Meta ເປີດຕົວໂຄງການການສຶກສາຄວາມເປັນສ່ວນຕົວແບບປະສົມປະສານ “ໂປຣໄຟລ໌ຂອງເຈົ້າ, ເຮືອນຂອງເຈົ້າ”

ມື້ນີ້ Meta ໄດ້ເປີດຕົວໂຄງການ  #ເຮືອນຂອງຂ້ອຍ ຊຶ່ງເປັນປະສົບການແບບປະສົມປະສານ ດ້ານການສຶກສາແບບໃໝ່ທີ່ຊ່ວຍໃຫ້ຜູ້ນຳໃຊ້ສາມາດຮຽນຮູ້ເພີ່ມເຕີມຜ່ານການຫຼິ້ນ ແລະ ສຶກສາຕົນເອງກ່ຽວກັບວິທີຄວບຄຸມການປະກົດຕົວອອນລາຍຂອງເຂົາເຈົ້າຜ່ານການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ການຄວບຄຸມ. ທ່ານ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈຳພາກພື້ນອາຊີປາຊີຟິກ ກ່າວວ່າ “ມັນເປັນສິ່ງສຳຄັນທີ່ທຸກຄົນເຂົ້າໃຈສິ່ງທີ່ເຂົາເຈົ້າແບ່ງປັນຜ່ານທາງອິນເຕີເນັດ ແລະ ພວກເຮົາຢາກຈະສະໜອງວິທີການທີ່ກ່ຽວຂ້ອງໃຫ້ປະຊາຊົນໃນລາວ ໄດ້ຮຽນຮູ້ວິທີຄວບຄຸມໃຫ້ມີຄວາມໂປ່ງໃສ ແລະ ສາມາດຄວບຄຸມຂໍ້ມູນທີ່ເຂົາເຈົ້າແບ່ງປັນນັ້ນໄດ້.”

ອ່ານເພິ່ມເຕີີມ…

ສຳນັກຂ່າວສານປະເທດລາວ