ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການກຽມພ້ອມຮັບມືຕໍ່ໄພພິບັດ ແລະ ຮັບມືສຸກເສີນ

ອຳນາດການປົກຄອງພາກໃຕ້ ເລັ່ງມືໃນການປະເມີນຄວາມເສຍຫາຍຫຼັງນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກຳລັງເລັ່ງມືການປະເມີນຄວາມເສຍຫາຍ ແລະ ການສູນເສຍຍ້ອນໄພນ້ຳຖ້ວມ ເນື່ອງຈາກການພັດຜ່ານຂອງພະຍຸເຂດຮ້ອນໂປດູ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ເຊັ່ນອາຄານໂຮງຮຽນ ທາງພາກໃຕ້ຂອງລາວ.ວານນີ້ ເຈົ້າໜ້າທີ່ຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ໄດ້ທາງກະຊວງຮຽກຮ້ອງໃຫ້ເຈົ້າໜ້າທີ່ທ້ອງຖິ່ນໃນໂຮງຮຽນທີ່ປະສົບໄພນ້ຳຖ້ວມ ເລັ່ງມືການປະເມີນຄວາມເສຍຫາຍທັງໝົດ ແລະ ລາຍງານຜົນສະຫຼຸບເປັນຕົວເລກໃຫ້ແກ່ກະຊວງ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/southern-laos-speeds-school-damage-appraisal-after-flooding-104379

ລັດຖະບານອອກມາດຕະການແກ້ໄຂກັບຜົນກະທົບຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເນັ້ນໜັກກ່ຽວກັບຄວາມພຽງພໍໃນການສະໜອງອາຫານ ແລະ ນ້ຳສະອາດ ຄຽງຄູ່ກັບຄວາມປອດໄພ ແລະ ການປ້ອງກັນພະຍາດ ສຳລັບຊຸມຊົນທີ່ປະສົບໄພນ້ຳຖ້ວມທີ່ຍັງຄົງພັກອາໄສຢູ່ໃນສູນພັກອາໄສຊົ່ວຄາວ.ລັດຖະບານໄດ້ຮັບຮອງມາດຕະການເພື່ອແກ້ໄຂນ້ຳຖ້ວມໃນປີນີ້ ໃນກອງປະຊຸມປະຈຳເດືອນໃນວັນຈັນຜ່ານມາ, ພາຍໃຕ້ການເປັນປະທານການຫາລືຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/lao-govt-decides-measures-address-flood-impact-104378

ພື້ນທີ່ປະສົບໄພນ້ຳຖ້ວມຕ້ອງການການຊ່ວຍເຫຼືອດ່ວນຈາກທົ່ວປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງແມ່ນວ່າລະດັບນ້ຳຈະຫຼຸດລົງຢ່າງຕໍ່ເນື່ອງ, ປະຊາຊົນຫຼາຍພັນຄົນທີ່ປະສົບໄພຢູ່ແຂວງພາກໃຕ້ ກຳລັງປະສົບກັບຄວາມອຶດຫິວ ແລະ ຕ້ອງການການຊ່ວຍເຫຼືອຈາກລັດຖະບານ, ອົງການຈັດຕັ້ງ ແລະ ມະຫາຊົນ.ປະຊາຊົນທີ່ປະສົບໄພຍັງບໍ່ໄດ້ຮັບການສະໜອງອາຫານ, ນ້ຳດື່ມ, ອຸປະກອນແຕ່ງກິນ, ເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນ.ພະຍຸເຂດຮ້ອນໂພດູ ໄດ້ພັດຜ່ານປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາຕໍ່ໃສ່ຕົ້ນເດືອນກັນຍາ ເຮັດໃຫ້ເກີດຝົນຕົກໜັກ, ປະຊາຊົນ 377,703 ຄົນຈາກ 175,422 ຄອບຄົວ ໃນ 1,466 ບ້ານ, 43 ເມືອງໃນແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/feature-flood-hit-regions-need-nation%E2%80%99s-assistance-now-103967

ອຳນາດການປົກຄອງສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງພວມດຳເນີນການສ້ອມແປງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ ຖະໜົນ, ຂົວ, ໂຮງຮຽນ ແລະ ໂຮງໝໍ ເພື່ອຮັບປະກັນໃຫ້ຜູ້ປະສົບໄພທີ່ສູນຊ່ວຍເຫຼືອ ມີສຸຂະພາບທີ່ສົມບູນ ແລະ ໄດ້ຮັບອາຫານ ແລະ ນ້ຳດື່ມຢ່າງພຽງພໍ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນທີ່ນະຄອນວຽງຈັນ ໃນມື້ວານນີ້ວ່າ ທາງອຳນາດການປົກຄອງຍັງຄົງສືບຕໍ່ເຮັດວຽກຮ່ວມກັບເຈົ້າໜ້າທີ່ຕຳຫຼວດ, ທະຫານ ກໍຄືອາສາສະໝັກ ໃນການຈັດຕັ້ງການຊ່ວຍເຫຼືອສຸກເສີນ. ທີມປະເມີນເຫດສຸກເສີນຍົງຄົງສືບຕໍ່ລົງພື້ນທີ່ ເພື່ອປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການຂອງປະຊາຊົນ ເພື່ອໃຫ້ອຳນາດການປົກຄອງຟື້ນຟູສະຖານະການຫຼັງໄພພິບັດໃຫ້ກັບສູ່ສະພາບປົກກະຕິ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/authorities-continue-help-victims-flood-hit-lao-provinces-103886

ລາວເລັ່ງມືການຊ່ວຍເຫຼືອໄພນ້ຳຖ້ວມຢູ່ແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) –  ວານນີ້ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ປະຊຸມຢູ່ນະຄອນວຽງຈັນ ເພື່ອຫາລືວິທີການປັບປຸງການສົ່ງມອບການຊ່ວຍເຫຼືອໄພພິບັດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຫົກແຂວງພາກໃຕ້, ໂດຍສະເພາະແມ່ນການສະໜອງນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍໃນຄົວເຮືອນທີ່ຈຳເປັນ.ເປັນປະທານໃນກອງປະຊຸມດັ່ງກ່າວມີທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/lao-speeding-flood-assistance-southern-provinces-103794

ລັດຖະບານໃຫ້ການຊ່ວຍເຫຼືອ, ເຝົ້າຕິດຕາມຜູ້ປະສົບໄພນ້ຳຖ້ວມຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) – ພະນະທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີ, ການນຳລັດຖະບານ ແລະ ອຳນາດການປົກຄອງຂັ້ນແຂວງໄດ້ລົງຢ້ຽມຢາມປະຊາຊົນໃນອາທິດແລ້ວນີ້ ໃນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫວ່າງໝໍ່ໆມານີ້.ໃນລະຫວ່າງການລົງຢ້ຽມຢາມແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ໃນວັນທີ 7 ກັນຍານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕາງໜ້າລັດຖະບານມອບເງິນຈຳນວນ 1.2 ຕື້ກີບ ໃຫ້ແກ່ອຳນາດການປົກຄອງເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ທ່ານໄດ້ຊີ້ນຳໃຫ້ອຳນາດການປົກຄອງທ້ອງຖິ່ນ ເລັ່ງໃສ່ການອົບພະຍົບປະຊາຊົນທ້ອງຖິ່ນ, ສັດລ້ຽງ ແລະ ສິ່ງຂອງທີ່ຈຳເປັນໃນພື້ນທີ່ນ້ຳຖ້ວມ ໄປສະຖານທີ່ປອດໄພ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/laos-assisting-closely-following-plight-flood-victims-103792

ລັດຖະບານມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມພາກໃຕ້

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ລັດຖະບານ ແລະ ທະຫານໄດ້ນຳໃຊ້ເຮືອບິນ ແລະ ລົດບັນທຸກຂອງກອງທັບປະຊາຊົນລາວ ເພື່ອລຳລຽງເຄື່ອງຊ່ວຍເຫຼືອສຸກເສີນ ເຊັ່ນນ້ຳດື່ມ, ອາຫານ, ເຮືອ, ເຕັ້ນທີ່ພັກ ແລະ ເຄື່ອງໃຊ້ສອຍປະຈຳວັນທີ່ຈຳເປັນ ໄປມອບໃຫ້ແກ່ປະຊາຊົນຫົກແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.ພະຍຸໝູນເຂດຮ້ອນໂພດູ ແລະ ລະບົບສະພາບອາກາດທີ່ກ່ຽວຂ້ອງ ທີ່ພັດຜ່ານພາກໃຕ້ ແລະ ພາກກາງຂອງລາວມາແຕ່ທ້າຍເດືອນສິງຫາ ເຮັດໃຫ້ເກີດຝົນຕົນໜັກຕິດຕໍ່ກັນ, ສົ່ງຜົນໃຫ້ເກີດໄພນ້ຳຖ້ວມເປັນບໍລິເວນກວ້າງຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຂອນໄມ້ຊ່ວຍຊີວິດຊາວປະມົງທີ່ຕິດເກາະຢູ່ກາງແມ່ນ້ຳຂອງ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ຊາວປະມົງທີ່ຕິດເກາະຢູ່ໂຂດຫີນກາງແມ່ນ້ຳຂອງ ເມືອງໂຂງ ແຂວງຈຳປາສັກ ໃນວັນຈັນຜ່ານມານີ້ໄດ້ຮັບການຊ່ວຍເຫຼືອໃນຕອນ 2 ໂມງເຊົ້າຂອງວັນພຸດນີ້.ຊາວປະມົງດັ່ງກ່າວເຊິ່ງຢືນຢັນຕົວວ່າແມ່ນທ້າວ ປອງ ອາຍຸ 41 ປີ ຢູ່ບ້ານພຽງດີ ໄດ້ຖືກນຳສົ່ງໄປສຸກສາລາໃນທ້ອງຖິ່ນທັນທີເພື່ອກວດສຸຂະພາບ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/driftwood-saves-fisherman-stranded-middle-mekong-103444

ແຂວງຫົວພັນເລັ່ງຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນ

ອຳນາດການປົກຄອງແຂວງຫົວພັນກຳລັງເລັ່ງມືໃນການຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນທັບເຮືອນປະຊາຊົນສອງຫຼັງຢູ່ບ້ານຫີນດຳ ເມືອງວຽງໄຊໃນວັນທີ 13 ສິງຫາ.ຈາກເຫດດັ່ງກ່າວ ມີລາຍງານຜູ້ສູນຫາຍທັງໝົດເຈັດຄົນ. ແຕ່ຈາກການຄົ້ນຫາເປັນເວລາຫຼາຍວັນ ໄດ້ມີການພົບສົບ ແລະ ຢືນຢັນຕົວຕົນຂອງຜູ້ປະສົບເຄາະຈາກເຫດດັ່ງກ່າວພຽງແຕ່ໜຶ່ງຄົນ. ເຫດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ແຄມແມ່ນ້ຳ ເຊິ່ງຕັ້ງຢູ່ເຂດຊາຍແດນລະຫວ່າງລາວ  ແລະ ຫວຽດນາມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ພະຍຸເຂດຮ້ອນໂພດູຈະພັດເຂົ້າລາວໃນມື້ນີ້

ພະຍຸເຂດຮ້ອນໂພດູຈະສົ່ງຜົນກະທົບຕໍ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ, ສະນັ້ນທຸຄົນຄວນມີສະຕິກຽມພ້ອນ ເພື່ອຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງຈາກພະຍຸລູກດັ່ງກ່າວ ແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.ລົມພະຍຸດັ່ງກ່າວກຳລັງມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 40 ກິໂລແມັດ ຕາມຂ່າວພະຍາກອນອາກາດ. ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດໄດ້ແຈ້ງເຕືອນມາຍັງປະຊາຊົນໃນ 15 ແຂວງເພື່ອກຽມຮັບມືກັບສະພາບອາກາດດັ່ງກ່າວ.ພື້ນທີ່ສ່ຽງທີ່ຈະໄດ້ຮັບຜົນກະທົບຈາກພະຍຸດັ່ງກ່າວລວມມີ ນະຄອນຫຼວງວຽງຈັນ, ແຂວງຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ແລະ ອັດຕະປື.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

E8u6B
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!