ປະກາດຜົນການສອບເສັ່ງນັກຮຽນເກັ່ງຊັ້ນມັດທະຍົມທົ່ວປະເທດ
ໃນອາທິດແລ້ວນີ້ໄດ້ມີການປະກາດລາຍຊື່ນັກຮຽນເກັ່ງ 8 ຄົນທີ່ໄດ້ຊະນະເລີດໃນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມແຫ່ງຊາດປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ. ນັກຮຽນເກັ່ງຊັ້ນມັດທະຍົມແປດຄົນໃນລະດັບຊັ້ນ ມໍ4 ແລະ ມໍ7 ໄດ້ຮັບວາງວັນຊະນະເລີດຫຼັງຈາກທີ່ສອບເສັງທົ່ວປະເທດໄດ້ຄະແນນສູງສຸດໃນວິຊາວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ລັດຖະບານ: ບຸກບືນເກັບລາຍຮັບໃຫ້ເຕັມເມັດເຕັມໜ່ວຍ ເພື່ອສ້າງບູລິມະສິດໃນການລົງທຶນ
ລັດຖະບານແນະນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການບຸກບືນເພື່ອບັນລຸຕາມເປົ້າໝາຍໃນການສ້າງລາຍຮັບ ເຖິງວ່າຈະມີການຄາດຄະເນວ່າຈະບໍ່ສາມາດເກັບກຳໄດ້ຕາມເປົ້າ. ຄະນະລັດຖະບານໄດ້ສະເໜີຄຳແນະນຳດັ່ງກ່າວໃນກອງປະຊຸມປະຈຳເດືອນຂອງລັດຖະບານສຳລັບເດືອນຕຸລາ ທີ່ສຳເລັດລົງໃນວັນສຸກທີ່ຜ່ານມາທີ່ວຽງຈັນ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ແພດຈີນທຸ່ມເທໃນການປິ່ນປົວຈົນຊະນະໃຈຄົນລາວ
ຫຼວງພະບາງ, ລາວ (ວຽງຈັນທາມສ໌/ANN) – ແພດຈີນທີ່ເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນສາມາດເອົາຊະນະໃຈປະຊາຊົນທ້ອງຖິ່ນ ເນື່ອງຈາດຄວາມທຸ້ມເທໃນການປິ່ນປົວຜູ້ອອກແຮງງານໃນໂຄງການ ທັງປ້ອງກັນການເຈັບປ່ວຍທີ່ອາດເກີດຂຶ້ນ.ດຣ ເສີນ ໝິງ ຝູ ແມ່ນໜຶ່ງໃນທີມແພດທີ່ໃຫ້ການປິ່ນປົວແຮງງານໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງ ເຊິ່ງເປັນສ່ວນໜຶ່ງຂອງໂຄງການທາງລົດໄຟໄລຍະ 414 ກມ.ອ່ານຕໍ່ ...
ໂຕະຂ່າວ
Meta ເປີດຕົວໂຄງການການສຶກສາຄວາມເປັນສ່ວນຕົວແບບປະສົມປະສານ “ໂປຣໄຟລ໌ຂອງເຈົ້າ, ເຮືອນຂອງເຈົ້າ”
ມື້ນີ້ Meta ໄດ້ເປີດຕົວໂຄງການ #ເຮືອນຂອງຂ້ອຍ ຊຶ່ງເປັນປະສົບການແບບປະສົມປະສານ ດ້ານການສຶກສາແບບໃໝ່ທີ່ຊ່ວຍໃຫ້ຜູ້ນຳໃຊ້ສາມາດຮຽນຮູ້ເພີ່ມເຕີມຜ່ານການຫຼິ້ນ ແລະ ສຶກສາຕົນເອງກ່ຽວກັບວິທີຄວບຄຸມການປະກົດຕົວອອນລາຍຂອງເຂົາເຈົ້າຜ່ານການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ການຄວບຄຸມ. ທ່ານ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈຳພາກພື້ນອາຊີປາຊີຟິກ ກ່າວວ່າ “ມັນເປັນສິ່ງສຳຄັນທີ່ທຸກຄົນເຂົ້າໃຈສິ່ງທີ່ເຂົາເຈົ້າແບ່ງປັນຜ່ານທາງອິນເຕີເນັດ ແລະ ພວກເຮົາຢາກຈະສະໜອງວິທີການທີ່ກ່ຽວຂ້ອງໃຫ້ປະຊາຊົນໃນລາວ ໄດ້ຮຽນຮູ້ວິທີຄວບຄຸມໃຫ້ມີຄວາມໂປ່ງໃສ ແລະ ສາມາດຄວບຄຸມຂໍ້ມູນທີ່ເຂົາເຈົ້າແບ່ງປັນນັ້ນໄດ້.”ອ່ານເພິ່ມເຕີີມ ...
