ຄະນະສະເພາະກິດຮຽກຮ້ອງໃຫ້ມີການປະຕິບັດການທີ່ເຂັ້ມງວດກ່ວາເກົ່າ ຕໍ່ກັບການຄວບຄຸມພະຍາດໂຄວິດ-19

ໃນວັນຈັນ, ຄະນະຊີ້ນຳລະດັບຊາດຮັບຜິດຊອບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໄດ້ ຮຽກຮ້ອງໃຫ້ບັນດາອຳນາດການປົກຄອງ ແລະ ປະຊາຊົນທົ່ວປະເທດ ປະຕິບັດມາດຕະການຢ່າງເຂັ້ມງວດ ເພື່ອຮັບປະກັນຊີວິດການເປັນຢູ່ທີ່ປອດໄພຂອງທຸກຄົນ. ລັດຖະບານໄດ້ເຂົ້າມາມີສ່ວນຮ່ວມຕໍ່ບັນດາມາດຕະການເພື່ອປ້ອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍອີງຕາມຄຳສັ່ງຂອງທ່ານນາຍົກພາຍຫຼັງມີການລາຍງານຜູ້ຕິດເຊື້ອທີ່ເພິ່ມຂື້ນຈາກປະເທດໄທ. 

ຮຽກຮ້ອງໃຫ້ທຸກໆຄົນຮັກສາໄລຍະຫ່າງ, ລ້າງມືເປັນປະຈຳ, ໃສ່ໜ້າກາກອະນາໄມເວລາຢູ່ທີ່ຊຸມຊົນ ແລະ ເວລາໄອຫຼືຈາມໂດຍເອົາແຂນສອກຮອງຮັບ ຫຼື ເຈ້ຍອະນາໄມ ເພື່ອບໍ່ໃຫ້ເຊື້ອພະຍາດແຜ່ລາມ. 

ອ່ານຕໍ່ … 

ເພັດໂພໄຊ ແສງປະເສີດ