ລັດຖະບານລາວສັນຍາຈະສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານສັນຍາວ່າຈະສືບຕໍ່ຄວາມພະຍາຍາມໃນການຫັນຂັ້ນຕອນການດຳເນີນງານເຂົ້າສູ່ກະແສຫຼັກ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ.ຄຳໝັ້ນດັ່ງກ່າວແມ່ນມີຂຶ້ນໃນການສະຫຼຸບກອງປະຊຸມປະຈຳເດືອນພຶດສະພາຂອງຄະນະລັດຖະບານ ເຊິ່ງສຳເລັດລົງໃນມື້ວານນີ້, ຕາມບົດຂ່າວຕໍ່ສື່ມວນຊົນຂອງສຳນັກງານນາຍົກລັດຖະມົນຕີ.ກອງປະຊຸມໄລຍະສອງວັນດັ່ງກ່າວໄດ້ຮັບຮອງເອົາບົດລາຍງານ ເຊິ່ງທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 2 ກ່ຽວກັບການຍົກລະດັບຂັ້ນຕອນການດຳເນີນງານ ແລະ ກົນໄກການປະສານງານລະຫວ່າງພະແນກການຂອງລັດ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການຮ່ວມມື UN-ລາວມີປົ້າໝາຍແນໃສ່ຄວາມຢູ່ດີກິນດີຂອງປະຊາຊົນ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດ (UN) ໄດ້ຈັດລຳດັບການປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ເປັນສູນກາງຂອງໂຄງການພັດທະນາທັງໝົດທີ່ມີແຜນດຳເນີນໃນລາວໃນຊຸມປີຕໍ່ໜ້າ, ຕາມຄຳເຫັນຂອງຫົວໜ້າອົງການສະຫະປະຊາດຄົນໃໝ່ປະຈຳລາວ.ໃນການສຳພາດຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນຈັນນີ້, ທ່ານ ຊາຣາ ແຊັກເກນເນສ໌ ທີ່ຫາກໍ່ເຂົ້າຮັບຕຳແໜ່ງຜູ້ປະສານງານປະຈຳອົງການສະຫະປະຊາດ ສປປ ລາວໃນເດືອນພຶດສະພາທີ່ຜ່ານມາ ກ່າວວ່າບູລິມະສິດສູງສຸດຂອງ UN ແມ່ນເພື່ອຊ່ວຍເຫຼືອປະເທດສະມາຊິກໃຫ້ບັນລຸວາລະການພັດທະນາປີ 2030 ຂອງ UN ເຊິ່ງມີໃຈຄວາມສຳຄັນວ່າ “ບໍ່ໃຫ້ມີໃຜຖືກປ່ອຍປະລະເລີຍ”. ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/un-lao-partnership-centres-people%E2%80%99s-wellbeing-102811
ໂຄງການທາງລົດໄຟລາວ-ຈີນ ຄືບໜ້າກວ່າກຳນົດການ
ວຽງຈັນ (ວຽງຈັນທາມສ໌/ANN) – ວຽກງານການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບໜ້າກວ່າກຳນົດການ ເຊິ່ງໂຄງການຕາມແຜນແມ່ນຈະໃຫ້ສຳເລັດພາຍໃນ 2021, ຕາມເຈົ້າໜ້າທີ່ການນຳລັດຖະບານ.ທ່ານ ແສງດາຣາ ກິດຕິຍະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ພາຍໃຕ້ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວໃນກອງປະຊຸມຂອງຂະແໜງໂຍທາທິການ ແລະ ຂົນສົ່ງໃນວັນສຸກຜ່ານມາວ່າ ໜ້າວຽກຂອງໂຄງການກໍ່ສ້າງມູນຄ່າ US$5.986 ຕື້ໂດລາດັ່ງກ່າວແມ່ນມີຄວາມຄືບໜ້າກວ່າແຜນການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ສອງອົງການກອງທຶນໂລກສະໜັບສະໜູນການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສອງອົງການກອງທຶນໂລກຮ່ວມມືກັນໃນການສະໜັບສະໜູນລັດຖະບານລາວ ກ່ຽວກັບການຈັດການບັນຫາການການປ່ຽນແປງຂອງສະພາບອາກາດ. ອົງການກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນສະພາບອາກາດສີຂຽວ (GCF) ໄດ້ຖະແຫຼງໃນກອງປະຊຸມຮ່ວມກັບຕາງໜ້າລັດຖະບານໃນອາທິດນີ້ວ່າ ຈະຈັດຕັ້ງພາລະກິດຮ່ວມໃນການຊ່ວຍເຫຼືອລາວເພື່ອຈັດຕັ້ງປະຕິບັດມາດຕະການຮັບມືຕໍ່ການປ່ຽນແປງຂອງສະພາບອາກາດໃຫ້ເກີດດອກອອກຜົນ.ອ່ານຕໍ່ ...
