ການປາບປາມກຸ່ມຄົນຊາວມົ້ງໃນລາວ
ເປັນເວລາປະມານໜຶ່ງເດືອນມາແລ້ວທີ່ກຸ່ມຊາວມົ້ງທີ່ລີ້ຊ່ອນຢູ່ໃນປ່າດົງທາງພາກເໜືອຂອງລາວຕົກຢູ່ພາຍໃຕ້ການໂຈມຕີຈາກກອງທະຫານລາວ. ອົງການຈັດຕັ້ງເພື່ອຊາດ ແລະ ປະຊາຊົນທີ່ບໍ່ມີດິນແດນ (UNPO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດກ່ຽວກັບການຕໍ່ສູ້ລາຍວັນຜ່ານທາງໜ່ວຍຂ່າວມົ້ງ Timeline, ເພື່ອສືບຕໍ່ຮຽກຮ້ອງໃຫ້ໜ່ວຍງານສາກົນໃຫ້ການຊ່ວຍເຫຼືອກຸ່ມຄົນດັ່ງກ່າວຢ່າງເລັ່ງດ່ວນ.ອ່ານຕໍ່ ...
ບັນນາທິການ UNPO
ລັດຖະບານລາວຫາລືນະໂຍບາຍເພື່ອຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ
ລັດຖະບານໄດ້ມີການຫາລືທາງດ້ານນະໂຍບາຍ ແລະ ອະນຸມັດແຜນບູລິມະສິດສຳລັບປີນີ້ ເພື່ອສູ້ຊົນຂັນເຂື່ອນປະເທດຕາມເສັ້ນທາງການຂະຫຍາຍຕົວຂອງເສດຖະກິດທີ່ເໝາະສົມ.ຕາມການເປີດເຜີຍຂອງສຳນັກງານນາຍົກລັດຖະມົນຕີຕໍ່ສື່ມວນຊົນ, ກອງປະຊຸມປະຈຳເດືອນຂອງລັດຖະບານ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ແລະ 25 ມັງກອນນີ້ ພາຍໃຕ້ການນຳພາຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ມີການຫາລີຂໍ້ສະເໜີຈຳນວນໜຶ່ງ ແລະ ມີການອະນຸມັດແຜນວາລະກິດຈະກຳທີ່ຈະດຳເນີນໂດຍລັດຖະບານສຳລັບປີນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
ຜູ້ຮັບເໝົາຈີນສຳເລັດການສ້າງຖານຂົວຂ້າມນ້ຳຂອງ ສຳລັບທາງລົດໄຟ
ວຽງຈັນ(ຊິນຫົວ) — ການເທເບຕົງສຳລັບຖານຂົວທາງລົດໄຟຫຼວງພະບາງໄດ້ຮັບຜົນສຳເລັດ ເຊິ່ງເປັນໜ້າວຽກການກໍ່ສ້າງຖານຂົວຂ້າມນ້ຳຂອງສອງແຫ່ງສຳລັບເສັ້ນທາງລົດໄຟລາວ-ຈີນ.ອ່ານຕໍ່ ...
ວຽງຈັນທາມສ໌
ການຍົກລະດັບຊົນລະປະທານ ຊ່ວຍສົ່ງເສີມຊາວກະສິກອນເມືອງຫີນບູນ
(ຂປລ) ຊາວກະສິກອນໃນສອງບ້ານຂອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ນຳໃຊ້ລະບົບຊົນລະປະທານໃໝ່ ທີ່ໄດ້ຮັບການກໍ່ສ້າງໂດຍບໍລິສັດໄຟຟ້າ ເທີນ-ຫີນບູນ.ໃນປະຈຸບັນ ບ້ານນາເຕີຍ ແລະ ໜອງດົງ ມີລະບົບຊົນລະປະທານຍົກລະດັບ ໄລຍະ 300 ແມັດ, ເພື່ອສະໜອງນ້ຳໃຫ້ແກ່ພື້ນທີ່ກະສິກຳ ລວມ 60 ເຮັກຕາ.ລະບົບຊົນລະປະທານໃນແຕ່ລະບ້ານລວມມີ 10 ປະຕູນ້ຳ ເພື່ອຄວບຄຸມການໄຫຼຂອງນ້ຳ ຕາມຄວາມຕ້ອງການໃນແຕ່ລະລະດູ, ເຊິ່ງນ້ຳຊົນລະປະທານແມ່ນສູບດ້ວຍໂປມໄຟຟ້າ ມາຈາກແມ່ນ້ຳຫີນບູນ. ອ່ານຕໍ່ ...
