ວຽງຈັນທາມສ໌

ລັດຖະບານວາງແຜນທີ່ຈະຫຼຸດຜ່ອນຜົນກະທົບຂອງພະຍາດລະບາດ

ບັນຫາເສດຖະກິດ, ໂດຍສະເພາະທິດທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຢູ່ໃນຄວາມພະຍາຍາມຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນບັນຫາສຳຄັນທີ່ຖືກນຳມາປຶກສາຫາລືໃນກອງປະຊຸມຂອງລັດຖະບານ ຊຶ່ງດຳເນີນຂື້ນໃນວັນພະຫັດທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ. ກອງປະຊຸມດຳເນີນຂື້ນໃນວັນທີ 7-8 ມັງກອນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີການເຂົ້າຮ່ວມຂອງບັນດາຄະນະລັດຖະບານຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ.​ອ່ານຕໍ່  ...

ສົມສັກ ພົງຂາວ

ມະຫາວິທະຍາໄລແຫ່ງຊາດລາວ ເລິ່ມຈັດຕັ້ງດັບປະລິນຍາເອກສາຂາບໍລິຫານການສຶກສາ

ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລິ່ມເປີດໃຫ້ມີລະດັບປະລິນຍາເອກສາຂາບໍລິຫານການສຶກສາ ເພື່ອຝຶກບັນດານັກຮຽນຮູ້ໃຫ້ກາຍເປັນຜູ້ນຳໃນຂະແໜງການ. ແຜນງານດັ່ງກ່າວ ຈະເລິ່ມມີການສິດສອນຢູ່ຄະນະສຶກສາສາດ ໂດຍຄາດໝາຍເພື່ອບັນລຸມາດຕະຖານສາກົນ ແລະ ພາກພື້ນອາຊຽນ.​ ມະຫາວິທະຍາໄລ ຈະຈ້າງເອົານັກວິທະຍາກອນຈາກປະເທດລາວ ແລະ ປະເທດອື່ນ ເພື່ອມາເຜີຍແຜ່ຄວາມຮູ້ຈາກຫຼາກຫຼາຍແຫຼ່ງ ໃຫ້ແກ່ນັກຮຽນ-ນັກສຶກສາ. ອ່ານຕໍ່   ...

ຜູ້ລາຍງານຂ່າວທາມສ໌

ປະຊາຊົນທົ່ວໄປຈະໄດ້ຮັບການກວດ ແລະ ປິ່ນປົ່ວພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ

ການກວດ ແລະ ປິ່ນປົວໂຄວິດ-19 ສຳລັບປະຊາຊົນທີ່ສຳພັດກັບເຊື້ອພະຍາດຈະໄດ້ຮັບການບໍລິການໂດຍບໍ່ເສຍຄ່າ ແຕ່ຄ່າໃຊ້ຈ່າຍຈະໄດ້ດຳເນີນກັບບຸກຄະລາກອນຈາກພາກສ່ວນທຸກລະກິດ. ທ່ານ ຮສຈ.ດຣ.ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນອັງຄານວ່າ: “ຄ່າບໍລິການແລະໃຊ້ຈ່າຍກ່ຽວກັບໂຄວິດ-19 ແມ່ນຈະຖືກເກັບຈາກນັກທຸລະກິດ ແລະ ຕ່າງປະເທດທີ່ອາໃສແລະເຮັດວຽກຢູ່ລາວ”. ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເຄິ່ງທາງ

ລາຍງານຈາກແຂວງຫຼວງພະບາງ: ເຄິ່ງໜ່ຶງຂອງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 240 ກິໂລແມັດ, ລະຫວ່າງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ຊຶ່ງເປັນຂີດໝາຍໃນການກໍ່ສ້າງເສັ້ນທາງລົດໄຟ. ອ່ານຕໍ່ .  ...

