ການຟື້ນຟູພື້ນຖານໂຄງລ່າງເມືອງສະໜາມໄຊທີ່ປະສົບອຸທົກກະໄພພວມກຳລັງດຳເນີນ
ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ການຟື້ນຟູສ້ອມແປງຖະໜົນ ແລະ ການສ້າງຮ່ອງລະບາຍນ້ຳໃນເມືອງສະໜາມໄຊ ແຂວງອັດຕະປືທີ່ປະສົບໄພນ້ຳຖ້ວມ ພວມກຳລັງດຳເນີນຕາມແຜນ.ບົດລາຍງານຄວາມຄືບໜ້າໄດ້ມີການນຳສະເໜີຕໍ່ທ່ານນາງ ວິໄລຄຳ ໂພສະລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ທີ່ໄດ້ລົງຢ້ຽມຢາມພຶ້ນທີ່ໃນອາທິດແລ້ວນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
ທຶນສະໜັບສະໜູນການພັດທະນາກະສິກຳ
ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນໃຫ້ທຶນກູ້ຢືມຈຳນວນ 40 ລ້ານໂດລາສະຫະລັດ ເພື່ອສົ່ງເສີມໂຄງການສ້າງໂອກາດຍຸດທະສາດຂອງປະເທດ (COSOP) 2018-24 ໃນລາວ. ກອງທຶນໃໝ່ຈະນຳໃຊ້ເພື່ອເສີມຂະຫຍາຍການຜະລິດກະສິກຳຕາມທ້ອງຕະຫຼາດ, ການບໍລິການການເງິນຊົນນະບົດ ແລະ ລະບົບການຄຸ້ມຄອງແບບຍືນຍົງສຳລັບທະນາຄານບ້ານ ເພື່ອລົງທຶນໃນໂຄງການຊົນລະປະທານຂະໜາດນ້ອຍ.ອ່ານຕໍ່ ...
ວຽງຈັນທາມສ໌
ເກົາຫຼີຊ່ວຍເຫຼືອໃນການປັບປຸງມາດຕະຖານສາທາລະນະສຸກໃນແຂວງບໍລິຄຳໄຊ
ສະຖາບັນວັດທະນະທຳ ແລະ ການພັດທະນາຶອາຊີ (IACD) ປະຈຳລາວ ເຊິ່ງມີສຳນັກງານໃຫຍ່ຢູ່ສາທາລະນະລັດເກົາຫຼີ ຈະສືບຕໍ່ໃຫ້ການບໍລິການປິ່ນປົວສຸຂະພາບ ແລະ ອຸປະກອນດ້ານການແພດໂດຍບໍ່ເສຍຄ່າສຳລັບແຂວງບໍລິຄຳໄຊ ເພື່ອສົ່ງເສີມສຸຂະພາບຂອງປະຊາຊົນທ້ອງຖິ່ນ.ທ່ານ ດຣ ໂຮຊິກ ອິມ ອຳນວຍການ IACD ກ່າວໃນວານນີ້ວ່າ ໃນປີ 2020 ທາງສະຖາບັນຈະເລັ່ງໃສ່ການປິ່ນປົວສຸຂະພາບຢູ່ເມືອງບໍລິຄັນ, ວຽງທອງ ແລະ ຄຳເກີດ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ແຂວງຈຳປາສັກຈะພັດທະນາແຫຼ່ງທ່ອງທ່ຽວພູເພື່ອດຶງດູດນັກທ່ອງທ່ຽວ
ອຳນາດການປົກຄອງແຂວງຈຳປາສັກມີແຜນພັດທະນາສະຖານທີ່ທ່ອງທ່ຽວພູສະເຫຼົ້າ ເມືອງໂພນທອງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມພື້ນທີ່ໃຫ້ຫຼາຍຂຶ້ນ. ອຳນາດການປົກຄອງທ້ອງຖິ່ນກຳລັງຢູ່ໃນໄລຍະປະມວນຜົນຂໍ້ມູນສຳລັບສ້າງແຜນການບໍລິຫານການທ່ອງທ່ຽວ ຫຼັງຈາກທີ່ໄດ້ລົງສຳຫຼວດສະຖານທີ່ຕົວຈິງ ແລະ ຈະພັດທະນາສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຄວາມເໝາະສົມ.ອ່ານຕໍ່ ...
