ລັດຖະບານພັດທະນາເວັບໄຊໃໝ່ສຳລັບນັກລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ການສ້າງ ແລະ ເປີດຕົວເວັບໄຊ www.ned.gov.la ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການ, ນັກລົງທຶນ ແລະ ຜູ້ທີ່ມີຄວາມສົນໃຈໃນການເຮັດທຸລະກິດ.

ເວັບໄຊດັ່ງກ່າວແມ່ນການລິເລີ່ມຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ERMD) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ. ເຊິ່ງມີຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບກົດໝາຍການເງິນຂອງລາວ, ຂັ້ນຕອນການຂຶ້ນທະບຽນທຸລະກິດ ແລະ ຄ່າທຳນຽມໃນການດຳເນີນການ. ນອກນີ້​ຍັງໃຫ້ຄຳແນະນຳສຳລັບຜູ້ປະກອບການ ໃນການຄົ້ນຫາຊ່ອງທາງການລົງທຶນທີ່ເໝາະສົມສຳລັບເຂົາເຈົ້າ.

ອ່ານຕໍ່…

ສຸກສະໄໝ ບູລົມ