ສຳນັກຂ່າວສານປະເທດລາວ
ຄວາມຄືບໜ້າການກໍ່ສ້າງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນການຮ່ວມມືລາວ-ຫວຽດ
ການກໍ່ສ້າງອາຄານໃໝ່ຂອງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນສາຍພົວພັນອ້າຍນ້ອງລະຫວ່າງລາວ ແລະ ຫວຽດນາມ ປະຈຸບັນດຳເນີນສຳເລັດແລ້ວ 25%. “ໂຄງການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າໄປດ້ວຍດີ ແລະ ການກໍ່ສ້າງແມ່ນສຳເລັດແລ້ວ 25% ຫຼັງຈາກທີ່ໄດ້ເລີ່ມລົງມືມາຕັ້ງແຕ່ ເດືອນມິຖຸນາ ປີ 2018. ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີນີ້” ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
ສະຫະລັດສືບຕໍ່ຊຸກຍູ້ການປ້ອງກັນພະຍາດໃນລາວ
ລາວຈະໄດ້ຮັບການສະໜັບສະໜູນຕໍ່ເນື່ອງຈາກສະຫະລັດອາເມລິກາ ໃນການພັດທະນາຂະແໜງສາທາລະນະສຸກ, ໂດຍສະເພາະກ່ຽວກັບບັນຫາສຸກເສີນດ້ານສາທາລະນະສຸກ.ການສະໜັບສະໜູນດັ່ງກ່າວລວມມີໂຄງການຝຶກອົບຮົມສຳລັບເຈົ້າໜ້າທີ່ສາທາລະນະສຸກ ເພື່ອສ້າງຄວາມເຂັ້ມແຂງໃນການປ້ອງກັນ, ກວດກາ, ກຽມພ້ອມ ແລະ ຮັບມືຕໍ່ບັນຫາສຸກເສີນດ້ານສາທາລະນະສຸກຕ່າງໆ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລັດຖະບານພັດທະນາເວັບໄຊໃໝ່ສຳລັບນັກລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ການສ້າງ ແລະ ເປີດຕົວເວັບໄຊ www.ned.gov.la ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ, ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນການເຮັດທຸລະກິດ.ເວັບໄຊດັ່ງກ່າວແມ່ນການລິເລີ່ມຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ERMD) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງມີຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບກົດໝາຍການເງິນຂອງລາວ, ຂັ້ນຕອນການຂຶ້ນທະບຽນທຸລະກິດ ແລະ ຄ່າທຳນຽມໃນການດຳເນີນການ. ນອກນີ້ຍັງໃຫ້ຄຳແນະນຳສຳລັບຜູ້ປະກອບການ ໃນການຄົ້ນຫາຊ່ອງທາງການລົງທຶນທີ່ເໝາະສົມສຳລັບເຂົາເຈົ້າ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ສະມາຄົມເກົາຫຼີບໍລິຈາກອຸປະກອນເພື່ອຊ່ວຍເຫຼືອວຽກງານຫຼຸດຜ່ອນຄວາມທຸກຍາກ
ສະມາຄົມເຜີຍແຜ່ສິລະປະວັດທະນະທຳເກົາຫຼີ ໄດ້ບໍລິຈາກເຄື່ອງນຸ່ງຫົ່ມ, ເກີບ, ໂຕະ, ຕັ່ງ, ລົດໂຮງໝໍ, ລົດດັບເພີງ ແລະ ອຸປະກອນກູ້ໄພຕ່າງໆ ລວມມູນຄ່າກວ່າ 32 ຕື້ກີບ (3,818,000 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອວຽກງານຫຼຸດຜ່ອນຄວາມທຸກຍາກໃນລາວ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ສະຖຽນລະພາບດ້ານເສດຖະກິດມະຫາພາກຂອງ ສປປ ລາວອາດຜະເຊີນກັບຄວາມບໍ່ແນ່ນອນ
(ຂປລ) ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ທີ່ 6.5% ໃນປີ 2018 ຫຼຸດລົງຈາກ 6.9% ໃນປີ 2017, ເຊິ່ງສ່ວນໜຶ່ງແມ່ນຍ້ອນຜົນກະທົບຈາກໄພນ້ຳຖ້ວມຄັ້ງຮ້າຍແຮງເປັນບໍລິເວນກວ້າງໃນປີຜ່ານມາ.ຂະແໜງການກໍ່ສ້າງພື້ນຖານໂຄງລ່າງ, ການສົ່ງອອກກະແສໄຟຟ້າ ແລະ ການບໍລິການ ແມ່ນຕົວຂັບເຄື່ອນຫຼັກຂອງການຂະຫຍາຍຕົວໃນປີ 2018.ອ່ານຕໍ່ ...