ວຽງຈັນທາມສ໌
ປັດໄຈພາຍນອກເປັນອຸປະສັກຕໍ່ການພັດທະນາຕາຂ່າຍໄຟຟ້າແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງດິ້ນຮົນຊອກຫາແຫຼ່ງທຶນເພື່ອຂະຫຍາຍຕາຂ່າຍໄຟຟ້າແຫ່ງຊາດ ແລະ ປັບປຸງການເຂົ້າເຖິງກະແສໄຟຟ້າ ຍ້ອນປັດໃຈຈາກພາຍນອກ, ເຈົ້າໜ້າທີ່ການນຳກ່າວ.ເມື່ອການກໍ່ສ້າງຕາຂ່າຍໄຟຟ້າແຫ່ງຊາດສຳເລັດ, ເຂດທີ່ມີຄວາມສາມາດໃນການຜະລິດພະລັງານສ່ວນເກີນຈະສາມາດເຊື່ອມຕໍ່ກັບເຂດທີ່ຍັງມີຄວາມຂາດແຄນ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/external-factors-short-circuiting-national-power-grid-development-99799
ນ້ຳຖ້ວມຢູ່ພາກໃຕ້ ມີສອງຜູ້ເສຍຊີວິດ ແລະ ສອງຜູ້ສູນຫາຍ
ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນສອງຄົນເສຍຊີວິດ ແລະ ອີກສອງຄົນສູນຫາຍ, ໃນຂະນະ 54,000 ຄົວເຮືອນໃນຫົກແຂວງຂອງລາວ ໄດ້ຮັບຜົນກະທົບຈາກອິດທິພົນຂອງພະຍຸ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ.ພະຍຸເຂດຮ້ອນໂພດູ ແລະ ສະພາບອາກາດທີ່ຮຸນແຮງທີ່ພັດປົກຄຸມພາກໃຕ້ ແລະ ພາກກາງຂອງລາວ ມາຕັ້ງແຕ່ທ້າຍເດືອນສິງຫາທີ່ຜ່ານມາ ເຮັດໃຫ້ເກີດຝົນຕົກຢ່າງຕໍ່ເນື່ອງ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/two-killed-two-missing-flood-hit-south-103544
ວັດຖຸບູຮານທີ່ຂຸດພົບໃນບໍ່ຄຳເຊໂປ ມອບເຂົ້າພິພິດຕະພັນ
ວັດຖຸບູຮານທຸກຢ່າງທີ່ຄົ້ນພົບ ແລະ ເກັບກຳໄດ້ຈາກໂຄງການບໍ່ຄຳເຊໂປນ ໃນທົດສະວັດທີ່ຜ່ານມາ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ມີການມອບຮັບຢ່າງເປັນທາງການໃຫ້ແກ່ລັດຖະບານລາວ.ພິທີມອບຮັບໄດ້ຈັດຂຶ້ນວານນີ້ ຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ລະຫວ່າງບໍລິສັດລ້ານຊ້າງມິນເນີໂຣ ຈຳກັດ ແລະ ຫໍພິພິດຕະພັນແຫ່ງຊາດ, ພິພິດຕະພັນແຂວງສະຫວັນນະເຂດ, ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວິລະບູລີ.ອ່ານຕໍ່ ...