ໂຕະຂ່າວ ຂປລ
ຜູ້ຜະລິດເຟີນີເຈີລາວປະສົບຂໍ້ຫຍຸ້ງຍາກດ້ານການຄ້າຂາອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມເຟີນີເຈີລາວຮ້ອງຂໍໃຫ້ເຈົ້າໜ້າທີ່ຊ່ວຍເຫຼືອໃນທຸກຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ ແລະ ເຟີນີເຈີ ທີ່ສັ່ງຊື້ໂດຍລູກຄ້າຕ່າງປະເທດໃນງານວາງສະແດງສິນຄ້າຕ່າງໆໃນລາວ.ຜູ້ຜະລິດຜະລິດຕະພັນໄມ້ ແລະ ເຟີນີເຈີລາວ ໄດ້ຜະເຊີນຂໍ້ຫຍຸ້ງຍາກຫຼາຍຢ່າງ ໃນການສົ່ງອອກຜະລິດຕະພັນໃຫ້ແກ່ລູກຄ້າຕ່າງປະເທດ ຫຼັງຈາກທີ່ລັດຖະບານລາວໄດ້ມີຄຳສັ່ງຈຳກັດຂະໜາດຂອງຜະລິດຕະພັນໄມ້ທີ່ສາມາດສົ່ງອອກ ພາຍໃຕ້ຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
ຫົວໜ່ວຍທຸລະກິດລາວຕ້ອງການລະບຽບການກ່ຽວກັບການນຳເຂົ້າສິນຄ້າບໍ່ຖືກຕ້ອງຕາມກົດໝາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດລາວຈຳນວນຫຼາຍທີ່ຜະລິດສິນຄ້າເພື່ອສະໜອງຕະຫຼາດພາຍໃນປະເທດກຳລັງຕົກທ່າຮັບ ເນື່ອງຈາກລາວບໍ່ດຳເນີນມາດຕະການໃດໆເພື່ອຄວບຄຸມການໄຫຼເຂົ້າຂອງສິນຄ້າຂາເຂົ້າທີ່ບໍ່ຖືກຕາມລະບຽບກົດໝາຍ.“ຫົວໜ່ວຍທຸລະກິດໃນລາວຈຳນວນຫຼາຍກຳລັງສູນເສຍຜົນປະໂຫຍດທາງທຸລະກິດ ເນື່ອງຈາກເຂົາເຈົ້າບໍ່ສາມາດແຂ່ງຂັນກັບເຈົ້າອື່ນທີ່ນຳເຂົ້າສິນຄ້າແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ,” ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນພຸດແລ້ວນີ້.ອ່ານຕໍ່ ...
