ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການກຽມພ້ອມຮັບມືຕໍ່ໄພພິບັດ ແລະ ຮັບມືສຸກເສີນ

ເຈົ້າໜ້າທີ່ສັ່ງໂຈະການຄົ້ນຫາຜູ້ສູນຫາຍເນື່ອງຈາກດິນເຈື່ອນຢູ່ແຂວງຫົວພັນ

ອຳນາດການປົກຄອງລາວ ແລະ ຫວຽດນາມໄດ້ສັ່ງໂຈະການຄົ້ນຫາຫົກຜູ້ສູນຫາຍເນື່ອງຈາກເຫດດິນເຈື່ອນຢູ່ແຂວງຫົວພັນ ແລະ ຄາດວ່າຊາກສົບຜູ້ເສຍຊີວິດອາດຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມ.ເຫດໄພພິບັດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ບ້ານດິນດຳ ເມືອງວຽງໄຊ ໃນວັນທີ 3 ສິງຫາ, ເຮັດໃຫ້ເຮືອນປະຊາຊົນເສຍຫາສອງຫຼັງ ແລະ ມີຜູ້ສູນຫາຍເຈັດຄົນ.ທ່ານ ພົນສຸກ ອິນທະວົງ ເຈົ້າເມືອງວຽງໄຊ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນພະຫັດນີ້ວ່າ “ພາລະກິດການຄົ້ນຫາຜູ້ສູຍຫາຍຢູ່ຟາກແມ່ນ້ຳເບື້ອງປະເທດຫວຽດນາມຈຳຕ້ອງໂຈະເປັນເວລາສອງສາມວັນ ຈົນກວ່າພະຍຸຝົນຈະພັດຜ່ານແຂວງທັນຫົວຂອງຫວຽດນາມ.” ອ່ານຕໍ່ ...

ພົມພົງ ເຫຼົາອິນ

MRC ກຳລັງທຳການຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ

ວຽງຈັນ (ວຽງຈັນທາມສ໌/ANN) — ຄະນະກຳມາທິການແມ່ນ້ຳຂອງ (MRC) ກຳລັງຕິດຕາມການໄຫຼຂອງນ້ຳໃນແມ່ນ້ຳຂອງຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ທີ່ເພີ່ມທະວີຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.“ພາຍໃຕ້ສະພາບໃນປະຈຸບັນທີ່ການໄຫຼຂອງກະແສນ້ຳມີຕ່ຳ ແລະ ໄພແຫ້ງແລ້ງທີ່ຮ້າຍແຮງເປັນປະຫວັດສາດ, MRC ກຳລັງມີການຄາດຄະເນ ແລະ ແຈ້ງຂໍ້ມູນຂ່າວສານຕໍ່ພາກສ່ວນກ່ຽວຂ້ອງກ່ຽວກັບການປ່ຽນແປງການໄຫຼຂອງນ້ຳໃນແມ່ນ້ຳຂອງ, ເພື່ອໃຫ້ບັນດາປະເທດ ແລະ ຊຸມຊົນໃນຂົງເຂດລຸ່ມແມ່ນ້ຳຂອງໄດ້ກຽມຕົວ ແລະ ວາງແຜນຮັບມື,” ທ່ານ ປອ ສຸເທ ເຂັມ ຜູ້ຊ່ຽວຊານການປະເມີນແມ່ນ້ຳຂອງຄະນະເລຂາທິການ MRC ກ່າວໃນອາທິດນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/mrc-steps-monitoring-mekong-flows-102040

ເຕືອນນັກຂັບຂີ່ໃຫ້ລະວັງດິນເຈື່ອນ, ນ້ຳຖ້ວມຕາມຖະໜົນທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ໄດ້ແຈ້ງເຕືອນມາຍັງນັກຂັບຂີ່ທີ່ຈະເດີນທາງໄປທາງພາກເໜືອຂອງລາວ ໃຫ້ລະວັງດິນເຈື່ອນຕາມຖະໜົນລຽບເຂດພູ, ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ແລະ ແຂວງວຽງຈັນ, ເນື່ອງຈາກໃນທົ່ວປະເທດໄດ້ມີຝົນຕົກໜັກມາຕັ້ງແຕ່ວັນທີ 3 ສິງຫາ.ທ່ານ ຮຸ່ງອາລຸນ ບຸນທຳເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນວັນຈັນຜ່ານມານີ້ວ່າ “ຖະໜົນຫຼາຍສາຍຢູ່ເມືອງວຽງໄຊ, ຫົວເມືອງ, ຊຳໃຕ້ ແລະ ຊຳເໜືອໄດ້ຮັບຜົນກະທົບຈາກເຫດດິນເຈື່ອນ ແລະ ນ້ຳຖ້ວມ.”ອ່ານຕໍ່  ...