ພົມພົງ ລາວອິນ

ການກວດຫາເຊື້ອໂຄວິດ-19 ຈະເລິ່ມມີການເກັບຄ່າບໍລິການ

ກະຊວງສາທາລະນະສຸກ ຈະໂຈະການສືບຕໍ່ສະໜອງການກວດຫາເຊື້ອໂຄວິດ-19 ຟຣີ, ປະຊາຊົນລາວ ແລະ ຕ່າງປະເທດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການກວດ ແລະ ການຮັກສາອື່ນໆເອງ.​ ໂຄງການກວດກາເຊື້ອໂຄວິດ-19 ແມ່ນໄດ້ເລີ່ມໃຫ້ບໍລິການໂດຍບໍ່ເສຍຄ່ານັບແຕ່ການກວດພົບກໍລະນີຕິດເຊື້ອຄົນທຳອິດຢູ່ ສປປ ລາວ ໃນເດືອນມີນາ. ຕໍ່ໄປ, ທຸກໆຄ່າໃຊ້ຈ່າຍໃນການຮັກສາທີ່ຈັດຂື້ນໂດຍລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນ ແມ່ນຈະເລີ່ມມີການເກັບຄ່າໃຊ້ຈ່າຍ, ຊຶ່ງຈຳນວນແມ່ນຂື້ນກັບແຕ່ລະກໍລະນີ. ອ່ານເພິ່ມເຕີມ  ...

ຄອນສະຫວັນ ລັດຊະເພົາ

ຄະນະສະເພາະກິດຮຽກຮ້ອງໃຫ້ມີການປະຕິບັດການທີ່ເຂັ້ມງວດກ່ວາເກົ່າ ຕໍ່ກັບການຄວບຄຸມພະຍາດໂຄວິດ-19

ໃນວັນຈັນ, ຄະນະຊີ້ນຳລະດັບຊາດຮັບຜິດຊອບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໄດ້ ຮຽກຮ້ອງໃຫ້ບັນດາອຳນາດການປົກຄອງ ແລະ ປະຊາຊົນທົ່ວປະເທດ ປະຕິບັດມາດຕະການຢ່າງເຂັ້ມງວດ ເພື່ອຮັບປະກັນຊີວິດການເປັນຢູ່ທີ່ປອດໄພຂອງທຸກຄົນ. ລັດຖະບານໄດ້ເຂົ້າມາມີສ່ວນຮ່ວມຕໍ່ບັນດາມາດຕະການເພື່ອປ້ອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍອີງຕາມຄຳສັ່ງຂອງທ່ານນາຍົກພາຍຫຼັງມີການລາຍງານຜູ້ຕິດເຊື້ອທີ່ເພິ່ມຂື້ນຈາກປະເທດໄທ. ຮຽກຮ້ອງໃຫ້ທຸກໆຄົນຮັກສາໄລຍະຫ່າງ, ລ້າງມືເປັນປະຈຳ, ໃສ່ໜ້າກາກອະນາໄມເວລາຢູ່ທີ່ຊຸມຊົນ ແລະ ເວລາໄອຫຼືຈາມໂດຍເອົາແຂນສອກຮອງຮັບ ຫຼື ເຈ້ຍອະນາໄມ ເພື່ອບໍ່ໃຫ້ເຊື້ອພະຍາດແຜ່ລາມ. ອ່ານຕໍ່   ...

ເພັດໂພໄຊ ແສງປະເສີດ

ຂໍ້ລິເລີ່ມໃນການຫຼຸດຜ່ອນສະພາບພູມິອາກາດໃຫ້ແກ່ຜົນລະປູກ

ຂໍໍ້ລິເລິ່ມທີ່ສົມບູນ ເພື່ອປົກປ້ອງສະພາບພູມມີອາກາດດັ່ງກ່າວນີ້ ໄດ້ປະກອບສ່ວນໃຫ້ແກ່ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ, ອະນຸລັກຊີວະນາໆພັນທີ່ອ່ອນແອ ຊຶ່ງອີງຕາມການລາຍງານ. ກິດຈະກຳດັ່ງກ່າວ ໄດ້ເລີ່ມຂື້ນໃນປີ 2011, ພາຍໃຕ້ໂຄງການ “ການປົກປ້ອງດິນຟ້າອາກາດໂດຍຫຼີກລ່ຽງການຕັດໄມ້ທຳລາຍປ່າ” ຫຼື CliPAD, ຊຶ່ງຈະສີ້ນສຸດໃນປີນີ້, ໂດຍມີເປົ້າໝາຍເພື່ອແກ້ໄຂການສູນເສຍ ແລະ ການເຊື່ອມໂຊມຂອງທຳມະຊາດ ແລະ ປ່າໄມ້. ອ່ານຕໍ່   ...

