ການຊ່ວຍເຫຼືອ ແລະ ການພັດທະນາ

ແຂວງພາກໃຕ້ຫາລືກ່ຽວກັບການຮ່ວມມືໃນເຂດສາມຫຼ່ຽມພັດທະນາ

ເຈົ້າໜ້າທີ່ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປືໄດ້ປະຊຸມກັນທີ່ແຂວງສາລະວັນໃນວັນພຸດແລ້ວນີ້ ເພື່ອຫາລືກ່ຽວກັບການຮ່ວມມືກັບກຳປູເຈຍ ແລະ ຫວຽດນາມໃນເຂດສາມຫຼ່ຽມພັດທະນາ.ປະທານຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທອງ ຄຳມະນີວົງ ຮອງເຈົ້າແຂວງແຂວງສາລະວັນ, ເຊິ່ງໄດ້ມີການເຜຍແຜ່ຜົນຂອງກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ເຢຍລະມັນສະໜັບສະໜູນລາວໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ເຢຍລະມັນຕົກລົງໃຫ້ທຶນຊ່ວຍເຫຼືອກວ່າ 487 ຕື້ກີບ (50 ລ້ານຢູໂຣ) ເພື່ອເສີມຂະຫຍາຍການຮ່ວມມືກັບລາວ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.ທຶນຊ່ວຍເຫຼືອຂອງເຢຍລະມັນດັ່ງກ່າວແມ່ນເພື່ອສະໜັບສະໜູນໂຄງການຕ່າງໆໃນຂະແໜງການພັດທະນາຊົນນະບົດ, ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ການພັດທະນາເສດຖະກິດແບບຍືນຍົງ, ແລະ ການຟື້ນຟູພື້ນຖານໂຄງລ່າງໃນແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລາວ-ຈີນຈະສົ່ງເສີມການຮ່ວມມືດ້ານສະຖິຕິ

ວຽງຈັນ (ວຽງຈັນທາມສ໌/ANN) – ຈີນມີແຜນຊ່ວຍເຫຼືອລາວໃນວຽກງານສະຖິຕິ, ແນໃສ່ພັດທະນາຄວາມຮູ້ຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມືລະຫວ່າງສອງຊາດ.ໃນຂັ້ນຕົ້ນ ຈີນຈະສົ່ງນັກຊ່ຽວຊານດ້ານສະຖິຕິມາປະເທດລາວ ເພື່ອເສີມຂະຫຍາຍການແລກປ່ຽນປະສົບການດ້ານວິຊາການຮ່ວມກັບເຈົ້າໜ້າທີ່ຂະແໜງການດັ່ງກ່າວຂອງລາວ ກ່ອນໜ້າການລົງນາມຂໍ້ຕົກລົງການຮ່ວມມືໃນທ້າຍປີນີ້ອ່ານຕໍ່  ...

ໂຕະຂ່າວ

ລາວຮ່ວມມືກັບສະຫະລັດໃນການສົ່ງເສີມການລົງທຶນດ້ານເຮືອບິນ

(ຂປລ) ເຈົ້າໜ້າທີ່ລັດປະມານ 40 ຄົນ ຮ່ວມກັບເຈົ້າໜ້າທີ່ຈາກສະຫະລັດ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວ່າດ້ວຍອະນຸສັນຍາ Cape Town ເພື່ອຫາລືກ່ຽວກັບມາດຕະການປະຕິບັດທີ່ດີທີ່ສຸດໃນການສົ່ງເສີມສະພາບແວດລ້ອມທຸລະກິດກ່ຽວກັບການຊື້ ແລະ ການລົງທຶນດ້ານເຮືອບິນໃນ ສປປ ລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດໂດຍສະຖານທູດສະຫະລັດ ຮ່ວມກັບກົມການບິນພົນລະເຮືອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການສະໜັບສະໜູນຂອງບໍລິສັດ Boeing ແລະ GE ທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2019.ອ່ານຕໍ່  ...

ຂປລ

ລາວ, ຈີນ ລົງນາມໃນຂໍ້ຕົກລົງໂຄງການຮ່ວມມືມູນຄ່າ US$4.5 ໂດລາ

ລັດຖະບານລາວ ແລະ ຈີນໄດ້ລົງນາມໃນຂໍ້ຕົກລົງການລົງທຶນສຳລັບໂຄງການຕ່າງໆພາຍໃຕ້ແຜນງານການຮ່ວມມືແມ່ຂອງ-ລ້ານຊ້າງ.ລົງນາມໃນຂໍ້ຕົກລົງກ່ຽວກັບທຶນການຮ່ວມມືພິເສດແມ່ຂອງ-ລ້ານຊ້າງ ສຳລັບປີ 2018 ມີທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນ, ທີ່ກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການທົບທວນກອງປະຊຸມໂຕະມົນຫາລືການຈັດຕັ້ງປະຕິບັດຄຳແນະນຳ 2018 ສຳລັບປະເທດລາວ

ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອຫາລືລາຍລະອຽດຄຳແນະນຳຈາກກອງປະຊຸມໂຕະມົນປີ 2018 ເພື່ອຜັນຂະຫຍາຍການປະຕິບັດການຕິດຕາມຢ່າງເປັນຮູບປະທຳ.ກອງປະຊຸມທົບທວນປະຈຳປີ ເພື່ອກະກຽມສຳລັບກອງປະຊຸມໂຕະມົນ 2019 ເຊິ່ງໄດ້ມີການຫາລືແນວທາງສູ່ການຈັດຕັ້ງປະຕິບັດກອງປະຊຸມໂຕະມົນ 2019 ເຊິ່ງຈະຈັດຂຶ້ນໃນທ້າຍປີ ມີການເຂົ້າຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຈຳອົງການ UNDP,​ ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສັງຄົມສົງເຄາະ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ສອງອົງການກອງທຶນໂລກສະໜັບສະໜູນການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການກອງທຶນໂລກຮ່ວມມືກັນໃນການສະໜັບສະໜູນລັດຖະບານລາວ ກ່ຽວກັບການຈັດການບັນຫາການການປ່ຽນແປງຂອງສະພາບອາກາດ. ອົງການກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສະພາບອາກາດສີຂຽວ (GCF) ໄດ້ຖະແຫຼງໃນກອງປະຊຸມຮ່ວມກັບຕາງໜ້າລັດຖະບານໃນອາທິດນີ້ວ່າ ຈະຈັດຕັ້ງພາລະກິດຮ່ວມໃນການຊ່ວຍເຫຼືອລາວເພື່ອຈັດຕັ້ງປະຕິບັດມາດຕະການຮັບມືຕໍ່ການປ່ຽນແປງຂອງສະພາບອາກາດໃຫ້ເກີດດອກອອກຜົນ.ອ່ານຕໍ່ ...

ພູທອງ ສີວົງສາ

IMF ສັນຍາສືບຕໍ່ສະໜັບສະໜູນການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການເງິນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນການເງິນສາກົນ (IMF) ຈະສືບຕໍ່ສະໜັບສະໜູນລາວສູ່ເປົ້າໝາຍການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງດ້ານການເງິນໃນລາວ. ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລາວຮັບຮອງຍຸດທະສາດການພັດທະນາສີຂຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຮັບຮອງແຜນຍຸດທະສາດການພັດທະນາສີຂຽວແຫ່ງຊາດ ເຊິ່ງນັກວາງນະໂຍບາຍເຊື່ອວ່າການແຊກແຊງຂອງລັດຖະບານຈະຊ່ວຍຮັກສາລະດັບການຂະຫຍາຍຕົວດ້ານເສດຖະກິດໃຫ້ເຂັ້ມແຂງ, ທົ່ວເຖິງ ແລະ ຍືນຍົງ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງດຳລັດກ່ຽວກັບຍຸດທະສາດດັ່ງກ່າວໃນອາທິດແລ້ວນີ້, ເຊິ່ງເປັນຂີດໝາຍສຳຄັນໃນການພັດທະນາປະເທດຊາດ ເພື່ອນຳພາປະເທດໄປສູ່ແນວທາງການຂະຫຍາຍຕົວທີ່ເປັນມິດຕໍ່ສິ່ງແວດລ້ອມ, ຍືນຍົງ ແລະ ຄອບຄຸມທົ່ວສັງຄົມ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ອົສຕຣາລີອະນຸມັດທຶນຊ່ວຍເຫຼືອ 4.5 ລ້ານໂດລາອົສຕຣາລີ ສຳລັບການປັບປຸງດ້ານທຸລະກິດ ແລະ ການຄ້າໃນລາວ

ລາວກຳລງຂຸ້ນຂ້ຽວໃນການດຳເນີນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສ້າງຄວາມສະດວກດ້ານການຄ້າ ເຊິ່ງແມ່ນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນແຜນການປັບປຸງຄວາມສະດວກໃນການດຳເນີນທຸລະກິດໃນລາວ.ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນວັນສຸກທີ່ຜ່ານມາ ລັດຖະບານອົສຕຣາລີໄດ້ອະນຸມັດທຶນຈຳນວນ 4.5 ລ້ານໂດລາອົສຕຣາລີ (ຫຼືປະມານ 3.1 ລ້ານໂດລາສະຫະລັດ) ເພື່ອສະໜັບສະໜູນການປະຕິຮູບຄວາມສະດວກໃນການດຳເນີນທຸລະກິດ, ສ້າງຄວາມສະດວກດ້ານການຄ້າ ແລະ ພັດທະນາຂະແໜງເອກະຊົນໃນລາວ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

kdSzn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!