ແຂວງຫົວພັນເລັ່ງຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນ

ອຳນາດການປົກຄອງແຂວງຫົວພັນກຳລັງເລັ່ງມືໃນການຄົ້ນຫາຫົກຜູ້ສູນຫາຍຈາກເຫດດິນເຈື່ອນທັບເຮືອນປະຊາຊົນສອງຫຼັງຢູ່ບ້ານຫີນດຳ ເມືອງວຽງໄຊໃນວັນທີ 13 ສິງຫາ.

ຈາກເຫດດັ່ງກ່າວ ມີລາຍງານຜູ້ສູນຫາຍທັງໝົດເຈັດຄົນ. ແຕ່ຈາກການຄົ້ນຫາເປັນເວລາຫຼາຍວັນ ໄດ້ມີການພົບສົບ ແລະ ຢືນຢັນຕົວຕົນຂອງຜູ້ປະສົບເຄາະຈາກເຫດດັ່ງກ່າວພຽງແຕ່ໜຶ່ງຄົນ. ເຫດດິນເຈື່ອນດັ່ງກ່າວແມ່ນເກີດຂຶ້ນຢູ່ແຄມແມ່ນ້ຳ ເຊິ່ງຕັ້ງຢູ່ເຂດຊາຍແດນລະຫວ່າງລາວ  ແລະ ຫວຽດນາມ.

ອ່ານຕໍ່…

ພົມພົງ ເຫຼົາອິນ