ຫວຽດນາມເລັ່ງຊື້ໄຟຟ້າຈາກລາວເພິ່ມຂື້ນ ສາເຫດການຂາດແຄນພະລັງງານ

ຫວຽດນາມມີຄວາມການຊື້ພະລັງງານໄຟຟ້າຈາກລາວເພິ່ມຂື້ນ ເພື່ອຕອບສະໜອງບັນຫາຂາດແຄນພະລັງງານ, ອີງຕາມການລາຍງານຈາກເຈົ້າທີ່ອາວຸໂສ. 

ທ່ານ ດາວວອນ ພອນແກ້ວ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ວຽງຈັນທາມໃນວັນພຸດທີ່ຜ່ານມາວ່າ: ຫວຽດນາມກຳລັງຊື້ກະແສໄຟຟ້າຈາກໂຮງງານພະລັງງານທີ່ເຮັດຂື້ນໂດຍນັກລົງທຶນລາວ ແລະ ຫວຽດນາມ.

ທ່ານກ່າວວ່າ “ນັບແຕ່ປັດຈຸບັນ ຈົນເຖິງປີ 2025, ຫວຽດນາມຈະຊື້ພະລັງງານ 3000 ເມກາວັດ ຈາກລາວ ໃນລາຄາ 6.95 ເຊັນຕໍ່ກິໂລວັດ. ຊຶ່ງຄາດຄະເນວ່າ ຈຳນວນກະແສໄຟຟ້າທີ່ໄດ້ຂາຍໃຫ້ຫວຽດນາມທີ່ຜ່ານມານັ້ນ ຈະເພິ່ມຂື້ນເຖິງ 5,000 ເມກາວັດ ລະຫວ່າງປີ 2026 ແລະ 2030, ຕາມລາຄາທີ່ໄດ້ກຳນົດໃໝ່”.

ອ່ານເພິ່ມເຕີມ…. 

ບັນນາທິການທາມສ໌