ລາວເລັ່ງມືການຊ່ວຍເຫຼືອໄພນ້ຳຖ້ວມຢູ່ແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) –  ວານນີ້ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ປະຊຸມຢູ່ນະຄອນວຽງຈັນ ເພື່ອຫາລືວິທີການປັບປຸງການສົ່ງມອບການຊ່ວຍເຫຼືອໄພພິບັດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຫົກແຂວງພາກໃຕ້, ໂດຍສະເພາະແມ່ນການສະໜອງນ້ຳດື່ມ, ອາຫານ ແລະ ເຄື່ອງໃຊ້ສອຍໃນຄົວເຮືອນທີ່ຈຳເປັນ.

ເປັນປະທານໃນກອງປະຊຸມດັ່ງກ່າວມີທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/lao-speeding-flood-assistance-southern-provinces-103794