ທພລ ຮ່ວມມືກັບບໍລິສັດ KIWI ກ່ຽວກັບການເຄື່ອນໄຫວທາງການເງິນຜ່ານ Alipay
ວຽງຈັນ (ວຽງຈັນທາມສ໌/ANN) – ໃນອີກບໍ່ດົນ ບັນດານັກລົງທຶນ ແລະ ບໍລິສັດຈີນກໍຈະສາມາດເຄື່ອນໄຫວທາງການເງິນຜ່ານລະບົບການຈ່າຍເງິນ Alipay ໃນລາວໄດ້ແລ້ວ.ທະນາຄານພດທະນາລາວ (ທພລ) ໄດ້ເຮັດຂໍ້ຕົກລົງກັບບໍລິສັດ KIWI ຈຳກັດໃນວັນທີ 30 ກໍລະກົດທີ່ຜ່ານມາກ່ຽວກັບການໃຫ້ບໍລິການດັ່ງກ່າວ.ບໍລິສັດ KIWI ແມ່ນຜູ້ໃຫ້ບໍລິການກ່ຽວກັບເທັກໂນໂນຢີທາງການເງິນຊັ້ນນຳໃນອາຊີຕາເວັນອອກສຽງໃຕ້ ແລະ ໃຫ້ບໍລິການລະບົບການຈ່າຍເງິນແບບບໍ່ໃຊ້ເງິນສົດສຳລັບລູກຄ້າ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/ldb-partners-kiwi-transactions-through-alipay-101455
ຊາວຄ້າຂາຍໄດ້ຮັບຜົນກະທົບຈາກການຈຳກັດການນຳເຂົ້າສິນຄ້າຜ່ານດ່ານຊາຍແດນສູ່ປະເທດຈີນ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວຄ້າຂາຍຢູ່ແຂວງພາກເໜືອຂອງລາວໃນປະຈຸບັນ ມີທາງເລືອກທີ່ໜ້ອຍລົງໃນການນຳສິນຄ້າເຂົ້າສູ່ປະເທດຈີນ ຫຼັງຈາກທີ່ເຈົ້າໜ້າທີ່ຈີນໄດ້ມີການສັ່ງຫ້າມການນຳເຂົ້າສິນຄ້າຢູ່ຕາມດ່ານຊາຍແດນທ້ອງຖິ່ນ.ສິນຄ້າທຸກໆປະເພດ ລວມທັງສິນຄ້າກະເສດ ແມ່ນສາມາດນຳເຂົ້າສູ່ປະເທດຈີນຜ່ານດ່ານຊາຍແດນສາກົນຫຼັກຢູ່ທີ່ເມືອງບໍ່ເຕັນ ແຂວງຫຼວງນ້ຳທາເທົ່ານັ້ນ, ຕາມເຈົ້າໜ້າທີ່ອຸດສາຫະກຳ ແລະ ການຄ້າຂອງລາວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/traders-suffer-after-curb-import-entry-points-china-101193
ຜູ້ນຳ ACMECS ຈະທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ
ຜູ້ນຳປະເທດສະມາຊິກຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ຂອງ, ເອຍະວະດີ, ເຈົ້າພະຍາ (ACMECS) ຈະພົບປະກັນໃນກອງປະຊຸມສຸດຍອດຄັ້ງທີ 8 ຢູ່ບາງກອກ ປະເທດໄທ ໃນວັນທີ 15-16 ມີຖຸນານີ້ ເພື່ອທົບທວນຍຸດທະສາດການຮ່ວມມືດ້ານເສດຖະກິດ. ໃນຂະນະດຽວກັນ ບັນດາຜູ້ນຳຍັງຈະປະຊຸມໃນກອງປະຊຸມສຸດຍອດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 9. ຄະນະຜູ້ແທນຈາກລາວທີ່ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີອ່ານຕໍ່ ...
ວຽງຈັນທາມສ໌
ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ
ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...
ວຽງຈັນທາມສ໌
ວັດສັກສິດທາງພຸດທະສາດສະໜາດຶງດູດຜູ້ມີໃຈໃສສັດທາມາແຂວງອຸດົມໄຊ
ອຸດົມໄຊ ,ລາວ (ວຽງຈັນທາມສ໌/ANN) – ຖ້າມີໂອກາດໄປຢ້ຽມຢາມແຂວງອຸດົມໄຊທາງພາກຕາເວັນຕົກສຽງເໜືອຂອງລາວ, ຢ່າລືມໄປຊົມວັດພະເຈົ້າສິງຄຳ ທີ່ເມືອງຫຼາ ແລະ ໄປໄຫວ້ບູຊາພະເຈົ້າສິງຄຳອົງສັກສິດ. ວັດດັ່ງກ່າວແມ່ນສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ມີຊື່ສຽງຂອງເມືອງຫຼາ ແລະ ເປັນບ່ອນສະຖິດຂອງພະພຸດທະຮູບພະເຈົ້າສິງຄຳ ທີ່ເຊື່ອກັນວ່າມີຄວາມສັດສິດ.ອ່ານຕໍ່ ...