ເອກະພຶນ ພູທອນສີ
http://annx.asianews.network/content/lao-firms-demand-regulation-illegal-imports-102623
ລາວເດີນໜ້າປັບປຸງສະພາບແວດລ້ອມການດຳເນີນທຸລະກິດ
ເຈົ້າໜ້າທີ່ລາວໄດ້ຮັບຮອງເອົາມາດຕະການ ເພື່ອສ້າງຄວາມສະດວກໃນການເຂົ້າເຖິງສິນເຊື່ອ ແລະ ໃຫ້ການປົກປ້ອງນັກລົງທຶນລາຍຍ່ອຍ ເພື່ອເດີນໜ້າການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍລວມຂອງປະເທດ.ການເຂົ້າເຖິງສິນເຊື່ອ ແລະ ການປົກປ້ອງຜູ້ລົງທຶນລາຍຍ່ອຍ ແມ່ນສອງໃນ 11 ຕົວຊີ້ວັດໃນການສຳຫຼວດການປະເມີນຄວາມສະດວກໃນການດຳເນີນທຸລະກິດ (EDB) ໃນທົ່ວໂລກຂອງທະນາຄານໂລກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການປ່ອຍເງິນກູ້ຢືມຈາກທະນາຄານຊັກຊ້າລົງທ່າມກາງສະພາບເສດຖະກິດທີ່ຫຼຸດຜ່ອນການຂະຫຍາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ການປ່ອຍສິນເຊື່ອຂອງທະນາຄານເຂົ້າສູ່ເສດຖະກິດຍັງສືບຕໍ່ຊັກຊ້າ ທັງໆທີ່ລັດຖະບານໄດ້ອອກມາດຕະການປັບປຸງສະພາບແວດລ້ອມການລົງທຶນສຳລັບຂະແໜງເອກະຊົນ.ອີງຕາມບົດລາຍງານຫຼ້າສຸດຂອງລັດຖະບານ, ການເຕີບໂຕຂອງສິນເຊື່ອຍັງຄົງສືບຕໍ່ຊັກຊ້າໃນອັດຕາ 3.13 ເປີເຊັນໃນຊ່ວງສາມເດືອນຜ່ານມາ, ເຊິ່ງກວມພຽງແຕ່ 46.32 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP).ອັດຕາການຂະຫຍາຍຕົວຂອງສິນເຊື່ອແມ່ນຕ່ຳກວ່າຄາດໝາຍທີ່ສະເໜີຕໍ່ສະພາແຫ່ງຊາດຄື 55 ເປີເຊັນຂອງ GDP ຫຼັງຈາກທີ່ມີການເຕີບໂຕສູງສຸດໃນຊຸມປີຜ່ານມາ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/bank-lending-slows-amid-economic-downturn-laos-100123
ໄພແຫ້ງແລ້ງທຳລາຍຄວາມຫວັງຂອງຊາວກະສິກອນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານຝົກຕົກທີ່ຕ່ຳ ບວກກັບອຸນນະພູມທີ່ເພີ່ມສູງຂຶ້ນ ກຳລັງທຳລາຍເຄື່ອງປູກຂອງຝັງຂອງຊາວກະສິກອນລາວທົ່ວປະເທດ ພາຍໃຕ້ສະຖານະການໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້.ນັກວິເຄາະກ່າວວ່າ ປະລິມານນ້ຳຝົນໃນລະດູທີ່ຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ ບໍ່ພຽງແຕ່ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງຊາວກະສິກອນ ແຕ່ຍັງກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວານນີ້ວ່າ ການປັກດຳນາປີໃນທົ່ວປະເທດຫາກໍ່ສຳເລັດພຽງແຕ່ 40 ເປີເຊັນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/drought-destroying-future-lao-farmers-100731
ການທົດລອງເພື່ອປົກປ້ອງອຸດສາຫະກຳປູກກ້ວຍຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຕົກລົງເຮັດວຽກຮ່ວມກັບບໍລິສັດຂອງອອສ໌ເຕຣເລຍ ເພື່ອດຳເນີນການທົດລອງຄວາມສາມາດຂອງຕົວສ້າງຄວາມຊຸ່ມຂອງດິນ “NSA Wilt Stop” ເພື່ອຄວບຄຸມພະຍາດຈາກເຊື້ອລາໃນສວນກ້ວຍຂອງລາວ.ກົມປູກຝັງພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ Soils North Pty ຈຳກັດຂອງອອສ໌ເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງຄັ້ງວັນທີ 22 ເພື່ອການຮ່ວມມືໃນໂຄງການ. ໜຶ່ງໃນວັດຖຸປະສົງຂອງໂຄງການແມ່ນການກຳນົດປະສິດທິຜົນຂອງ NSA Wilt Stop ຕໍ່ກັບພະຍາດແຫ່ວທີ່ເກີດຈາກເຊື້ອລາ Fusarium.ອ່ານຕໍ່ ...
