ສປປ ລາວ ພົບໜຶ່ງກໍລະນີເສຍຊີວິດດ້ວຍພະຍາດໂຄວິດ-19

ຊາວຫວຽດນາມເພດ ອາຍຸ 53 ປີ ໄດ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ປະເທດລາວ, ເຊິ່ງເປັນການເສຍຊີວິດກໍລະນີທຳອິດຈາກເຊື້ອໄວຣັດດັ່ງກ່າວໃນປະເທດ ຕາມການລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມແຫ່ງຊາດຂອງ Covid-19 ໄດ້ໃນວັນອາທິດຜ່ານມານີ້. ຜູ້ຍິງຄົນນີ້ເຮັດວຽກຢູ່ສະໂມສອນຄາຣາໂອເກະ ຢູ່ບ້ານນາໄຊ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍຜູ້ກ່ຽວໄດ້ມີພະຍາດປະຈຳຕົວເຊັ່ນເບົາຫວານ ຈຶ່ງເຮັດໃຫ້ເກີດອາການແຊກຊ້ອນ ແລະ ເຮັດໃຫ້ສະພາບການຂອງນາງຊຸດໂຊມລົງພາຍໃນເວລາພຽງສອງສາມມື້ເທົ່ານັ້ນ. ສືບຕໍ່ອ່ານ  ...

ສົມສັກ ພົງຂາວ

ສືບຕໍ່ຂະຫຍາຍກຳນົດເວລາລອກດາວຈົນເຖິງວັນທີ 20 ພຶດສະພາ

ລັດຖະບານໄດ້ຂະຫຍາຍກຳນົດເວລາລອກດາວໄປຕື່ມອີກ 15​ ວັນ ຈົນເຖິງວັນທີ 20 ພຶດສະພາ ເນື່ອງຈາກຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19​ ຍັງສືບຕໍ່ເພິ່ມຂື້ນ. ລັດຖະບານ ໄດ້ອອກມາດຕະການລອກດາວພາຍໃນນະຄອນຫຼວງວຽງຈັນນັບຕັ້ງແຕ່ ວັນທີ 22 ເມສາ ພາຍຫຼັງການແຜ່ລາມຢ່າງຂວາງຂອງພະຍາດລະບາດ ຕິດຕາມດ້ວຍ 17 ແຂວງກໍໄດ້ອອກມາດຕະການເຊັ່ນດຽວກັນໃນວັນຕໍ່ໆມາ.  ວີດີໂອງານຖະແຫຼງຂ່າວທາງການ.ອ່ານເພິ່ມເຕີມ  ...

ສຸກສາຄອນ ແວ່ນແກ້ວ

ໂຮງໝໍພາກສະໜາມແຫ່ງທີສອງໄດ້ເປີດນຳໃຊ້

ສະໜາມກິລາໃນຮົ່ມລ້ານຊ້າງ ໄດ້ຖືກປັບປຸງໃຫ້ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ປ່ວຍພະຍາດໂຄວິດ-19 ຢູ່ໃນນະຄອນຫຼວງວຽງຈັນພາຍຫຼັງໄດ້ຈຳນວນຜູ້ຕິດເຊື້ອເພິ່ມຂື້ນໃນປັດຈຸບັນ. ໂຮງໝໍຫຼັງດັ່ງກ່າວໄດ້ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງປະກອບມີ 303​ ຕຽງນອນ. ອ່ານເພິ່ມເຕີມ  ...

