ວຽງຈັນທາມສ໌

ການຈັດຕັ້ງສະຖານທີ່ປ່ອນບັດສຳລັບພົນລະເມືອງລາວຢູ່ຕ່າງປະເທດ

ສະຖານທີ່ບ່ອນບັດຈະຖືກຈັດຕັ້ງຂື້ນເພື່ອອຳນວຍຄວາມສະດວກໃຫ້ພົນລະເມືອງລາວທີ່ອາໃສຢູ່ຕ່າງປະເທດ ເພື່ອລົງເລືອກຕັ້ງຕໍ່ຄະນະສະມາຊິກສະພາແຫ່ງຊາດຊຸດໃໝ່ ຊຶ່ງວັນເລືອກຕັ້ງຈະມີຂື້ນໃນວັນທີ 21​ ກຸມພາ. ພົນລະເມືອງລາວ ສາມາດປ່ອນບັດຢູ່ບັນດາສະຖານທູດ ແລະ ກົງສູນຂອງປະເທດຕົນຢູ່ຕ່າງປະເທດ ຢູ່ສະຖານທີ່ໄດ້ກຽມໄວ້. ບັນດາສະຖານທູດລາວ ໄດ້ຖືກແນະນຳໃນການເປັນສ່ວນໜຶ່ງໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ຊຶື່ງອີງຕາມສະຖານະການທ້ອງຖິ່ນນັ້ນ. ສືບຕໍ່ອ່ານ   ...

ສົມສັກ ປ້ອງຂາວ

ໂຄງການລ້ຽງອາຫານເດັກນ້ອຍຂະຫຍາຍການສະໜັບສະໜູນແກ່ໂຮງຮຽນປະຖົມ

ເດັກນັກຮຽນປະມານ 63,000 ຄົນໄດ້ຖືກກຳນົດໄວ້ໃຫ້ໄດ້ຮັບຜົນປະໂຫຍດຈາກໂຄງການລ້ຽງດູໂຮງຮຽນເພື່ອເສີມຂະຫຍາຍການຮຽນ, ສະໜັບສະໜູນການເຂົ້າເຖິງການສຶກສາ ແລະ ສົ່ງເສີມສຸຂະພາບ ແລະ ໂພສະນາການໃນໂຮງຮຽນ.ໂຄງການດັ່ງກ່າວ ດຳເນີນແຕ່ປີ 2020-2025 ດ້ວຍມູນຄ່າ 232 ຕື້ກີບ (25 ລ້ານໂດລາສະຫະລັດ) ທີ່ໄດ້ຮັບການສະໜັບສະໜູນ ຈາກກະຊວງກະສິກຳສະຫະລັດ ຊຶ່ງຈະຖືກຈັດຕັ້ງປະຕິບັດໂດຍອົງການອາຫານໂລກ (WFP) ຮ່ວມກັບ ກະຊວງສຶກສາທິການແລະກິລາ.​​​​​​ສືບຕໍ່ອ່ານ   ...

ແກ້ວວິຄອນ ບຸນວິເສດ

ການລັກລອບຕັດໄມ້ຍັງເປັນບັນຫາເຖິງແມ່ນວ່າຈະມີຄຳສັ່ງຂອງນາຍົກລັດຖະມົນຕີ

ເຖິງວ່າມີຄຳສັ່ງຂອງນາຍົກລັດຖະມົນຕີ ທີ່ພົວພັນກັບການຄວບຄຸມອຸດສາຫະກຳໄມ້ໄດ້ກາຍເປັນສິ່ງບັງຄັບໃຊ້ໄດ້ຢ່າງເຄັ່ງຄັດ, ແຕ່ການລັກລອບຕັດໄມ້ຍັງສືບຕໍ່ເປັນບັນຫາຕ້ອງເອົາໃຈໃສ່ ເຖິງແມ່ນຈະຫຼຸດລົງໃນປີຜ່ານມາຢູ່. ໃນປີ 2020, ຫຼາຍກ່ວາ 2600 ເມັດກ້ອນຂອງໄມ້ທີ່ຖືກຂຸດຄົ້ນແບບຜິດກົດໝາຍ ແລະ 290 ໂຕນຂອງໄມ້ທີ່ຜິດກົດໝາຍແລະຖືກຍຶດ ໂດຍອີງຕາມການລາຍງານຈາກອົງການສືບສວນສອບສວນ. ອ່ານຕໍ່   ...

