ບໍລິສັດທີ່ປະມູນວຽກກໍ່ສ້າງໃນແຂວງທີ່ປະສົບໄພນ້ຳຖ້ວມຕ້ອງຈ່າຍ ‘ຄ່ານາຍໜ້າ’

ບໍລິສັບຮັບເໝົາທີ່ຈະໄດ້ຮັບປະມູນການກໍ່ສ້າງເຮືອນພັກຖາວອນສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວຕ້ອງຈ່າຍຄ່ານາຍໜ້າ 10 ຫາ 26% ຂອງມູນຄ່າໂຄງການໃຫ້ແກ່ອຳນາດການປົກຄອງ ຖ້າຕ້ອງການຜ່ານການປະມູນ, ຕາມແຫຼ່ງຂ່າວ.

ເຈົ້າໜ້າທີ່ລັດຖະບານແຂວງອັດຕະປື, ເຊິ່ງປະສົບໄພເຂື່ອນແຕກປີກາຍນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ອີກຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ, ຈະຕ້ອງເຊັນຮັບຮອງການປະມູນການກໍ່ສ້າງ ກ່ອນທີ່ຈະຍື່ນສະເໜີຕໍ່ສູນກາງເພື່ອອະນຸມັດໂຄງການ.

ອ່ານຕໍ່…

ອຸ່ນແກ້ວ ສຸກສະຫວັນ