ພູທອງ ສີວົງສາ
ການທ່ອງທ່ຽວທາງພາກເໜືອຂອງລາວຫວັງບັນລຸມາດຕະຖານການທ່ອງທ່ຽວແບບຊຸມຊົນຂອງອາຊຽນ
ໃນອາທິດແລ້ວນີ້ ເຈົ້າໜ້າທີ່ການທ່ອງທ່ຽວທາງພາກເໜືອຂອງລາວ ໄດ້ທຳການສຶກສາມາດຕະຖານການທ່ອງທ່ຽວໂດຍຊຸມຊົນຂອງອາຊຽນ ກ່ຽວກັບສະຖານທີ່ທ່ອງທ່ຽວທີ່ສຳຄັນ.ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບເຈົ້າໜ້າທີ່ພະແນກທ່ອງທ່ຽວແຂວງບໍ່ແກ້ວ, ອຸດົມໄຊ ແລະ ຫຼວງພະບາງ ໄດ້ຮ່ວມບັ້ນຝຶກອົບຮົມກ່ຽວກັບການຕີລາຄາມາດຕະຖານການທ່ອງທ່ຽວແບບຊຸມຊົນຂອງອາຊຽນ ໃນການທ່ອງທ່ຽວຕັ້ງແຄັມຊົມທະນີ ແຂວງບໍ່ແກ້ວ , ນ້ຳກັດຢໍລະປາ ແຂວງອຸດົມໄຊ ແລະ ຕາດກວາງຊີ ແຂວງຫຼວງພະບາງ.ອ່ານຕໍ່ ...
ສຸກນິລັນດອນ ສຸທິວົງນໍລາດ
ກະຊວງຕັ້ງເປົ້າໝາຍໃນການຫຼຸດຄ່າໄຟຟ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງພະລັງງານ ແລະ ບໍ່ແຮ່ກຳລັງພະຍາຍາມຫຼຸດຜ່ອນຄ່າໄຟຟ້າ ເພື່ອໃຫ້ພະລັງງານຖືກລົງສຳລັບປະຊາຊົນ ແລະ ທຸລະກິດທ້ອງຖິ່ນ.ຜູ້ຊົມໃຊ້ໄຟຟ້າໃນລາວຫຼາຍຄົນໄດ້ຕໍ່ວ່າກ່ຽວກັບບິນຄ່າໄຟແພງ. ອັດຕາຄ່າໄຟຂອງລາວແມ່ນຂ້ອນຂ້າງສູງ ຖ້າທຽບກັບປະເທດເພື່ອນບ້ານ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນກອງປະຊຸມປະຈຳໄຕມາດທຳອິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ນະຄອນຫຼວງວຽງຈັນວານນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/ministry-aiming-lower-electricity-prices-laos-97837
ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ມອບເງິນ 3 ຕື້ກີບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງລາວ.ໃນວັນອັງຄານນີ້ ທ່ານ ຈຽວ ເວີຍ ປະທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ເຂົ້າມອບເງິນຊ່ວຍເຫຼືອດັ່ງກ່າວໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/golden-triangle-sez-assists-flood-victims-laos-104462
