ກະຊວງການຄ້າຈະລົງກວດກາຫົວໜ່ວຍທຸລະກິດຕ່າງປະເທດທີ່ບໍ່ມີເອກະສານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າກຳລັງດຳເນີນການແກ້ໄຂບັນຫາທີ່ບໍລິສັດຕ່າງປະເທດຈຳນວນໜຶ່ງດຳເນີນກິດຈະການໃນລາວ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ໄດ້ລົງນາມຮັບຮອງເອົາຄຳສັ່ງແນະນຳຂອງລັດຖະມົນຕີ ລົງວັນທີ 12 ມິຖຸນາ, ສະເໜີໃຫ້ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງດຳເນີນການໃນເລື່ອງດັ່ງກ່າວໃນເດືອນີ້.

ຄຳສັ່ງແນະນຳດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນເວັບໄຊຈົດໝາຍເຫດທາງລັດຖະການໃນວັນທີ 18 ມິຖຸນາ ມອບໝາຍພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ເມືອງແຕ່ງຕັ້ງເຈົ້າໜ້າທີ່ ເພື່ອລົງກວດກາຫົວໜ່ວຍທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັັນການປະຕິບັດໃຫ້ສອດຄ່ອງຕາມລະບຽບກົດໝາຍ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/lao-commerce-ministry-addressing-undocumented-foreign-businesses-98857