ພົມພົງ ເຫຼົາອິນ
http://annx.asianews.network/content/motorists-warned-over-landslides-flooding-northern-roads-101903

ລັດຖະບານຈັດບູລິມະສິດແຜນການຟື້ນຟູຈາກໄພພິບັດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງຈະມີຂໍ້ຈຳກັດດ້ານງົບປະມານ, ການຟື້ນຟູຈາກໄພພິບັດກໍຍັງຄົງເປັນບູລິມະສິດສູງສຸດຂອງລັດຖະບານ ເພື່ອຮັກສາລະດັບການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກໃນຊຸມຊົນທ້ອງຖິ່ນ.ທ່ານ ປອ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງາຍຜ່ານສຳນັກຂ່າວວຽງຈັນທາມສ໌ໃນອາທິດນີ້ວ່າ ລັດຖະບານຈະຈັດສັນງົບປະມານບາງສ່ວນ ເພື່ອແກ້ໄຂບັນຫາຜົນກະທົບຈາກໄພທຳມະຊາດ,​ ໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ ໄພແລ້ງ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-prioritises-disaster-recovery-programme-101594

ຜູ້ປະສົບໄພເຂື່ອນ PNPC ແຕກລັງເລທີ່ຈະຮັບຂໍ້ສະເໜີການຊົດເຊີຍໃນລະດັບຕ່ຳ

ເປັນໄລຍະເກືອບໜຶ່ງປີພາຍຫຼັງການແຕກຂອງສັນເຂື່ອນເຊິ່ງເຮັດໃຫ້ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ, ຜູ້ປະສົບໄພທີ່ລອດຊີວິດຍັງຄົງລັງເລທີ່ຈະຮັບຂໍ້ສະເໜີໃນການຊົດເຊີຍຄວາມເສຍຫາຍເປັນມູນຄ່າເຄິ່ງໜຶ່ງຂອງຊັບສິນທັງໝົດຂອງເຂົາເຈົ້າ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມື່ອສັນເຂື່ອນຂອງໂຄງການເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ (PNPC) ໄດ້ພັງລົງຫຼັງຈາກມີຝົນຕົກໜັກ, ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານຢູ່ແຂວງຈຳປາສັກ ແລະ ອັດຕະປື, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່  ...

ໂຕະຂ່າວ RFA
https://www.rfa.org/english/news/laos/laos-pnpc-compensation-50-percent-07102019134051.html

ແປດສິບເກົ້າຄອບຄົວຕ້ອງມີການຍົກຍ້າຍພາຍຫຼັງເຫດນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປື

ວຽງຈັນ (ວຽງຈັນທາມສ໌/ANN) –  89 ຄົວເຮືອນຕ້ອງມີການຍົກຍ້າຍໄປຢູ່ບ່ອນສູງ ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນໃນເຂດທີ່ຢູ່ອາໄສ ແລະ ເສັ້ນທາງເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 2-3 ກໍລະກົດທີ່ຜ່ານມາ.ທ່ານ ບຸນໂຮມ ພົມມະເສນ ເຈົ້າເມືອງສະໜາມໄຊ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ “ທາງອຳນາດການປົກຄອງບໍ່ໄດ້ຮັບລາຍງານກ່ຽວກັບຄວາມເສຍຫາຍໃຫຍ່ໃດໆຈາກພາກສ່ວນກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ ພວກເຮົາຈະເລັ່ງມືໃນການປະເມີນຄວາມເສຍຫາຍ ແລະ ລົງສຳຫຼວດພື້ນທີ່ທີ່ປະສົບໄພນ້ຳຖ້ວມທັນໆທີ່ລະດັບນ້ຳຫຼຸດລົງ.”ອ່ານຕໍ່  ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/eighty-nine-families-relocated-after-flash-flooding-attapeu-99590