ລັດຖະບານສະຫຼຸບການສັງເກດການກ່ຽວກັບການຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງດຳເນີນການສ້າງຄວາມຮັບຮູ້ກ່ຽວກັບສິດທິເດັກໃຫ້ແກ່ອຳນາດການປົກຄອງ ໂດຍການຈັດກອງປະຊຸມວິຊາການເພື່ອຫາລືການສະຫຼຸບສັງລວມການສັງເກດການສຳລັບທຸກຂະແໜງການໃນຂັ້ນສູນກາງ ແລະ ແຂວງ ເພື່ອຜັນຂະຫຍາຍແຜນດຳເນີນງານຂອງແຕ່ລະໜ່ວຍງານ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປຶກສາຫາລືກັບຄູ່ຮ່ວມພັດທະນາ ທີ່ວຽງຈັນ ໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບພັນທະການປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກຂອງລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຄວາມເຈັດປວດຂອງແມ່ຍິງລາວສະແດງເຖິງບັນຫາການຄ້າມະນຸດທີ່ເພີ່ມຂຶ້ນ ເນື່ອງຈາກແຮງງານລາວຫວັງປະກອບອາຊີບລາຍໄດ້ສູງຢູ່ໄທ
ການຄ້າມະນຸດຈາກລາວໄປປະເທດເພື່ອບ້ານໄທ ໃນຮູບຂອງຜູ້ອອກແຮງງານທີ່ບໍ່ມີເອກະສານຍັງຄົງເປັນບັນຫາທີ່ເພີ່ມຂຶ້ນ ໂດຍມີນາຍໜ້າຈັດຫາແຮງານຫຼາຍພັນຄົນຂ້າມຊາຍແດນເພື່ອໂອກາດໃນການເຮັດວຽກ ເຊິ່ງມີຫຼາຍກໍລະນີທີ່ຄົນລາວຕ້ອງຕົກຢູ່ໃນສະພາບຖືກທາລຸນນະກຳຈາກນາຍຈ້າງຂອງຕົນ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
ແຜນລົບລ້າງພະຍາດທີ່ກ່ຽວຂອງກັບການນຳໃຊ້ໃຍຫີນທົ່ວປະເທດ
ຕາມການເປີດເຜີຍຂອງພະນັກງານການນຳ, ປະເທດລາວວາງແຜນລົບລ້າງພະຍາດທີ່ກ່ຽວຂ້ອງກັບການນຳໃຊ້ໃຍຫີນທີ່ເກີດໃນກຳມະກອນ ໂດຍການງົດເວັ້ນການນຳໃຊ້ວັດສະດຸທີ່ມີສ່ວນປະກອບຂອງໄຍຫີນ ເພື່ອຢຸດຄວາມສ່ຽງຈາກການສຳຜັດ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວຮ່ວມແບ່ງປັນຄຳເຫັນໃນການໂອ້ລົມກ່ຽວກັບການບໍລິການພົນລະເຮືອນອາຊຽນ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນຈາກກະຊວງພາຍໃນເຂົ້າຮ່ວມກອງປະຊຸມອາຊຽນວານນີ້ທີ່ປະເທດໄທ ວ່າດ້ວຍການຮ່ວມມືລະດັບພາກພື້ນກ່ຽວກັບວຽກງານການບໍລິການພົນລະເຮືອນ.ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມການພັດທະນາການປະເມີນຜົນງານ ແລະ ບໍລິການພົນລະເຮືອນ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລະດັບສູງວ່າດ້ວຍການຮ່ວມມືອາຊຽນກ່ຽວກັບການບໍລິການພົນລະເຮືອນຄັ້ງທີ 20, ເຊິ່ງຈັດຂຶ້ນທີ່ຈັງຫວັດຊຽງໃໝ່ ແຕ່ວັນທີ 22-24 ເມສານີ້.ອ່ານຕໍ່ ...