ວິສິດ ເທບພະລັດ
ນັກອຸຕຸນິຍົມຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດ
ເຈົ້າໜ້າທີ່ອຸຕຸນິຍົມຈາກລາວ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລື ແລະ ຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງ.ເຂົ້າຮ່ວມໃນກອງປະຊຸມຝຶກອົບຮົມກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງສາກົນ ເຊິ່ງຈັດໂດຍກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ຄຳມະນີ ຄູນພົນ ຫົວໜ້າກົມ, ທ່ານ ປາໂບລ ອິມບາກ ຜູ້ຕາງໜ້າ CIAT ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ FAO ປະຈຳລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລັດຖະບານ ແລະ ຄູ່ຮ່ວມພັດທະນາກຽມຫາລືການຟື້ນຟູໄພພິບັດໃນກອງປະຊຸມໂຕະມົນປະຈຳປີ
(ຂປລ) ກອງປະຊຸມໂຕະມົນ, ກອງປະຊຸມໃຫຍ່ເພື່ອຫາລືກ່ຽວກັບນະໂຍບາຍ ແລະ ການຮ່ວມມືດ້ານການພັດທະນາຂອງ ສປປ ລາວ, ຈະຈັດຂຶ້ນທີ່ນະຄອນວຽງຈັນໃນວັນທີ 4-5 ທັນວານີ້.ກອງປະຊຸມໂຕະມົນແມ່ນນຳໂດຍກະຊວງແຜນການ ແລະ ການລົງທຶນ, ທັງລວມເອົາອົງການຈັດຕັ້ງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອລາຍງານຄວາມຄືບໜ້າ ແລະ ຫາລືກ່ຽວກັບວິທີການໃນການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືດ້ານການພັດທະນາຂອງ ສປປ ລາວ.ອ່ານຕໍ່ ...
ຂປລ
ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ
ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ການລົງທຶນໃນການທ່ອງທ່ຽວແບບອະນຸລັກທີ່ແຂວງສະຫວັນນະເຂດ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຄວາມທຸກຍາກ
(ຂປລ) ສປປ ລາວ ມີການພັດທະນາຢ່າງວ່່ອງໄວໃນຊ່ວງທົດສະວັດທີ່ຜ່ານມາ, ເຊິ່ງສ່ວນໃຫຍ່ແມ່ນອີງໃສ່ລາຍຮັບຈາກຊັບພະຍາກອນທຳມະຊາດໃນການຂັບເຂື່ອນການຂະຫຍາຍຕົວຂອງເສດຖະກິດ. ລັດຖະບານລາວສົ່ງເສີມການລົງທຶນທີ່ມີຄວາມຮັບຜິດຊອບໃນທົ່ວປະເທດ ເພື່ອຮັບປະກັນວ່າປະຊາຊົນລາວທຸກຖ້ວນໜ້າຈະໄດ້ຮັບຜົນປະໂຫຍດຈາກການລົງທຶນທີ່ມີຄຸນນະພາບ, ທັງສົ່ງເສີມການພັດທະນາສີຂຽວ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ເພື່ອໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8.ອ່ານຕໍ່ ...
ຂປລ
Dams a threat to Mekong
Almost a decade ago, Vietnam was the most vocal neighbour in opposing Laos’ first dam on the Mekong River. Now, it has become a partner in the Lao government’s Luang Prabang dam project — its fifth on the mighty river. This new partnership is worrying, ...
WWF, fisheries dept announce community co-management for aquatic reserves
World Wide Fund for Nature in Laos (WWF-Laos) in cooperation with the Department of Livestock and Fisheries on Wednesday announced community fishery co-management regulations for Xebanghieng River’s 10 fish reservations of Savannakhet province, focusing on protection of threatened aquatic species. The announcement and official launch of ...