ຂປລ
ລາວ, ສະຫະລາດຊະອານາຈັກຮ່ວມມືຕ້ານການດື້ຢາຂອງເຊື້ອພະຍາດ
ລັດຖະບານລາວ ແລະ ສະຫະລາດຊະອານາຈັກໄດ້ຕົກລົງກັນວານນີ້ໃນການຮ່ວມມືໃນໂຄງການໃໝ່ ເພື່ອສົ່ງເສີມການຕໍ່ສູ້ຕ້ານການດື້ຢາຂອງເຊື້ອພະຍາດໃນລາວ. ການຮ່ວມມືດັ່ງກ່າວຈະຈັດຕັ້ງລະບົບການກວດສອບຄົບວົງຈອນສຳລັບການດື້ຢາຂອງເຊື້ອແບັກທີເຣຍ (AMR) ແລະ ການນຳໃຊ້ຢາຕ້ານເຊື້ອໃນຄົນ ແລະ ສັດ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ສະມາຊິກສະຫະກອນຍັງຄົງຜະເຊີນຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳ
ສະມາຊິກສະຫະກອນຊົນນະບົດຍັງຄົງຜະເຊີນກັບຂໍ້ຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕ່ຳ ເຊິ່ງສ້າງຂໍ້ຈຳກັດໃຫ້ແກ່ເຂົາເຈົ້າໃນການເຂົ້າເຖິງຕະຫຼາດ, ຕາມການລາຍງານຂອງເຈົ້າໜ້າທີ່ກະສິກຳໃນກອງປະຊຸມວິຊາການວານນີ້.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຈົ້າໜ້າລາວທົບທວນເຊື່ອມຊຶມນະໂຍບາຍກ່ຽວກັບການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈາກຂະແໜງແຜນການ ແລະ ການລົງທຶນ, ແລະ ອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມວານນີ້ ເພື່ອເຊື່ອມຊຶມນະໂຍບາຍດ້ານການລົງທຶນ ແລະ ລາຍລະອຽດຂອງກົດໝາຍວ່າດ້ວຍການລົງທຶນ ສະບັບດັດແກ້ປີ 2016.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ.ອ່ານຕໍ່ ...
ໂຕະຂ່າວ
ດຳລັດໃໝ່ໃຫ້ການຫຼຸດຜ່ອນອາກອນສຳລັບນັກລົງທຶນໃນເຂດເສດຖະກິດພິເສດຂອງລາວ
ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບອະນຸຍາດໃຫ້ຫຼຸດຜ່ອນອາກອນຈຳນວນໜຶ່ງ ພາຍໃຕ້ດຳລັດສະບັບດັດແກ້ກ່ຽວກັບເຂດເສດຖະກິດພິເສດ ແລະ ສະເພາະ (SEZs) ເຊິ່ງວາງອອກໂດຍລັດຖະບານ. ດຳລັດໃໝ່ສະບັບນີ້ໄດ້ເນັ້ນນະໂຍບາຍຂອງລັດຖະບານກ່ຽວກັບການພັດທະນາເຂດເສດຖະກິດພິເສດ, ຄວາມຕ້ອງການໃນການຈັດຕັ້ງ , ນະໂຍບາຍສຳລັບນັກທົງທຶນ, ການຂົນສົ່ງແບບຄົບວົງຈອນ ແລະ ພັນທະຂອງນັກພັດທະນາໃນການຝຶກອົບຮົມ ແລະ ຈ້າງງານແຮງງານລາວ.ອ່ານຕໍ່ ...