ສົມໄຊ ແສງດາຣາ
ບຸນທາດອີງຮັງປີນີ້ຄົບລົດໄປດ້ວຍສິ່ງມ່ວນຊື່ນ, ຕະຫຼາດນັດ ແລະ ງານສະແດງທີ່ໜ້າຕື່ນຕາ
ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈະຮັບຄວາມບັນເທິງຄົບລົດຈາກກິດຈະກຳຫຼາກຫຼາຍສີສັນໃນງານບຸນພະທາດອີງຮັງ ທີ່ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດທີ່ຈະມີຂື້ນໃນອາທິດໜ້ານີ້.ບຸນພະທາດອີງຮັງຈະຈັດຂື້ນແຕ່ວັນທີ 17-22 ທັນວາປີນີ້ ເຊິ່ງອຳນາດການປົກຄອງທ້ອງຖິ່ນໄດ້ກຽມການເປັນພິເສດໃນປີນີ້ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2018.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ເຈົ້າໜ້າທີ່ລັດຊຸກຍຸ້ແບບຢ່າງການຂັບຂີ່ປອດໄພໃນວຽງຈັນ
ນັກສ້າງນະໂຍບາຍໃນນະຄອນວຽງຈັນສະເໜີວ່າ ເຈົ້າໜ້າທີ່ພັກລັດຄວນສ້າງແບບຢ່າງໃນການປະຕິບັດກົດຈໍລະຈອນ ແລະ ຜູ້ທີ່ລະເມີດກົດຈະລະຈອນຕ້ອງໄດ້ຮັບການລົງໂທດ.ນັກສ້າງນະໂຍບາຍໄດ້ຈັດລຽງຂໍ້ສະເໜີດັ່ງກ່າວເຂົ້າໃນຮ່າງຄຳສັ່ງຄຸ້ມຄອງຂອງເຈົ້າຄອງນະຄອນວຽງຈັນ ເຊິ່ງສ້າງຂຶ້ນເພື່ອຫຼຸດຜ່ອນຈຳນວນອຸບັດຕິເຫດໃນທ້ອງຖະໜົນທີ່ເພີ່ມຂຶ້ນ.ອ່ານຕໍ່ ...
ເອກະພອນ ພູທອນສີ
ແປດຄົນເສຍຊີວິດເທິງເຮືອສຳລານຂອງໃນວັນອາທິດ
ແປດຄົນໄດ້ຈົມນ້ຳທີ່ເຮືອສຳລານອັບປາງໃນຕອນເຊົ້າຂອງວັນອາທິດ ໃນລະຫວ່າງການທ່ອງທ່ຽວຢູ່ອ່າງນ້ຳງື່ມ – ແຫຼ່ງທ່ອງທ່ຽວທີ່ນິຍົມຢູ່ແຂວງວຽງຈັນ. ໃນເຮືອດັ່ງກ່າວ ໄດ້ບັນຈຸ 39 ຄົນ ແລະ ໄດ້ຫຼົ້ມໃນເວລາ 9 ໂມງເຊົ້າຍ້ອນສາເຫດລົມພະຍຸ ທີ່ໄດ້ພັດປົກຄຸມທາງພາກເໜືອ ແລະ ພາກກາງຂອງລາວໃນວັນພັກທ້າຍສັບປະດາ. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ
(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...
ຂປລ
ພະສົງໃນນະຄອນວຽງຈັນໄດ້ຮັບການກວດສຸຂະພາບ
(ຂປລ) ສະຖານທູດໄທ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ເອັດສ໌ຊີຈີ ແລະ ຜູ້ປະກອບການຄົນໄທໃນລາວ ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ສຸຂະພາບຊ່ອງປາກສຳລັບພະສົງ ແລະ ສາມະເນນຫຼາຍຮ້ອຍອົງ ເນື່ອງໃນໂອກາດສະເຫຼີມສະຫຼອງການຂຶ້ນຄອງລາດຂອງເຈົ້າຊີວິດໄທ ລາດຊະການທີສິບໃນຫວ່າງບໍ່ດົນມານີ້ ແລະ ວັນເກີດຂອງພະລາຊິນີ.ງານດັ່ງກ່າວໄດ້ຈັດຂຶ້ນທີ່ວັດອົງຕື້ ນະຄອນຫຼວງວຽງຈັນ ໃນວັນທີ 5-6 ມິຖຸນານີ້.ອ່ານຕໍ່ ...
