ຊາວຕ່າງຊາດສ່ວນໃຫຍ່ມາຢ້ຽມຢາມລາວເພື່ອທ່ອງທ່ຽວພັກຜ່ອນ: ການສຳຫຼວດເຜີຍ

ວຽງຈັນ, 27 ພຶດສະພາ (Xinhua) — ຜົນການສຳຫຼວດຫຼ້າສຸດເປີດເຜີຍວ່າ ຊາວຕ່າງປະເທດສ່ວວນໃຫຍ່ທີ່ມາຢ້ຽມຢາມລາວ ແມ່ນມາເພື່ອທ່ອງທ່ຽວພັກຜ່ອນ.

ການສຳຫຼວດ ແມ່ນດຳເນີນໂດຍກົມການພັດທະນາການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຜົນການສຳຫຼວດແມ່ນມາຈາກຂໍ້ມູນທີ່ເກັບກຳມາຈາກນັກທ່ອງທ່ຽວຕ່າງປະເທດຈຳນວນ 2,918 ຄົນ ທີ່ເດີນທາງມາລາວໃນລະຫວ່າງເດືອນເມສາຫາເດືອນທັນວາ 2018, ຕາມການເປີດເຜີຍຂອງໜັງສືພິມທ້ອງຖິ່ນ ວຽງຈັນທາມສ໌ ໃນວັນຈັນນີ້.

ການສຳຫຼວດແມ່ນດຳເນີນຢູ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ຂົວມິດຕະພາບລາວ-ໄທແຫ່ງຕ່າງໆ, ນັກທ່ອງທ່ຽວສ່ວນໃຫຍ່ແມ່ນເດີນທາງເຂົ້າມາວຽງຈັນ, ແຂວງຫຼວງພະບາງທາງພາກເໜືອ ແລະ ແຂວງຈຳປາສັກທາງພາກໃຕ້.

ອ່ານຕໍ່…

Shi Yinglun