ສົມສັກ ພົງຂາວ

ລັດຖະບານຍົກລະດັບການຄວບຄຸມຊາຍແດນເພື່ອປ້ອງກັນການແຜ່ລາມຂອງພະຍາດໂຄວິດ-19

ລັດຖະບານໄດ້ສືບຕໍ່ຄວບຄຸມຊາຍແດນ ເພື່ອປ້ອງກັນການເຂົ້ມເມືອງຂອງປະຊາຊົນແບບຜິດກົດໝາຍ ແລະ ຫຼີກລ່ຽງການກວດສອບທີ່ເພິ່ມການແຜ່ກະຈາຍຂອງພະຍາດໂຄວິດ-19 ຕາມການຖະແຫຼ່ງຂ່າວຂອງ ຄະນະສະເພາະກິດເພື່ອກວດແລະຄວບຄຸມເຊື້ອໂຄວິດ. ການເຄື່ອນໄຫວດັ່ງກ່າວ ເປັນໜຶ່ງຂອງມາດຕະການເລັ່ງລັດທີ່ມີກຳນົດຈົນຮອດວັນທີ 28 ກຸມພາ 2021 ເພື່ອສາມາດກວດກາຫາເຊື້ອພະຍາດໄດ້. ການປ້ອງກັນເຊື້ອພະຍາດ ແລະ ມາດຕະການຕ່າງໆ ແມ່ນໄດ້ຖືກສ້າງຂື້ນຢ່າງຕໍ່ເນື່ອງໂດຍລັດຖະບານທຸກໆເດືອນ. ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ສປປ ລາວ ຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ

ລັດຖະບານຄາດຫວັງມີລາຍຮັບຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ ພາຍຫຼັງການເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ. ທ່ານ ຄຳແສນ ອຸ່ນຄຳ, ຮອງຫົວໜ້າກົມປ່າໄມ້ກ່າວໃນວັນພະຫັດວ່າ ລັດຖະບານໄດ້ເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ ໃນການຂາຍສິນເຊື່ອຄາບອນຈາກພື້ນທີ່ປ່າທີ່ໄດ້ທຳການອອກແບບໄວ້ສະເພາະ ຢູ່ທີ່ບັນດາ 6 ແຂວງທາງພາກເໜືອຂອງລາວເຊັ່ນ: ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ບໍແກ້ວ ແລະ ໄຊຍະບູລີ. ສືບຕໍ່ອ່ານ .  ...

ຜູ້ສື່ຂ່າວທາມສ໌

ລາຍໄດ້ຂອງການບິນລາວຫຼຸດລົງ 70 ສ່ວນຮ້ອຍໃນປີ 2020

ລາຍໄດ້ຂອງການບິນລາວ ຫຼຸດລົງ 70 ສ່ວນຮ້ອຍທຽບໃສ່ປີທີ່ຜ່ານມາ 2019 ບວກກັບຈຳນວນຜູ້ໂດຍສານທີ່ລົດລົງເນື່ອງຈາກພະຍາດລະບາດໂຄວິດ-19. ຕົວເລກດັ່ງກ່າວໄດ້ຖືກລາຍງານໃນກອງປະຊຸມບັນດາຜູ້ຕາງໜ້າ ແລະ ຄູ່ຮ່ວມມືຂອງການບິນລາວ. ກອງປະຊຸມໄດ້ຈັດຂື້ນເພື່ອພະນັກງານການບິນລາວ ແລະ ຕົວແທນຈຳໜ່າຍຕ່າງໆ ເພື່ອປຶກສາຫາລືວິທີທາງພັດທະນາການບໍລິການ ເພື່ອດຶງດູດລູກຄ້າໃນອະນາຄົດ.​ອ່ານຕໍ່  ...