ໂຕະຂ່າວ
ລາວຈະສ້າງແຜນວາດຊ່ອງທາງສຳລັບການປະຕິຮູບການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...
ໂຕະຂ່າວ
ມາເລເຊຍບໍລິຈາກ 100,000 ໂດລາສະຫະລັດເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
(ຂປລ) ທ່ານ ໂມດ ອາທານ ເອກອັກຄະລັດຖະທູດເມເລເຊຍປະຈຳລາວເຂົ້າພົບທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອແຈ້ງກ່ຽວກັບການມອບທຶນຊ່ວຍເຫຼືອຈຳນວນ 100,000 ໂດລາສະຫະລັດ ເພື່ອບັນເທົາທຸກຜູ້ປະສົບໄພນ້ຳຖ້ວມໃນລາວອ່ານຕໍ່ ...
ຂປລ
ເຈົ້າໜ້າທີ່ຈະຖືກຫ້າມບໍ່ໃຫ້ເປີດເຜີຍເອກະສານທີ່ເປັນຄວາມລັບ
ລັດຖະກອນຖືກສັ່ງຫ້າມບໍ່ໃຫ້ສົ່ງຕໍ່ ແລະ ເຜີຍແຜ່ ຫຼື ທຳລາຍເອກະສານທີ່ເປັນຄວາມລັບຂອງຊາດ ເຊັ່ນ ຂໍ້ກົດໝາຍທີ່ອາດສົ່ງຜົນເສຍຫາຍຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.ທ່ານ ຄຳໝັ້ນ ສຸນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີຮ່າງກົດໝາຍກ່ຽວກັບການເກັບມ້ຽນເອກະສານ ເພື່ອຫາລືໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ.ອ່ານຕໍ່ ...
ສົມສັກ ພົງຂາວ
ສະຫະລັດສືບຕໍ່ຊ່ວຍເຫຼືອວຽກງານເກັບກູ້ລະເບີດໃນລາວເປັນທຶນ 14.5 ລ້ານໂດລາສະຫະລັດ
ລັດຖະບານສະຫະລັດອາເມລິກາຢືນຢັນສືບຕໍ່ໃຫ້ການຊ່ວຍເຫຼືອເປັນທຶນຈຳນວນ 14.5 ລ້ານໂດລາສະຫະລັດ ສຳລັບອົງການເກັບກູ້ລະເບີດແມັກລາວ ໃນການດຳເນີນການສຳຫຼວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ໃນເຈັດເມືອງເປົ້າໝາຍໃນແຂວງຊຽງຂວາງ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລາວຢືນຢັນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວສັນຍາວ່າຈະສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມງານສາກົນເພື່ອຜະເຊີນກັບສິ່ງທ້າທາຍໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ຍ້ອນວ່າປະເທດລາວຍັງມີຄວາມສ່ຽງກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ.ອ່ານຕໍ່ ...