ທີມ ຂປລ
ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວລາວເພີ່ມຂຶ້ນໃນຊ່ວງ 9 ເດືອນຂອງປີ 2019
ນັກທ່ອງທ່ຽວລາວທັງພາຍໃນ ແລະ ຕ່າງປະເທດມີຈຳນວນເພີ່ມຂຶ້ນໃນຊ່ວງ 9 ເດືອນທຳອິດຂອງປີນີ້ ເມືອ່ສົມທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ, ຕາມຂໍ້ມູນສະຖິຕິຫຼ້າສຸດຂອງລັດຖະບານ.ພາຍໃນ 9 ເດືອນທຳອິດຂອງປີນີ້ ລາວມີຈຳນວນນັກທ່ອງທ່ຽວລວມຫຼາຍກວ່າ 2.9 ລ້ານຄົນ, ເຊິ່ງເພີ່ມຂຶ້ນ 3.2% ທຽບກັບໄລຍະດຽວກັນຂອງປີກາຍ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ແຜນພັດທະນາການເປັນຜູ້ນຳເພື່ອສົ່ງເສີມຄວາມສຳເລັດທາງທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ການພັດທະນາການເປັນຜູ້ນຳທາງທຸລະກິດ ແມ່ນໜຶ່ງໃນແຜນບູລິມະສິດ ເພື່ອຈຸດປະສົງໃນການສ້າງການດຳເນີນທຸລະກິດໃນລາວໃຫ້ເຂັ້ມແຂງ, ປະສົບຜົນສຳເລັດ ແລະ ມີຄວາມຍືນຍົງຍິ່ງຂຶ້ນ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ.ເຈົ້າໜ້າທີ່ບໍລິຫາຈາກພາກສ່ວນລັດຖະບານ, ວິສາຫະກິດ ແລະ ຂະແໜງເອກະຊົນ ເຂົ້າຮ່ວມກອງປະຊຸມສຳມະນາມື້ວານນີ້ ທີ່ວຽງຈັນ ເພື່ອຮຽນຮູ້ກ່ຽວກັບການເປັນຜູ້ນຳທາງທຸລະກິດ ແລະ ວິທີການໃນການພັດທະນາແຜນເພື່ອການເປັນຜູ້ນຳດັ່ງກ່າວ.ອ່ານຕໍ່ ...
Vietnam helps promote sustainable development in Mekong Sub-region
Contributions Vietnam made to the 8th Ayeyawady-Chao Phraya-Mekong Economic Cooperation Strategy Summit (ACMECS 8) and 9th Cambodia-Laos-Myanmar-Vietnam Summit (CLMV 9) once again affirm its sense of responsibility for and activeness in joining regional cooperation frameworks, thus helping promote comprehensive and sustainable development in the Mekong ...
ປະຊາຊົນທົ່ວໄປຈະໄດ້ຮັບການກວດ ແລະ ປິ່ນປົ່ວພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ
ການກວດ ແລະ ປິ່ນປົວໂຄວິດ-19 ສຳລັບປະຊາຊົນທີ່ສຳພັດກັບເຊື້ອພະຍາດຈະໄດ້ຮັບການບໍລິການໂດຍບໍ່ເສຍຄ່າ ແຕ່ຄ່າໃຊ້ຈ່າຍຈະໄດ້ດຳເນີນກັບບຸກຄະລາກອນຈາກພາກສ່ວນທຸກລະກິດ. ທ່ານ ຮສຈ.ດຣ.ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນອັງຄານວ່າ: “ຄ່າບໍລິການແລະໃຊ້ຈ່າຍກ່ຽວກັບໂຄວິດ-19 ແມ່ນຈະຖືກເກັບຈາກນັກທຸລະກິດ ແລະ ຕ່າງປະເທດທີ່ອາໃສແລະເຮັດວຽກຢູ່ລາວ”. ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ແຂວງຫົວພັນຈະເລັ່ງມືການພັດທະນາ ທັງແກ້ໄຂບັນຫາການສໍ້ລາດບັງຫຼວງ
ອຳນາດການປົກຄອງແຂວງຫົວພັນ ໄດ້ຖືກມອບໝາຍໃຫ້ເລັ່ງມື ໃນການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ແກ້ໄຂບັນຫາການສໍ້ລາດບັງຫຼວງໃນແຂວງພາກເໜືອ. ໃນໂອກາດເດີນທາງຢ້ຽມຢາມແຂວງດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານແຂວງເພີ່ມທະວີບົດບາດການນຳ ເພື່ອແກ້ໄຂຄວາມທຸກຍາກ ປະກອບສ່ວນນຳພາປະເທດຊາດໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດໃນປີ 2020.ອ່ານຕໍ່ ...