ໂຕະຂ່າວ
ຍີ່ປຸ່ນຈະຊ່ວຍເຫຼືອລາວໃນການພັດທະນາຊັບພະຍາກອນມະນຸດ
ໂຕກຽວ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອປະເທດລາວ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການບໍລິຫານ ແລະ ການຈັດຕັ້ງສະຖາບັນ, ເຊັ່ນ ການຍົກລະດັບຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານ, ຕາມເວັບໄຊຂອງກະຊວງການຕ່າງປະເທດຍີ່ປຸ່ນ.ຄຳສັນຍາດັ່ງກ່າວໄດ້ມີຂຶ້ນໃນການໂອ້ລົມລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຂອງສອງປະເທດ ທີ່ນະຄອນໂຕກຽວວານນີ້.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/japan-support-laos-human-resource-development-97618
ລາວໄດ້ຮັບໃບຢັ້ງຢືນມໍລະດົກໂລກທົ່ງໄຫຫີນ
ໃນວັນຈັນນີ້ ຄະນະກຳມະການມໍລະດົກໂລກ ຂອງອົງການຢູເນັສ໌ໂກ (UNESCO) ໄດ້ມອບໃບຢັ້ງຢືນການຂຶ້ນທະບຽນມໍລະດົກໂລກທົ່ງໄຫຫີນ ໃຫ້ແກ່ປະເທດລາວ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາລາ ທູດພິເສດຂອງລັດຖະບານລາວ ເປັນຜູ້ຮັບໃບຢັ້ງຢືນດັ່ງກ່າວໃນກອງປະຊຸມລັດຖະມົນຕີວັດທະນະທຳ ໃນຂອບຂອງກອງປະຊຸມໃຫຍ່ UNESCO ສະໄໝທີ 40 ເຊິ່ງຈັດຂຶ້ນທີ່ນະຄອນປາຣີສ, ຝຼັ່ງ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
ຜູ້ປະສົບໄພພິບັດທີ່ລອດຊີວິດຈາກເຂື່ອນ PNPC ໃນລາວຍັງຄົງຜະເຊີນຄວາມຫຍຸ້ງຍາກ
ຜູ້ປະສົບໄພພິບັດທີ່ລອດຊີວິດຈາກໄພພິບັດເຂື່ອນແຕກໃນເດືອນກໍລະກົດ 2018 ເຊິ່ງເປັນໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ສຸດໃນລາວໃນຮອບຫຼາຍທົດສະວັດ ຍັງຄົງຜະເຊີນກັບຄວາມຫຍຸ້ງຍາກທັງດ້ານຮ່າງກາຍ ແລະ ຈິດໃຈ, ຕາມເຈົ້າໜ້າທີ່ບັນເທົາທຸກຊາວເກົາຫຼີໃຕ້.ໄພພິບັດດັ່ງກ່າວເກີດຂຶ້ນຍ້ອນສັນເຂື່ອນຂອງໂຄງການໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ (PNPC) ໄດ້ແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນໃນແຂວງຈຳປາສັກ ແລະ ອັດຕະປື, ສ່ວນອີກຫຼາຍຄົນຍັງຄົງສູນຫາຍ.ອ່ານຕໍ່ ...
Radio Free Asia
ເຄື່ອງມືໃໝ່ ເພື່ອອຳນວຍຄວາມສະດວກ ໃນການຂຶ້ນທະບຽນທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຜູ້ປະກອບການທຸລະກິດໃນລາວ ໂດຍສະເພາະຢູ່ໃນເຈັດແຂວງເປົ້າໝາຍ ທີ່ຕ້ອງການຂຶ້ນທະບຽນທຸລະກິດຂອງຕົນ ຈະໄດ້ຮັບຄວາມສະດວກຍິ່ງຂຶ້ນ ພາຍຫຼັງການຕິດຕັ້ງອຸປະກອນທັນສະໄໝ ຢູ່ສູນຂຶ້ນທະບຽນທຸລະກິດ.ອຸປະກອນດັ່ງກ່າວ ເຊິ່ງມີມູນຄ່າ 680 ລ້ານກວ່າກີບ ໄດ້ມີການສົ່ງມອບໃຫ້ແກ່ ກົມຂຶ້ນທະບຽນ ແລະ ຄຸ້ມຄອງທຸລະກິດ (ERM) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ການຄ້າຊາຍແດນລາວ-ຫວຽດນາມປະກອບສ່ວນສຳຄັນໃນການພັດທະນາ
