ອຳນາດການປົກຄອງສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງພວມດຳເນີນການສ້ອມແປງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ ຖະໜົນ, ຂົວ, ໂຮງຮຽນ ແລະ ໂຮງໝໍ ເພື່ອຮັບປະກັນໃຫ້ຜູ້ປະສົບໄພທີ່ສູນຊ່ວຍເຫຼືອ ມີສຸຂະພາບທີ່ສົມບູນ ແລະ ໄດ້ຮັບອາຫານ ແລະ ນ້ຳດື່ມຢ່າງພຽງພໍ, ຕາມເຈົ້າໜ້າທີ່ການນຳ.

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນທີ່ນະຄອນວຽງຈັນ ໃນມື້ວານນີ້ວ່າ ທາງອຳນາດການປົກຄອງຍັງຄົງສືບຕໍ່ເຮັດວຽກຮ່ວມກັບເຈົ້າໜ້າທີ່ຕຳຫຼວດ, ທະຫານ ກໍຄືອາສາສະໝັກ ໃນການຈັດຕັ້ງການຊ່ວຍເຫຼືອສຸກເສີນ. ທີມປະເມີນເຫດສຸກເສີນຍົງຄົງສືບຕໍ່ລົງພື້ນທີ່ ເພື່ອປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການຂອງປະຊາຊົນ ເພື່ອໃຫ້ອຳນາດການປົກຄອງຟື້ນຟູສະຖານະການຫຼັງໄພພິບັດໃຫ້ກັບສູ່ສະພາບປົກກະຕິ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.

ອ່ານຕໍ່…

ສີລັດດາ ສຸລິຍົງ
http://annx.asianews.network/content/authorities-continue-help-victims-flood-hit-lao-provinces-103886