Times Reporters
ໝາກໂມລາວໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນຢ່າງເປັນທາງການ
ໜ່ວຍງານຄຸ້ມຄອງພາສີຂອງຈີນ (GAC) ໄດ້ແຈ້ງໃນວັນທີ 4 ກໍລະກົດນີ້ວ່າ ໝາກໂມຈາກລາວໄດ້ຜ່ານການຮັບຮອງດ້ານສຸຂະອະນາໄມພືດ ເຊິ່ງປະຈຸບັນສາມາດນຳເຂົ້າໃນປະເທດຈີນໄດ້ – ເປັນການເພີ່ມແຫຼ່ງນຳເຂົ້າໝາກໂມນອກລະດູແຫ່ງໃໝ່ສຳລັບຈີນ. ໃບຮັບຮອງດ້ານສຸຂະອະນາໄມພືດເພື່ອການນຳເຂົ້າໝາກໂມຈາກລາວສູ່ຈີນ ໄດ້ຮັບການຮັບຮອງໃນເດືອນມິຖຸນາທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມລາວຂອງຄະນະຜູ້ແທນ GAC ເຊິ່ງນຳໂດຍທ່ານຮອງລັດຖະມົນຕີ ຫູ ເຫວີຍ.ໝາກໂມທີ່ຜະລິດໃນຈີນຕາມລະດູປົກກະຕິແມ່ນນັບແຕ່ເດືອນພຶດສະພາຫາເດືອນສິງຫາ. ຜົນຜະລິດຕາມລະດູຕາມປົກກະຕິຈະຂາຍໝົດພາຍໃນເດືອນພະຈິກ ເຖິງວ່າຈະມີການສະໜອງຢ່າງຕໍ່ເນື່ອງຈຳນວນໜຶ່ງຈາກແຂວງທາງພາກໃຕ້ຄື ໄຫໜານ, ຢຸນນານ, ກວາງສີ ແລະ ກວາງຕຸ້ງ. ຜົນຜະລິດນຳເຂົ້ານອກລະດູກໍສາມາດຕອບສະໜອງຊ່ອງຫວ່າງຄວາມຕ້ອງການນອກລະດູໄດ້ດີ.ນອກຈາກປະເທດລາວແລ້ວ ປະເທດທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກໂມໄປຈີນກໍມີ ປະເທດມຽນມາ, ຫວຽດນາມ, ແລະ ມາເລເຊຍ. ຄາດວ່າ 90% ຂອງໝາກໂມທີ່ປູກໃນມຽນມາ ແລະ ຫວຽດນາມ ແມ່ນສົ່ງອອກໄປຈີນ.ອ່ານຕໍ່ ...
Dan Siekman
https://www.producereport.com/article/laotian-watermelons-receive-formal-china-market-access
Damming of the Mekong: Thai Villagers Lament a River in Crisis
Large numbers of people here in the dry northeast region of Thailand bordering Laos and Cambodia, a region known as Isaan, are facing the consequences of changes in the natural rhythms of the Mekong River wrought by the construction in recent years of dams upstream ...
Vijitra Duangdee
Remote communities benefiting from poverty reduction efforts
World Bank and the Swiss Development Cooperation (SDC) recently agreed to provide funds to support Laos in implementing the third phase of a programme involving 350 infrastructure improvement projects. The third phase of the Poverty Reduction Fund (PRF) programme, which is running from 2017-2019, is ...
Beating Malaria in the Greater Mekong Subregion
In Southeast Asia’s Greater Mekong Subregion (GMS), the battle against malaria is advancing at a rapid pace. Between 2012 and 2017, reported malaria cases fell by a staggering 84%, with deaths from the disease down by 93%. In Cambodia, China’s Yunnan Province, the Lao People’s ...
POONAM KHETRAPAL SINGH , SHIN YOUNG-SOO
Thai industrial park developer plumbs expansion on the Mekong
Amata plans Vietnam, Myanmar sites; eyes Laos.Amata Corp. of Thailand plans to develop industrial estates in cheaper neighboring countries along the Mekong River where it is betting manufacturing will pick up.Amata will begin development of two sites in Vietnam and one in Myanmar next year. ...