ຜູ້ລາຍງານຂ່າວທາມສ໌

ອັດຕາການຕິດເຊື້ອພະຍາດໂຄວິດ-19 ຍັງສືບຕໍ່ເພິ່ມຂື້ນ

ຈຳນວນກໍລະນີຜູ້ຕິດເຊື້ອໂຄວິດ-19 ໄດ້ຖືບຕົວສູງຂື້ນຢ່າງໄວວາ ຈຶ່ງເຮັດໃຫ້ມີມາດຕະການທີ່ເຂັ້ມງວດຂື້ນກ່ວາເກົ່າ ແລະ ມີການປິດລ້ອມ ເພື່ອກັກກັນເຊື້ອໄວຣັດ. ກ່ອນປີໃໝ່ລາວ, ພາຍໃນປະເທດ ມີພຽງແຕ່ 59 ກໍລະນີຜູ້ຕິດເຊື້ອເທົ່ານັ້ນ ແຕ່ພາຍຫຼັງສອງສາມອາທິດຜ່ານມາ, ໄດ້ມີການເພິ່ມຂື້ນຫລາຍກວ່າ 900 ຄົນ ທີ່ໄດ້ກວດພົບເຊື້ອໄວຣັດ. ອ່ານເພິ່ມເຕີມ  ...

ສົມສັກ ພົງຂາວ

ໂຮງໝໍທີ່ພັກຊົ່ວຄາວ ຖືກສ້າງຂື້ນສືບເນື່ອງຈາກການເພິ່ມຂື້ນຂອງພະຍາດລະບາດໂຄວິດ-19

ຄະນະກຳມະການວຽກງານປ້ອງກັນ ແລະ ຄວບຄຸມ Covid-19 ແຫ່ງຊາດ ກຳລັງກະກຽມໂຮງໝໍຊົ່ວຄາວ ທ່າມກາງການເພີ່ມຂື້ນຂອງ ຈຳນວນກໍລະນີ Covid-19. ອີງຕາມການໃຫ້ຂ່າວໂດຍຫຍໍ້ຕໍ່ສື່ມວນຊົນ ໃນວັນທີ 25 ເມສາ ຂອງ ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ທ່ານ ດຣ ລັດຕະນະໄຊ ເພັດເພັດສະຫວັນ ກ່າວວ່າເຈົ້າໜ້າທີ່ ໄດ້ກວດກາສະຖານທີ່ ທີ່ສະເໜີໃຫ້ນຳໃຊ້ເປັນໂຮງໝໍຊົ່ວຄາວ ທີ່ອາດຈະຖືກນຳໃຊ້ ຖ້າກໍລະນີໂຮງໝໍທີ່ມີຢູ່ນັ້ນເຕັມ. ສືບຕໍ່ອ່ານ  ...

ຜູ້ລາຍງານຂ່າວທາມສ໌

ອຳນາດການປົກຄອງ ເປີດການລົງທະບຽນອອນລາຍ ສຳລັບການສັກຢາກັນພະຍາດໂຄວິດ-19 ໃນລາວ

ກະຊວງສາທາລະນະສຸກ ໄດ້ເປີດໂຄງການລົງທະບຽນອອນລານ ເພື່ອສັກຢາວັກຊີນໂຄວິດ-19 ໂດຍແນໃສ່ກຸ່ມບູລິມະສິດ. ອີງຕາມການປະກາດຂອງສູນຂ່າວສານ ແລະ ການສຶກສາເພື່ອສຸຂະພາບ, ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ພົນລະເມືອງຕ່າງປະເທດຈະສາມາດລົງທະບຽນ ອອນລາຍ ສຳລັບສັກຢາວັກຊີນ Covid-19 ໄດ້.ສືບຕໍ່ອ່ານ ...

ໄພບູນ ທະນະບົວສີ

ວຽງຈັນລອກດາວ ເພື່ອປ້ອງກັນໂຄວິດ-19

ນາຍົກໄດ້ອອກ ຄຳສັ່ງປິດຕົວເມືອງນະຄອນຫຼວງວຽງຈັນເປັນເວລາ 14 ວັນ ເນື່ອງຈາກ ມີກໍລະນີຕິດພະຍາດເພີ່ມຂື້ນ, ໃນຂະນະທີ່ບັນດາແຂວງອື່ນໆກໍ່ຖືກຮຽກຮ້ອງໃຫ້ພິຈາລະນາເພີ່ມທະວີມາດຕະການປ້ອງກັນເຊັ່ນກັນ. ພາຍຫຼັງທີ່ນະຄອນຫຼວງຂອງປະເທດໄດ້ປະກາດພົບຜູ້ຕິດເຊື້ອໂຄວິດ-19ເປັນ 20 ກໍລະນີ ໃໝ່ ໂດຍເຊື່ອກັນວ່າເລິ່ມເກີດຂື້ນໃນຊ່ວງວັນພັກປີໃໝ່ລາວ.  ເອກະສານທາງການສາມາດດາວໂຫຼດໄດ້ທີ່ນີ້ >>> ອ່ານເພິ່ມເຕີມ.  ...