ສົມສັກ ພົງຂາວ
ຊຸກຍູ້ໃຫ້ລາວແກ້ໄຂບັນຫາຜົນກະທົບຂອງການສ້າງເຂື່ອນ
ກຳປູເຈຍ, ໄທ, ແລະ ຫວຽດນາມໄດ້ຊຸກຍູ້ໃຫ້ປະເທດສະມາຊິກຮ່ວມຄະນະກຳມາທິການແມ່ນ້ຳ (MRC) ຂອງຄືລາວ ແກ້ໄຂບັນຫາກ່ຽວກັບຜົນກະທົບຕໍ່ສະພາບແວດລ້ອມ ແລະ ຂ້າມຊາຍແດນ ພາຍຫຼັງການປຶກສາຫາລືກ່ຽວກັບໂຄງການເຂື່ອນໄຟຟ້າປາກລາຍ.ໃນວັນພະຫັດທີ່ຜ່ານມາ, ປະເທດສະມາຊິກ MRC ໄດ້ຕົກຂໍ້ຖະແຫຼງການຂອງໂຄງການ ພາຍຫຼັງສະຫຼຸບຂະບວນການປຶກສາຫາລືລ່ວງໜ້າໄລຍະຫົກເດືອນ.ອ່ານຕໍ່ ...
Pech Sotheary / Khmer Times
ນັກວິໄຈຊີ້: ເສັ້ນທາງລົດໄຟລາວ-ຈີນ ຈະເປີດກວ້າງການສ້າງເຂດເສດຖະກິດພິເສດ
ອົງການຄົ້ນຄວ້າເສດຖະກິດອັນດັບຕົ້ນຂອງລັດຖະບານແນະນຳ ການລົງທຶນຄວນສຸມໃສ່ຫຼາຍຂົງເຂດ ເຊິ່ງເນັ້ນການໃຊ້ປະໂຫຍດ ແລະ ສ້າງປະໂຫຍດສູງສຸດຈາກເສັ້ນທາງລົດໄຟ ລາວ-ຈີນ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NERI) ສະເໜີໃນການສຳຫຼວດຫຼ້າສຸດທີ່ມີການເຜີຍແຜ່ຫວ່າງມໍ່ໆມານີ້ວ່າ ມັນມີຄວາມເປັນໄປໄດ້ທີ່ຈະສ້າງເຂດເສດຖະກິດພິເສດ (SEZs) ລຽບຕາມສາຍທາງລົດໄຟຄວາມໄວສູງໄລຍະ 407 ກມ, ໂດຍສຸມໃສ່ການຂະຫຍາຍເຂດອຸດສາຫະກຳ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວມຸ່ງໝັ້ນໃນການສ້າງເຂື່ອນໄຟຟ້ານ້ຳຂອງໃຫ້ເປັນໂຄງການແບບຍືນຍົງ
ເຈົ້າໜ້າທີ່ລະດັບສູງກ່າວໃນກອງປະຊຸມຫາລືລະດັບພາກພື້ນວ່າ ລັດຖະບານລາວມີເຈດຈຳນົງອັນແຮງກ້າໃນການສ້າງໂຄງການພະລັງງານໄຟຟ້ານ້ຳຕົກໃນແມ່ນ້ຳຂອງໃນຮູບລັກສະນະທີ່ຍືນຍົງ ທັງສະແດງຄວາມຫວັງວ່າຜູ້ມີສ່ວນຮ່ວມທຸກພາກສ່ວນຈະສະໜັບສະໜູນຄວາມມຸ່ງໝັ້ນຂອງລາວໃນການຜະລິດກະແສໄຟຟ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ອຳນາດການປົກຄອງແຈ້ງຍຸດທະສາດເພື່ອປ້ອງກັນໄຟປ່າ
ລັດຖະບານແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງການເກີດໄຟປ່າເນື່ອງຈາກອຸນຫະພູມຮ້ອນຂຶ້ນ ແລະ ປ່າໄມ້ກໍມີລັກສະນະແຫ້ງແລ້ງ.ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຮັບຜິດຊອບວຽກງານການຄຸ້ມຄອງໄຟປ່າ ໄດ້ອອກແຈ້ງການຫວ່າງໝໍ່ໆມານີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນຕາມຂັ້ນຕອນເພື່ອປ້ອງກັນການເກີດໄຟປ່າໃນລະດູແລ້ງນີ້.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ຂະແໜງການບໍລິການຮຽກຮ້ອງໃຫ້ຫຼຸດຄ່າໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຮຽກຮ້ອງໃຫ້ລັດຖະບານຫຼຸດຜ່ອນຄ່າໄຟຟ້າສຳລັບຂະແໜງການບໍລິການ ເນື່ອງຈາກອັດຕາຄ່າໄຟຂອງຂະແໜງສູງກວ່າຂະແໜງການອຸດສາຫະກຳ ແລະ ການຄ້າຫຼາຍເທົ່າ.