Nikkei staff
ການກວດຫາເຊື້ອໂຄວິດ-19 ຈະເລິ່ມມີການເກັບຄ່າບໍລິການ
ກະຊວງສາທາລະນະສຸກ ຈະໂຈະການສືບຕໍ່ສະໜອງການກວດຫາເຊື້ອໂຄວິດ-19 ຟຣີ, ປະຊາຊົນລາວ ແລະ ຕ່າງປະເທດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການກວດ ແລະ ການຮັກສາອື່ນໆເອງ. ໂຄງການກວດກາເຊື້ອໂຄວິດ-19 ແມ່ນໄດ້ເລີ່ມໃຫ້ບໍລິການໂດຍບໍ່ເສຍຄ່ານັບແຕ່ການກວດພົບກໍລະນີຕິດເຊື້ອຄົນທຳອິດຢູ່ ສປປ ລາວ ໃນເດືອນມີນາ. ຕໍ່ໄປ, ທຸກໆຄ່າໃຊ້ຈ່າຍໃນການຮັກສາທີ່ຈັດຂື້ນໂດຍລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນ ແມ່ນຈະເລີ່ມມີການເກັບຄ່າໃຊ້ຈ່າຍ, ຊຶ່ງຈຳນວນແມ່ນຂື້ນກັບແຕ່ລະກໍລະນີ. ອ່ານເພິ່ມເຕີມ ...
ຄອນສະຫວັນ ລັດຊະເພົາ
ຊ່ຽວຊານອາຊຽນປະເມີນຄວາມສ່ຽງຕໍ່ເນື່ອງກ່ຽວກັບລະເບີດມິນພາກພື້ນດິນ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາປະເທດອາຊຽນພົບປະກັບຄູ່ຮ່ວມພັດທະນາ ໃນວັນຈັນຜ່ານມາ ເພື່ອຫາລືຜົນກະທົບດ້ານມະນຸດສະທຳຂອງລະເບີດມີນຕໍ່ຕ້ານພົນລະເຮືອນ, ບົມບີ ແລະ ວັດຖຸລະເບີດທີ່ຍັງຕົກຄ້າງຈາກສົງຄາມ.ຄະນະກຳມະການອົງການກາແດງສາກົນ (ICRC) ປະຈຳລາວ ພ້ອມທັງກະຊວງການຕ່າງປະເທດ, ຊ່ຽວຊານຕ່າງປະເທດ, ແລະ ເຈົ້າໜ້າທີ່ລັດຖະບານຈາກລາວ, ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟິລິປິນ, ໄທ, ແລະ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາໄລຍະສອງວັນດັ່ງກ່າວ ທີ່ວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ
ບັນດາປະເທດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຮ່ວມແບ່ງປັນຄວາມຮູ້ກ່ຽວກັບການຄຸ້ມຄອງພົນລະເມືອງ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບວຽກງານຄຸ້ມຄອງພົນລະເມືອງ ຈາກປະເທດລາວ, ຈີນ, ມຽນມາ, ໄທ, ຫວຽດນາມ ແລະ ກຳປູເຈຍ ໄດ້ປະຊຸມກັນທີ່ນະຄອນປາກເຊ ແຂວງຈຳປາສັກ ໃນອາທິດນີ້ ເພື່ອຫາລືກ່ຽວກັບການຂຶ້ນທະບຽນພົນລະເຮືອນ ແລະ ສະຖິຕິທີ່ສຳຄັນ (CRVS).ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສົມສະນິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ແລະ ທ່ານ ສິນ ເສິນ ທີ່ປຶກສາຈາກສະຖານທູດຈີນປະຈຳລາວ ໄດ້ເປັນປະທານຮ່ວມໃນກອງປະຊຸມ ເພື່ອສົ່ງເສີມການສ້າງຄວາມສາມາດໃນຂະແໜງດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວ
ແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫາກຳຊັບສິນທາງປັນຍາ
ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດກອງປະຊຸມສື່ມວນຊົນ ເພື່ອຖະແຫຼງກ່ຽວກັບແຜນການໃນການຈັດງານມະຫາກຳຊັບສິນທາງປັນຍາ 2019 ເຊິ່ງຈະຈັດຂຶ້ນທີ່ແຂວງຈຳປາສັກ ໃນວັນທີ 24-28 ເມສານີ້.ງານດັ່ງກ່າວຈະມີການວາງສະແດງຜະລິດຕະພັນໃນ 162 ບູທ໌ ຈາກປະເທດລາວ ແລະ ບັນດາປະເທດສະມາຊິກອາຊຽນ, ເຊິ່ງແນໃສ່ສ້າງເຄືອຂ່າຍໃຫ້ມີຄວາມເຂັ້ມແຂງ. ໃນຕອນແລງຂອງແຕ່ລະມື້ຈະມີກິດຈະກຳ ຄອນເສີດພ້ອມທັງການສະແດງ ຈາກສິລະປິນທ້ອງຖິ່ນ ແລະ ນັກສະແດງຕ່າງໆ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