ພື້ນທີ່ປະສົບໄພນ້ຳຖ້ວມຕ້ອງການການຊ່ວຍເຫຼືອດ່ວນຈາກທົ່ວປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງແມ່ນວ່າລະດັບນ້ຳຈະຫຼຸດລົງຢ່າງຕໍ່ເນື່ອງ, ປະຊາຊົນຫຼາຍພັນຄົນທີ່ປະສົບໄພຢູ່ແຂວງພາກໃຕ້ ກຳລັງປະສົບກັບຄວາມອຶດຫິວ ແລະ ຕ້ອງການການຊ່ວຍເຫຼືອຈາກລັດຖະບານ, ອົງການຈັດຕັ້ງ ແລະ ມະຫາຊົນ.

ປະຊາຊົນທີ່ປະສົບໄພຍັງບໍ່ໄດ້ຮັບການສະໜອງອາຫານ, ນ້ຳດື່ມ, ອຸປະກອນແຕ່ງກິນ, ເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນ.

ພະຍຸເຂດຮ້ອນໂພດູ ໄດ້ພັດຜ່ານປະເທດລາວໃນຊ່ວງທ້າຍຂອງເດືອນສິງຫາຕໍ່ໃສ່ຕົ້ນເດືອນກັນຍາ ເຮັດໃຫ້ເກີດຝົນຕົກໜັກ, ປະຊາຊົນ 377,703 ຄົນຈາກ 175,422 ຄອບຄົວ ໃນ 1,466 ບ້ານ, 43 ເມືອງໃນແຂວງຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈຳປາສັກ ແລະ ເຊກອງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/feature-flood-hit-regions-need-nation%E2%80%99s-assistance-now-103967