ລາວຈະສະໜອງຂໍ້ມູນເພື່ອປ້ອງກັນໄພນ້ຳຖ້ວມຢູ່ພາກອີສານຂອງໄທ

ລາວໄດ້ຕົກລົງສະໜອງຂໍ້ມູນ ແລະ ຂ່າວສານກ່ຽວກັບຊັບພະຍາກອນແຫຼ່ງນ້ຳ ແລະ ແຜນການຄຸ້ມຄອງແຫຼ່ງນ້ຳ ທີ່ກ່ຽວຂ້ອງກັບແມ່ນ້ຳຂອງໃຫ້ແກ່ເຈົ້າໜ້າທີ່ໄທ ເພື່ອປະເມີນສະຖານະການນ້ຳ ແລະ ດຳເນີນມາດຕະການເພື່ອປ້ອງກັນໄພນ້ຳຖ້ວມໃນແປດຈັງຫວັດທາງພາກຕາເວັນອອກສຽງເໜືອຂອງໄທ.ອ່ານຕໍ່ ...

ທີມຂ່າວບາງກອກໂພສທ໌
https://www.bangkokpost.com/news/general/1693396/laos-to-give-data-to-prevent-isan-floods

ຂໍ້ຈຳກັດດ້ານງົບປະມານເປັນອຸປະສັກຂັດຂວາງຕໍ່ການຄຸ້ມຄອງໄພທຳມະຊາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີຜ່ານມາລາວໄດ້ພະຍາຍາມຫຼຸດຜ່ອນຜົນກະທົບຂອງໄພພິບັດທາງທຳມະຊາດ ແຕ່ຍັງຜະເຊີນກັບສີ່ງທ້າທາຍຈຳນວນໜຶ່ງເຊັ່ນ ຂໍ້ຈຳກັດດ້ານງົບປະມານ.ເຈົ້າໜ້າທີ່ແຮງງານຍອມຮັບວ່າ ພວກເຂົາມີຄວາມກັງວົນວ່າຈະບໍ່ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເນື່ອງຈາກຂໍ້ຈຳກັດດ້ານງົບປະມານໃນປະຈຸບັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານສະເໜີວິທີທາງຕໍ່ໜ້າໃນການຟື້ນຟູຫຼັງໄພພິບັດ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງປະຊຸມປຶກສາຫາລືເພື່ອການຟື້ນຟູຫຼັງໄພພິບັດວານນີ້ ໄດ້ມີການພົບປະຂອງກົມກອງລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອຫາລືວິທີທາງໃນຕໍ່ໜ້າ ແລະ ສືບຕໍ່ຜົນການປະເມີນຄວາມຕ້ອງການຫຼັງໄພພິບັດ (PDNA) ທີ່ໄດ້ດຳເນີນໃນປີ 2018.ໃນປີຜ່ານມາ ລາວໄດ້ຜະເຊີນກັບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບທົດສະວັດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນກວ່າ  600,000 ຄົນໃນທົ່ວ 17 ແຂວງ ແລະ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບໍລິສັດທີ່ປະມູນວຽກກໍ່ສ້າງໃນແຂວງທີ່ປະສົບໄພນ້ຳຖ້ວມຕ້ອງຈ່າຍ 'ຄ່ານາຍໜ້າ'

ບໍລິສັບຮັບເໝົາທີ່ຈະໄດ້ຮັບປະມູນການກໍ່ສ້າງເຮືອນພັກຖາວອນສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວຕ້ອງຈ່າຍຄ່ານາຍໜ້າ 10 ຫາ 26% ຂອງມູນຄ່າໂຄງການໃຫ້ແກ່ອຳນາດການປົກຄອງ ຖ້າຕ້ອງການຜ່ານການປະມູນ, ຕາມແຫຼ່ງຂ່າວ.ເຈົ້າໜ້າທີ່ລັດຖະບານແຂວງອັດຕະປື, ເຊິ່ງປະສົບໄພເຂື່ອນແຕກປີກາຍນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ອີກຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ, ຈະຕ້ອງເຊັນຮັບຮອງການປະມູນການກໍ່ສ້າງ ກ່ອນທີ່ຈະຍື່ນສະເໜີຕໍ່ສູນກາງເພື່ອອະນຸມັດໂຄງການ.ອ່ານຕໍ່ ...

ອຸ່ນແກ້ວ ສຸກສະຫວັນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JPwdJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!