ລັດສະໝີ ພອນວິໄລ

ອົງການອາຫານໂລກສະໜັບສະໜູນເງິນ 1 ລ້ານໂດລາສະຫະລັດເພື່ອລ້ຽງອາຫານຊາວຜູ້ອົບພະຍົບທີ່ກັບມາ

ອົງການອາຫານໂລກ (WFP) ໄດ້ມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ໃນການສະໜອງອາຫານໃຫ້ແກ່ຜູ້ອົບພະຍົບທີ່ກັບຄືນມາ ແລະ ຈັດສັນທີ່ພັກຊົ່ວຄາວຢູ່ສູນກັກກັນໃນແຂວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ, ຈຳປາສັກ ແລະແຂວງໄຊຍະບູລີ. ພວກເຮົາເຫຼົ່ານັ້ນ ຈະໄດ້ຮັບອາຫານທີ່ມີທາດບຳລຸງ 3 ຄາບຕໍ່ມື້ ເຊິ່ງຊ່ວຍປ້ອງກັນພະຍາດ ແລະ ຮັກສາສຸຂະພາບຂອງເຂົາເຈົ້າ, ພ້ອມດຽວກັນນັ້ນກໍ່ຍັງຊ່ວຍຫຼຸດຜ່ອນພາລະດ້ານການເງິນໃນການຍ້າຍຖິ່ນຖານຂອງເຂົາເຈົ້າ ແລະ ຄອບຄົວ.ອ່ານເພິ່ມເຕີມ  ...

ເພັດໂພໄຊ ແສງປະເສີດ

ລັດຖະບານຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19

ລັດຖະບານ ຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ກ້ວາງອອກຕື່ມ ຊຶ່ງຈະລວມມື ພະນັກງານທີ່ເຮັດວຽກກ່ຽວກັບການຂົນສົ່ງ, ພະນັກງານທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ແລະ ທະນາຄານ, ຜູ້ປະກອບການ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ພະນັກງານຄູ-ອາຈານ, ພະນັກງານຂົງເຂດໄຟຟ້າ ແລະ ນ້ຳປະປາ; ອີງຕາມພະແນກສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ, ກະຊວງສາທາລະນະສຸກ.  ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ສປປ ລາວ ເປີດບໍລິການລົງທະບຽນອອນລາຍ ເພື່ອຮັບວັກຊິນປ້ອງກັນໂຄວິດ-19

ສປປ ລາວ ໄດ້ຈັດຕັ້ງໂຄງການລົງທະບຽນອອນລາຍ ເພື່ອຮັບວັກຊິກປ້ອງກັນໂຄວິດ-19 ໂດຍເນັ້ນໃສ່ບັນດາກຸ່ມສ່ຽງເປັນບູລິມະສິດ. ອີງຕາມແຈ້ງການຂອງ ສູນຂ່າວສານການແພດສຸຂະສຶກສາ ກ່າວວ່າ ການສັກຢາວັກຊິນປ້ອງກັນໂຄວິດ-19 ຈະມີຂື້ນໃນວັນທີ 2-3 ເມສາ ທີ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຫ່ງຕ່າງຢູ່ນະຄອນຫຼວງວຽງຈັນ. ຜູ້ທີ່ມີເງື່ອນໄຂສາມາດລົງທະບຽນສັກຢາກັນພະຍາດໄດ້ທາງເວັບໄຊທ໌ທາງການ http://vaccinatelaos.la ຫຼື  www.covid19.gov.la. ອ່ານເພິ່ມເຕີມ ...

ໄພບູນ ທະນະບົວສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

WHEG3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!