ຂະແໜງການບໍລິການຕ້ອງຈ່າຍຄ່າໄຟຫຼາຍກວ່າ 1,000 ກີບຕໍ່ກະແສໄຟຟ້າ 1,000 ກິໂລວັດໂມງ, ໃນຂະນະທີ່ຂະແໜງອຸດສາຫະກຳ ແລະ ການຄ້າແມ່ນຈ່າຍພຽງ 700 ກີບ, ຕາງໜ້າສະມາຄົມເປີດເຜີຍໃນກອງປະຊຸມລະຫວ່າງຂະແໜງການລັດ ແລະ ເອກະຊົນ ທີ່ນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-service-sector-wants-electricity-price-reduction-104889
ການພັດທະນາການແຈ້ງຂ່າວສານໄພພິບັດ
(ຂປລ) ວັນທີ 13 ຕຸລາຂອງແຕ່ລະປີ ແມ່ນວັນສາກົນເພື່ອການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ວັນຄຸ້ມຄອງໄພພິບັດອາຊຽນ.ໃນ ສປປ ລາວ – ຕໍ່ກັບຜົນກະທົບຈາກພະຍຸເຂດຮ້ອນ ສົນຕິນ ແລະ ເບບິນກາ ແລະ ໄພນ້ຳຖ້ວມໃນທຸກໆແຂວງທົ່ວປະເທດ – ມື້ນີ້ເປັນໂອກາດອັນດີທິ່ຈະສົ່ງເສີມຄວາມຮູ້ໃຫ້ແກ່ມະຫາຊົນ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ເພື່ອຮັບປະກັນ ແລະ ສົ່ງເສີມການມີສ່ວນຮ່ວມຂອງໝົດທຸກຄົນ. ຄຳຂັວນໃນປີນີ້ “ການຫຼຸດຜ່ອນການສູນເສຍທາງດ້ານເສດຖະກິດຈາກໄພພິດ” ແມ່ນມີຄວາມໝາຍຄວາມສຳຄັນກວ່າທຸກໆປີ ແລະ ເປັນລາຍການທີ່ສຳຄັນໃນວາລະການຫາລື ສຳລັບ ສປປ ລາວ.ອ່ານຕໍ່ ...
ຂປລ
ກະຊວງການຄ້າຈະລົງກວດກາຫົວໜ່ວຍທຸລະກິດຕ່າງປະເທດທີ່ບໍ່ມີເອກະສານ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າກຳລັງດຳເນີນການແກ້ໄຂບັນຫາທີ່ບໍລິສັດຕ່າງປະເທດຈຳນວນໜຶ່ງດຳເນີນກິດຈະການໃນລາວ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ໄດ້ລົງນາມຮັບຮອງເອົາຄຳສັ່ງແນະນຳຂອງລັດຖະມົນຕີ ລົງວັນທີ 12 ມິຖຸນາ, ສະເໜີໃຫ້ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງດຳເນີນການໃນເລື່ອງດັ່ງກ່າວໃນເດືອນີ້.ຄຳສັ່ງແນະນຳດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນເວັບໄຊຈົດໝາຍເຫດທາງລັດຖະການໃນວັນທີ 18 ມິຖຸນາ ມອບໝາຍພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງແຕ່ງຕັ້ງເຈົ້າໜ້າທີ່ ເພື່ອລົງກວດກາຫົວໜ່ວຍທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັັນການປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-addressing-undocumented-foreign-businesses-98857