ວຽງຈັນທາມສ໌
ແຂວງສະຫວັນນະເຂດ ພົບເຫັນພະນັກງານລັດລະເມີດ ຄຳສັ່ງເລກທີ 15/ນຍ ເຊິ່ງໄດ້ລົງວິໄນຢ່າງເຂັ້ມງວດ
ເກືອບ 2 ປີ ຢູ່ແຂວງສະຫວັນນະເຂດ ໄດ້ພົບເຫັນການລະເມີດລະບຽບກ່ຽວກັບການຄຸ້ມຄອງເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ຈຳນວນຫລາຍກໍລະນີ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ໄດ້ກວດກາພົບເຫັນການລະເມີດລະບຽບກົດໝາຍປ່າໄມ້ ແລະສັດນໍ້າ-ສັດປ່າໄດ້ 279 ກໍລະນີ ໃນນີ້ໄດ້ຮູ້ຜູ້ກະທຳຜິດ 204 ກໍລະນີ ແລະຍັງບໍ່ຮູ້ຜູ້ກະທຳຜິດ 75 ກໍລະນີ ໂດຍໄດ້ຢຶດໄມ້ ແລະຜະລິດຕະພັນໄມ້ຈຳນວນ 3.421 ແມັດກ້ອນ ກັບ 45.190 ກິໂລອ່ານຕໍ່ ...
ລາວອັບເດດ
ບຸນທາດຫຼວງຈະເນັ້ນສ້າງຈຸດສົນໃຈຕໍ່ພະທາດຫຼວງ, ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະ
ພະທາດຫຼວງ ແລະ ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະຈະເປັນສູນກາງຄວາມສົນໃຈ ໃນພິທີທາງສາດສະໜາທີ່ຈັດຂັ້ຶ້ນໃນງານນະມັດສະການທາດຫຼວງ.ພິທີເປີດບຸນດັ່ງກ່າວໄດ້ມີຂຶ້ນໃນຕອນຄ່ຳຂອງວັນອັນຄານນີ້ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳ ພ້ອມດ້ວຍພັນລະຍາ ແລະ ຄະນະທູຕານຸທູດນາໆປະເທດປະຈຳລາວ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ກະຊວງສັ່ງປິດຄລີນິກເອກະຊົນ 248 ແຫ່ງ
ຄລີນິກເອກະຊົນລວມ 248 ແຫ່ງທີ່ດຳເນີນໂດຍນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນທົ່ວປະເທດໄດ້ຮັບຄຳສັ່ງໃຫ້ປິດກິດຈະການເປັນການຊົ່ວຄາວ ຫຼັງຈາກທີ່ກະຊວງສາທາລະນະສຸກກວດພົບວ່າທຸລະກິດເຫຼົ່ານີ້ລະເມີດຕໍ່ລະບຽບການສາທາລະນະສຸກ.ໃນນີ້ ມີຄລີນິກເອກະຊົນໃນວຽງຈັນກວ່າ 120 ແຫ່ງ, ຢູ່ແຂວງສະຫວັນນະເຂດກວ່າ 40 ແຫ່ງ ແລະ ອຸດົມໄຊ 16 ແຫ່ງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