ຜູ້ສື່ຂ່າວທາມສ໌

ຟຣີວັກຊິກປ້ອງກັນໂຄວິດ-19 ອາດຈະມີຄວາມພ້ອມໃນປີ 2021​

ວັກຊິກປ້ອງກັນໂຄວິດ-19 ຈະພ້ອມສຳລັບຄົນລາວໃນປີໜ້າ ເພື່ອສະໜອງການປ້ອງກັນຂອງພະຍາດລະບາດໃນລະຫວ່າງໄພຂົ່ມຂູ່ຂອງການຕິດເຊື້ອກໍຍັງຄົງມີຢູ່. ອີງຕາມສູນທົດລອງ ແລະ ໂລກລະບາດວິທະຍາແຫ່ງຊາດ, ກະຊວງສາທາລະນະສຸກອາທິດທີ່ຜ່ານມານີ້, ວັກຊິກດັ່ງກ່າວຈະຮັບການຜະລິດຂື້ນໂດຍບັນດາປະເທດເພື່ອນມິດ. Keep reading  ...

ເພັດໂພໄຊ ແສງປະເສີດ

ສວນພຶກສາ ເປັນເຈົ້າພາບຈັດປີໃໝ່ເຜົ່າມົ້ງ

ໃນອາທິດແລ້ວນີ້, ສວນພຶກສາເປັນເຈົ້າພາບຈັດງານສະເຫຼີມສະຫຼອງປີໃໝ່ເຜົ່າມົ້ງ ແລະ ເປັນການສ້າງສິ່ງທີ່ໜ້າສົນໃຈໃນສ່ວນໜຶ່ງຂອງການປຸກລະດົມຂົນຂວຍລາວທ່ຽວລາວ. ງານດັ່ງກ່າວໄດ້ດຳເນີນຂື້ນເປັນເວລາ 3 ວັນ, ນັບແຕ່ ວັນທີ 11-13 ທັນວາ ທີ່ສວນພຶກສາຢູ່ບ້ານດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ອ່ານຕໍ່.  ...

ສຸກສະໄໝ ບູລົມ

ຫວຽດນາມເລັ່ງຊື້ໄຟຟ້າຈາກລາວເພິ່ມຂື້ນ ສາເຫດການຂາດແຄນພະລັງງານ

ຫວຽດນາມມີຄວາມການຊື້ພະລັງງານໄຟຟ້າຈາກລາວເພິ່ມຂື້ນ ເພື່ອຕອບສະໜອງບັນຫາຂາດແຄນພະລັງງານ, ອີງຕາມການລາຍງານຈາກເຈົ້າທີ່ອາວຸໂສ. ທ່ານ ດາວວອນ ພອນແກ້ວ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ວຽງຈັນທາມໃນວັນພຸດທີ່ຜ່ານມາວ່າ: ຫວຽດນາມກຳລັງຊື້ກະແສໄຟຟ້າຈາກໂຮງງານພະລັງງານທີ່ເຮັດຂື້ນໂດຍນັກລົງທຶນລາວ ແລະ ຫວຽດນາມ.ທ່ານກ່າວວ່າ “ນັບແຕ່ປັດຈຸບັນ ຈົນເຖິງປີ 2025, ຫວຽດນາມຈະຊື້ພະລັງງານ 3000 ເມກາວັດ ຈາກລາວ ໃນລາຄາ 6.95 ເຊັນຕໍ່ກິໂລວັດ. ຊຶ່ງຄາດຄະເນວ່າ ຈຳນວນກະແສໄຟຟ້າທີ່ໄດ້ຂາຍໃຫ້ຫວຽດນາມທີ່ຜ່ານມານັ້ນ ຈະເພິ່ມຂື້ນເຖິງ 5,000 ເມກາວັດ ລະຫວ່າງປີ 2026 ແລະ 2030, ຕາມລາຄາທີ່ໄດ້ກຳນົດໃໝ່”.ອ່ານເພິ່ມເຕີມ.  ...

ບັນນາທິການທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

2VhUc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!