News Desk
ກະຊວງແຮງງານ, ຄູ່ຮ່ວມພັດທະນາເພີ່ມທະວີຄວາມພະຍາຍາມໃນດານສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດ
ຕາງໜ້າຄູ່ຮ່ວມພັດທະນາ, ຖັນແຖວກົມກອງປະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງານຂັ້ນແຂວງໄດ້ຮ່ວມກອງປະຊຸມໃນວັນພະຫັດຜ່ານມາ ທີ່ນະຄອນວຽງຈັນ ເພື່ອທົບທວນຄວາມພະຍາຍາມໃນການເພີ່ມທະວີໂອກາດໃນການມີວຽກເຮັດງານທຳໃນພື້ນທີ່ຊົນນະບົດ.“ກອງປະຊຸມຄະນະກຳມະການຊີ້ນຳໂຄງການ ກ່ຽວກັບຍຸດທະສາດການສົ່ງເສີມການມີວຽກເຮັດງານທຳໃນຊົນນະບົດແຫ່ງຊາດໃນ ສປປ ລາວ – ເພື່ອກ້າວໄປສູ່ການເພີ່ມໂອກາດສຳລັບການມີວຽກເຮັດງານທຳທີ່ດີ ແລະ ມີປະສິດທິຜົນໃນພື້ນທີ່ຊົນນະບົດ” ມີການເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນສະມາຊິກພັກ, ທ່ານນາງ ໂຈນີ ຊິມສັນ ຜູ້ຕາງໜ້າອົງການຈັດຕັ້ງແຮງງານສາກົນ (ILO), ພ້ອມດ້ວຍເຈົ້າໜ້າທີ່ແຮງງານຈາກບັນດາແຂວງເປົ້າໝາຍ ແລະ ກະຊວງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ທະນາຄານໃນລາວ ຮ່ວມມືໃນການຈັດຕັ້ງລະບົບການຈ່າຍເງິນລວມສູນ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໃນຖານະທະນາຄານກາງແຫ່ງລັດ ໄດ້ເປີດໂຕວິສາຫະກິດຮ່ວມປະສົມ ພາຍໃຕ້ຊື່ ບໍລິສັດເຄືອຂ່າຍການຊຳລະເງິນແຫ່ງຊາດ ຈຳກັດ (LAPNet) ພາຍໃຕ້ການຮ່ວມມືກັບເຈັດທະນາຄານໃຫຍ່ໃນລາວ.ບໍລິສັດດັ່ງກ່າວແມ່ນແນໃສ່ຈັດຕັ້ງລະບົບການຊຳລະສະສາງທີ່ມີປະສິດທິຜົນຍິ່ງຂຶ້ນ ແລະ ເຮັດໃຫ້ການຊຳລະເງິນແບບອິເລັກໂທຼນິກຜ່ານບັນດາທະນາຄານ ມີຄວາມສະດວກ ແລະ ລວມສູນຍິ່ງຂຶ້ນ.ທະນາຄານແຫ່ງລັດ ແລະ ເຈັດທະນາຄານໃຫຍ່ ໄດ້ຮ່ວມກັນລົງທຶນໃສ່ບໍລິສັດ LAPNet ເພື່ອຈຸດປະສົງເຮັດໃຫ້ລະບົບການຊຳລະສະສາງມີຄວາມວ່ອງໄວ, ໜ້າເຊື່ອຖື ແລະ ສະດວກຍິ່ງຂຶ້ນ.ທະນາຄານທີ່ເຂົ້າຮ່ວມມີຄື ທະນາຄານການຄ້າຕ່ງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານເອັສ໌ທີ ແລະ ທະນາຄານ ບີຊີໄອ (ລາວ) ຈຳກັດ.ອ່ານຕໍ່ ...