ສຸກສະໄໝ ບູລົມ

ລັດເຊຍສະໜອງວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ

ລັດຖະບານລັດເຊຍໄດ້ສະໜອງວັກຊິນປ້ອງກັນພະຍາດໂຄວິດ-19, ອີງຕາມການລາຍງານຈາກສະຖານທູດລັດເຊຍປະຈຳນະຄອນຫຼວງວຽງຈັນ. ວັກຊິນດັ່ງກ່າວໄດ້ຮັບການພັດທະນາຈາກສູນກາມາເລຍາພະຍາດລະບາດວິທະຍາ ແລະ ຈຸລິນຊີ ຊີວະພາບແຫ່ງຊາດ ຊຶ່ງໄດ້ຮັບປະສິດທິພາບ 91.4 ສ່ວນຮ້ອຍ. ຜ່ານມາໜຶ່ງລ້ານຄົນລັດເຊຍໄດ້ຮັບວັກຊິນແມ່ນບໍ່ມີຜົນຂ້າງຄຽງ. ອ່ານຕໍ່ . ...

ຜູ້ສື່ຂ່າວທາມສ

ໂຮງຮຽນຢູ່ແຂວງຫົວພັນໄດ້ປິດລົງສາເຫດອຸນຫະພູມຕົກຕ່ຳລົງ

ຊັ້ນຮຽນຢູ່ໂຮງຮຽນແຂວງຫົວພັນຈະຖືກໂຈະ ເນື່ອງຈາກອຸນຫະພູມໄດ້ຕ່ຳລົງເຖິງ 0-1C ໃນຕອນເຊົ້າ. ພະແນກສຶກສາທິການ ແລະ ກິລາແຂວງ ໃນວັນຈັນນີ້ໄດ້ປະກາດວ່າ ທຸກໆຫ້ອງຮຽນໃນໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມກໍ່ຈະຖືກໂຈະ ເນື່ອງຈາກອາກາດໜາວ ແຕ່ບັນດາວິທະຍາໄລຈະຍັງຄົງເປີດຕໍ່ໄປ. Keep reading . ...

ແກ້ວວຽງຄອນ ບຸນວິເສດ

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ SysmatiK ຄູ່ຮ່ວມມືດ້ານໄອທີ ຍົກລະດັບສູນບໍລິການ, ແອັບພີເຄຊັນເທິງມືຖື

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດໄອທີ Sysmatik IT ຈຳກັດ ໄດ້ຮ່ວມກັນຍົກລະດັບລະບົບສູນບໍລິການດ້ວຍເລກໝາຍ 1199 ແລະ ແອັບພີເຄຊັນເທິງມືຂອງ EDL, ຊຶ່ງອຳນວຍໃຫ້ມວນຊົນສະໜອງການແຈ້ງເຕືອນສຸກເສີນກ່ຽວກັບຄວາມບົກພ່ອງຕ່າງໆທີ່ກ່ຽວກັບລະບົບໄຟຟ້າ, ການບໍລິການຂອງ EDL ແລະ ບັນຫາອື່ນໆ. ອ່ານຕໍ່ ...

ຜູ້ສື່ຂ່າວທາມສ໌

ເຈົ້າໜ້າທີ່ເລັ່ງຕິດຕາມກວດກາຊາຍແດນລາວ - ໄທເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ

ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮຽກຮ້ອງໃຫ້ຕິດຕາມກວດກາຊາຍແດນ ເພື່ອປ້ອງກັນປະຊາຊົນທີ່ຂ້າມແດນຢ່າງຜິດກົດໝາຍຈາກປະເທດໄທ ແລະ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໃນປະເທດໄທ. ໃນທ່າມກາງການເພິ່ມຂື້ນຂອງກໍລະນີຕິດເຊື້ອໂຄວິດ 19 ຢູ່ປະເທດໄທ ໄດ້ເຮັດໃຫ້ແຮງງານລາວ ກັບຄືນປະເທດ, ທັງໃນທາງຖືກກົດໝາຍ ແລະ ຜິດກົດໝາຍ, ສະນັ້ນ ຈຶ່ງເປັນບັນຫາທີ່ສປປ ລາວໃຫ້ຄວາມເອົາໃຈໃສ່ລະວັງຄື້ນລູກທີ່ສອງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວອີກຄັ້ງ – ຕາມການລາຍງານຢ່າງເປັນທາງການຂອງຄະນະສະເພາະກິດເພື່ອຕ້ານໂຄວິດ19. ອ່ານຕໍ່   ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

V5jXt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!