ຍານພາຫະນາຂົນສົ່ງສິນຄ້າເຂົ້າມາປະເທດລາວຢູ່ເປັນປົກກະຕິ ຈາກທ່າເຮືອແຂວງທັນຮົວ ປະເທດຫວຽດນາມ, ເຊິ່ງຕັ້ງຢູ່ຫ່າງຈາກແຂວງຫົວພັນປະມານ 250 ກິໂລແມັດ. ປະລິມານການຈໍລະຈອນເຂົ້າປະເທດລາວອາດບໍ່ໜາແໜ້ນ ແຕ່ວ່າຢູ່ທີ່ດ່ານຊາຍແດນດັ່ງກ່າວກໍ່ຄັບຄາໄປດ້ວຍລົດຂົນສົ່ງສິນຄ້າເຂົ້າອອກສອງປະເທດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ເຈົ້າໜ້າທີ່ທະນາຄານຮຽນຮູ້ກ່ຽວກັບການຄຸ້ມຄອງຄວາມສ່ຽງທີ່ກ່ຽວຂ້ອງກັບການອະນຸມັດເງິນ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມນັກການທະນາຄານລາວ (LBA) ກຳລັງມີການຍົກລະດັບທັກສະໃຫ້ແກ່ພະນັກງານທະນາຄານທີ່ເປັນສະມາຊິກສະມາຄົມ ໃນການເພີ່ມຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງຄວາມສ່ຽງ ແລະ ການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.ທ່ານ ພູໂຂງ ຈັນທະຈັກ ປະທານ LBA ກ່າວຕໍ່ຜູ້ເຂົ້າຮ່ວມກອງປະຊຸມວິຊາການກ່ຽວກັບບັນຫາເຫຼົ່ານີ້ໃນມື້ວານນີ້ວ່າ ທາງສະມາຄົມໃຫ້ບູລິມະສິດການເສີມຂະຫຍາຍ ແລະ ຍົກລະດັບທັກສະໃຫ້ແກ້ພະນັກງານທະນາຄານທີ່ຮັບຜິດຊອບໃນການປ້ອງກັນການຟອກເງິນ ແລະ ການສະໜັບສະໜູນທາງການເງິນເພື່ອການກໍ່ການຮ້າຍ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
UNDP ຈະສືບຕໍ່ຊ່ວຍເຫຼືອໂຄງການວິທະຍຸຊຸມຊົນລາວ
ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈະສືບຕໍ່ຊ່ວຍເຫຼືອໂຄງການ ເພີ່ມທະວີການມີສ່ວນຮ່ວມຂອງປະຊາຊົນຜ່ານວິທະຍຸຊຸມຊົນ ເຖິງປີ 2021.ໂຄງການຮ່ວມມືດັ່ງກ່າວ ເຊິ່ງເລີ່ມມາແຕ່ປີ 2017 ຈະສືບຕໍ່ດຳເນີນເຖິງປີ 2021 ເຊິ່ງມີມູນຄ່າລວມກວ່າ 25 ຕື້ກີບ (US$3 ລ້ານໂດລາ).ອ່ານຕໍ່ ...
ໜ່ວຍຂ່າວວຽງຈັນທາມສ໌
ເຢຍລະມັນໃຫ້ທຶນຊ່ວຍເຫຼືອທຸລະກິດຂະໜາດນ້ອຍ
ລັດຖະບານເຢຍລະມັນຕົກລົງໃຫ້ທຶນຊ່ວຍເຫຼືອຈຳນວນ 6 ລ້ານຢູໂຣ ສຳລັບໂຄງການແຈກຢາຍການເຂົ້າເຖິງແຫຼ່ງທຶນຂອງລາວ (LAFF) ໄລຍະສອງ ຜ່ານທະນາຄານພັດທະນາເຢຍລະມັນ (KfW) ສຳລັບທຸລະກິດຈຸນລະພາກ ແລະ ທຸລະກິດຂະໜາດນ້ອຍໃນລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການບັງຄັບໃຊ້ກົດໝາຍການລົງທຶນທີ່ບໍ່ເຂັ້ມແຂງເຮັດໃຫ້ທຸລະກິດຂະໜາດໜ້ອຍຂອງຈີນຫຼັ່ງໄຫຼເຂົ້າມາໃນລາວ
ຄວາມຜິດພາດຂອງລັດຖະບານລາວທີ່ບໍ່ສາມາດສ້າງຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດ ເຮັດໃຫ້ທຸລະກິດຈີນຈຳນວນຫຼາຍຫຼີກລ່ຽງການປະຕິບັດຕາມລະບຽບການການລົງທຶນ ແລະ ຫຼົບຫຼີກການຈ່າຍອາກອນ ໃນຂະນະທີ່ດຳເນີນກິດຈະການຮ້ານຄ້າ ແລະ ຮ້ານອາຫານໃນປະເທດລາວ, ຕາມການເປີດເຜີຍຂອງເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...
RFA’s Lao Service