາວ ສືບຕໍ່ມາດຕະການປ້ອງກັນໂຄວິດ-19 ໂດຍຍັງຕ້ອງເອົາໃຈໃສ່ເຂດສ່ຽງ

ນາຍົກລັດຖະມົນຕີອອກ ແຈ້ງການສືບຕໍ່ປະຕິບັດມາດຕະການເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19, ສະບັບເລກທີ 595/ຫສນຍ , ຊຶ່ງໄດ້ລະບຸບາງນະໂຍບາຍໂຍະຍານ ແລະ ສືບຕໍ່ເຄັ່ງຄັດບາງມາດຕະການ. ອ່ານເພິ່ມເຕີມ .  ...

ລັດສະໝີ ພອນວິໄລ

ວັກຊິນໄຟເຊີ (Pfizer) ຈະຖືກນຳໃຊ້ເພື່ອປົກປ້ອງກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ

ການສົ່ງຢາວັກຊີນ 100,620  ໂດສ ໄດ້ມາຮອດລາວໃນວັນຈັນ, ໂດຍການໃຫ້ບໍລິສັດ COVAX Facility ເປັນຄູ່ຮ່ວມມືລະຫວ່າງອົງການ ນະວັດຕະກຳເພື່ອຕ້ານພະຍາດລະບາດ, Gavi, ໜ່ວຍງານວັກຊິນພັນທະມິດ, ອົງການ UNICEF, ແລະ ອົງການອະນາໄມໂລກ (WHO).ລັດຖະບານຈະນຳໃຊ້ປະລິມານດັ່ງກ່າວ ເພື່ອສັກໃຫ້ແກ່ປະຊາຊົນຈຳນວນ 50.300 ສຳລັບກຸ່ມສ່ຽງ ແລະມີພະຍາດປະຈຳຕົວ; ການສັກຢາວັກຊີນຮອບໃໝ່ ຈະເລີ່ມຕົ້ນໃນເດືອນໜ້າ, ໂດຍຈະໃຊ້ໃນນະຄອນຫຼວງວຽງຈັນ ແລະ ບາງນະຄອນ/ແຂວງໃຫຍ່ຕາມລຳດັບຂອງຈຳນວນທີ່ມີການແຜ່ລະບາດຫຼາຍໃນຊຸມຊົນ. ອ່່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ພາກສ່ວນສັງຄົມພົນລະເຮືອນປະກອບສ່ວນຊຸກຍູ້ລັດຖະບານເພື່ອຮັບມືກັບການປ້ອງກັນພະຍາດລະບາດ COVID-19 ຢູ່ບັນດາ10 ທົ່ວປະເທດ

ໃນວັນທີ 28 ພຶດສະພາ, 10 ອົງການຈັດຕັ້ງທາງສັງຄົມພົນລະເຮືອນ (CSOs)  ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ເພື່ອຕອບສະໜອງ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ. ຊຶ່ງເປັນຂໍ້ຕົກລົງຮ່ວມກັບ Plan International ກຳນົດເວລາ 12 ເດືອນ ເພື່ອຈັດຕັ້ງປະຕິບັດກິດຈະກຳ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການລະບາດ COVID-19 ຫຼື (CiSAC) ໃນໄລຍະຍາວ. ໂຄງການນີ້ແມ່ນທຶນສະໜັບສະໜູນຈາກສະຫະພາບເອີຣົບຕໍ່ລັດຖະບານລາວ.ອ່ານເພິ່ມເຕີມ   ...

ຂ່າວສານປະເທດລາວ

ປະຊາກອນຫຼາຍກ່ວາ 84,000 ຄົນກຳລັງເຂົ້າສູ່ພາວະຄວາມທຸກຍາກຈາກຜົນກະທົບຂອງພະຍາດລະບາດ

ສະຖິຕິໄດ້ຊີ້ໃຫ້ເຫັນວ່າປະຊາກອນຈຳນວນ 84,418 ຄົນວ່າງງານ ແລະ ປະສົບຄວາມຫຍຸ້ງຍາກຫຼາຍຢ່າງທາງການເງິນທົ່ວປະເທດ ເນື່ອງຈາກຜົນກະທົບຂອງໂຄວິດ-19 ລວມທັງຜູ້ທີ່ອອກຈາກວຽກຢູ່ປະເທດອື່ນນຳເຊັ່ນກັນ. ຕົວເລກດັ່ງກ່າວແມ່ນໄດ້ຮັບຮອງໂດຍອຳນາດການປົກຄອງບ້ານ ພາຍຫລັງການສຳຫຼວດຄົວເຮືອນທຸກຍາກ ແລະ ມີລາຍຮັບຕ່ຳ ຈາກການປະເມີນຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ.ອ່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BBYRd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!