ລັດຖະບານມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມພາກໃຕ້

ໃນອາທິດແລ້ວນີ້ ເຈົ້າໜ້າທີ່ລັດຖະບານ ແລະ ທະຫານໄດ້ນຳໃຊ້ເຮືອບິນ ແລະ ລົດບັນທຸກຂອງກອງທັບປະຊາຊົນລາວ ເພື່ອລຳລຽງເຄື່ອງຊ່ວຍເຫຼືອສຸກເສີນ ເຊັ່ນນ້ຳດື່ມ, ອາຫານ, ເຮືອ, ເຕັ້ນທີ່ພັກ ແລະ ເຄື່ອງໃຊ້ສອຍປະຈຳວັນທີ່ຈຳເປັນ ໄປມອບໃຫ້ແກ່ປະຊາຊົນຫົກແຂວງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ພະຍຸໝູນເຂດຮ້ອນໂພດູ ແລະ ລະບົບສະພາບອາກາດທີ່ກ່ຽວຂ້ອງ ທີ່ພັດຜ່ານພາກໃຕ້ ແລະ ພາກກາງຂອງລາວມາແຕ່ທ້າຍເດືອນສິງຫາ ເຮັດໃຫ້ເກີດຝົນຕົນໜັກຕິດຕໍ່ກັນ, ສົ່ງຜົນໃຫ້ເກີດໄພນ້ຳຖ້ວມເປັນບໍລິເວນກວ້າງຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ.

ອ່ານຕໍ່…

ພົມພົງ ເຫຼົາອິນ