ໂຕະຂ່າວ
ແຄລິຟໍເນຍເປີດເຜີຍອັດຕາສ່ວນການລົງທຶນສຳລັບລາວ
ຜູ້ປະກອບການທຸລະກິດໃນແຄລິຟໍເນຍ ສະຫະລັດອາເມລິກາ ໄດ້ສົ່ງເສີມໃຫ້ນັກທຸລະກິດລາວ ແລະ ອຳນາດການປົກຄອງສ້າງປະໂຫຍດຈາກທ່າແຮງການລົງທຶນຂອງລັດຕາມສະພາບພູມີປະເທດຂອງຕົນ ແລະ ສະເໜີໃຫ້ມີການຈັບຄູ່ທາງທຸລະກິດເຊິ່ງຈະສ້າງປະໂຫຍດໃຫ້ທັງສອງຝ່າຍ.ໃນປີ 2018 ມູນຄ່າການຄ້າສອງຝ່າຍລະຫວ່າງລາວ ແລະ ສະຫະລັດແມ່ນ US$157 ລ້ານໂດລາ, ເຊິ່ງໃນນັ້ນມູນຄ່າການສົ່ງອອກຈາກສະຫະລັດສູ່ລາວແມ່ນ US$15 ລ້ານໂດລາ ແລະ ມູນຄ່າການນຳເຂົ້າສິນຄ້າຈາກລາວແມ່ນ US$142 ລ້ານໂດລາ. ສ່ວນຂໍ້ມູນກ່ຽວກັບການລົງທຶນລະຫວ່າງລາວ ແລະ ສະຫະລັດແມ່ນຍັງບໍ່ມີຂໍ້ມູນ.ອ່ານຕໍ່ ...
ໄຊຊະນະ ລືໄກ
http://annx.asianews.network/content/california-untapped-investment-proposition-laos-103261
ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ບໍ່ສົ່ງຜົນຕໍ່ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ບໍ່ສົ່ງຜົນກະທົບຕໍ່ການຄ້າລະຫວ່າງລາວ ແລະ ຈີນ, ທູດຈີນຢືນຢັນ.ໃນການສຳພາດຕໍ່ສື່ມວນຊົນລາວທີ່ວຽງຈັນໃນວັນພະຫັດແລ້ວນີ້, ທ່ານ ຈຽງ ໄຈຕົງ ເອກອັກຄະລັດຖະທູດຈີນປະຈຳລາວກ່າວວ່າ ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດຍັງສືບຕໍ່ຂະຫຍາຍຕົວ ທ່າມການການຂັດແຍ່ງດ້ານການຄ້າລະຫວ່າງສະຫະລັດ ແລະ ຈີນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/us-china-trade-war-not-impacting-laos-98166
ຊາວຕ່າງຊາດສ່ວນໃຫຍ່ມາຢ້ຽມຢາມລາວເພື່ອທ່ອງທ່ຽວພັກຜ່ອນ: ການສຳຫຼວດເຜີຍ
ວຽງຈັນ, 27 ພຶດສະພາ (Xinhua) — ຜົນການສຳຫຼວດຫຼ້າສຸດເປີດເຜີຍວ່າ ຊາວຕ່າງປະເທດສ່ວວນໃຫຍ່ທີ່ມາຢ້ຽມຢາມລາວ ແມ່ນມາເພື່ອທ່ອງທ່ຽວພັກຜ່ອນ.ການສຳຫຼວດ ແມ່ນດຳເນີນໂດຍກົມການພັດທະນາການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຜົນການສຳຫຼວດແມ່ນມາຈາກຂໍ້ມູນທີ່ເກັບກຳມາຈາກນັກທ່ອງທ່ຽວຕ່າງປະເທດຈຳນວນ 2,918 ຄົນ ທີ່ເດີນທາງມາລາວໃນລະຫວ່າງເດືອນເມສາຫາເດືອນທັນວາ 2018, ຕາມການເປີດເຜີຍຂອງໜັງສືພິມທ້ອງຖິ່ນ ວຽງຈັນທາມສ໌ ໃນວັນຈັນນີ້.ການສຳຫຼວດແມ່ນດຳເນີນຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ຂົວມິດຕະພາບລາວ-ໄທແຫ່ງຕ່າງໆ, ນັກທ່ອງທ່ຽວສ່ວນໃຫຍ່ແມ່ນເດີນທາງເຂົ້າມາວຽງຈັນ, ແຂວງຫຼວງພະບາງທາງພາກເໜືອ ແລະ ແຂວງຈຳປາສັກທາງພາກໃຕ້.ອ່ານຕໍ່ ...
Shi Yinglun