ຂປລ-ຂ່າວສານປະເທດລາວ

ທະນາຄານໂລກໃຫ້ທຶນຊ່ວຍເຫຼືອເພີ່ມເຕີມໃນການຟື້ນຟູຈາກໄພພິບັດສຳລັບ ສປປ ລາວ

(ຂປລ) ສອງໂຄງການຂອງທະນາຄານໂລກ, ເຊິ່ງປະຈຸບັນໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຊ່ວຍເຫຼືອພື້ນທີ່ທີ່ປະສົບໄພນ້ຳຖ້ວມ, ຈະໄດ້ຮັບທຶນຊ່ວຍເຫຼືອເພີ່ມເຕີມລວມທັງໝົດ  USD$50 ລ້ານໂດລາ.ທຶນຊ່ວຍເຫຼືອດັ່ງກ່າວຈະສະໜອງຜ່ານການຈັດສັນຊ່ອງເພື່ອທາງຮັບມືກັບວິກິດການ ຈາກສະມາຄົມເພື່ອການພັດທະນາສາກົນ (IDA), ເຊິ່ງເປັນກອງທຶນຂອງກຸ່ມທະນາຄານໂລກ ສຳລັບປະເທດທີ່ຕ້ອງການການຊ່ວຍເຫຼືອທີ່ສຸດ, ເຊິ່ງມີອະນຸມັດໃນວັນທີ 11 ມີນາ ໂດຍຄະນະຜູ້ບໍລິຫານທະນາຄານໂລກ.ອ່ານຕໍ່ ...

ຂປລ

ເສດຖະກິດລາວຍັງຈະຂະຫຍາຍຕົວຢ່າງໝັ້ນຄົງໃນປີ 2019 ແລະ 2020, ຕາມທັດສະນະຂອງ ADB 

(ຂປລ) ໃນປີ 2019 ແລະ 2020,​ ການຂະຫຍາຍຕົວດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຍັງຢູ່ໃນລະດັບ 6.5% ພາຍໃຕ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ພະລັງງານ, ອຸດສາຫະກຳ ແລະ ການບໍລິການ, ທະນາຄານພັດທະນາອາຊີກ່າວໃນບົດລາຍງານສະບັບຫຼ້າສຸດ.ບົດລາຍງານພາບລວມການພັດທະນາໃນອາຊີ (ADO) 2019 ຄາດຄະເນວ່າ ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງ ສປປ ລາວ ຈະຍັງຢູ່ໃນລະດັບ 6.5% ທັງສຳລັບປີ 2019 ແລະ 2020.ການຂະຫຍາຍຕົວຂອງຂະແໜງອຸດສາຫະກຳແມ່ນຄາດວ່າຈະເພີ່ມຂຶ້ນເລັກນ້ອຍເປັນ 8.1% ໃນປີ 2019 ຈາກ 8.0% ໃນປີ 2018, ສ່ວຍໃຫຍ່ແມ່ນຍ້ອນການພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະ ການຂະຫຍາຍການຜະລິດກະແສໄຟຟ້າ.ອ່ານຕໍ່  ...

ຂປລ

ໂຄງການທາງລົດໄຟລາວ-ຈີນ: ເກືອບເຄິ່ງໜຶ່ງຂອງຄອບຄົວທີ່ໄດ້ຮັບຜົນກະທົບໄດ້ຮັບຄ່າຊົດເຊີຍແລ້ວ

(ຂປລ) ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຈ່າຍຄ່າຊົດເຊີຍກວ່າ 76 ຕື້ກີບໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງນ້ຳທາ. ເງິນຈຳນວນດັ່ງກ່າວແມ່ນເທົ່າກັບ 47% ຂອງເງິນຊົດເຊີຍຕາມແຜນ.“ປະຈຸບັນ ເຈົ້າໜ້າທີ່ໄດ້ສຳເລັດການຈ່າຍຄ່າຊົດເຊີຍສຳລັບ 144 ໃນຈຳນວນ 317 ຄອບຄົວ ໃນສີ່ບ້ານຄື ບ້ານບໍ່ເຕັນ, ຕີນຕົກ, ບໍ່ແປກ ແລະ ນາແຕ້ ເຊິ່ງໄດ້ຮັບຜົນກະທົບຈາກໂຄງການ, ” ທ່ານ ທອງແດງ ສິທິຊົນ ຮອງເຈົ້າເມືອງຫຼວງນ້ຳທາກ່າວ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອສຳລັບໂຄງການສູນສຸຂະພາບ ແລະ ການກໍ່ສ້າງລະບົບນ້ຳປະປາ

(ຂປລ) ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າກວ່າ USD 414,000 ໂດລາ ສຳລັບສາມໂຄງການສູນສົ່ງເສີມສຸຂະພາບ ແລະ ສີ່ໂຄງການກໍ່ສ້າງລະບົບສະໜອງນ້ຳປະປາ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ສັນຍາກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 27 ມີນາ ລະຫວ່າງທ່ານ ຄາຊຶຮິໂຣະ ລັດຖະມົນຕີຍີ່ປຸ່ນປະຈຳລາວ, ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງທີ່ເປັນພື້ນທີ່ເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການ.ອ່ານຕໍ່ ...

ຂປລ

ລາວຈະເລີ່ມໃຫ້ບໍລິການຍື່ນວີຊາແບບອອນລາຍໃນເດືອນມິຖຸນານີ້

(ຂປລ) ລັດຖະບານໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດເປັນຜູ້ຈັດຕັ້ງປະຕິບັດໂຄງການ ອີ-ວີຊາ ເພື່ອຊ່ວຍໃຫ້ຊາວຕ່າງປະເທດສາມາດສະໝັກວີຊາເຂົ້າລາວແບບອອນລາຍ.ການບໍລິການ ອີ-ວີຊາຄາດວ່າຈະເລີ່ມມີການດຳເນີນການໃນເດືອນມິຖຸນາປີນີ້ ເພື່ອເຮັດໃຫ້ຂັ້ນຕອນການຍື່ນວີຊາສະດວກສະບາຍຍິ່ງຂຶ້ນສຳລັບຊາວຕ່າງປະເທດທີ່ຕ້ອງການເດີນທາງເຂົ້າມາປະເທດລາວ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ.ອ່ານຕໍ່ ...

ຂປລ

ຍີ່ປຸ່ນບໍລິຈາກລົດສຸກເສີນ, ລົດດັບເພີງໃຫ້ໜ່ວຍກູ້ໄພ 1623 ວຽງຈັນ

(ຂປລ) ລັດຖະບານຍີ່ປຸ່ນມອບການຊ່ວຍເຫຼືອມູນຄ່າ USD 22,195 ໂດລາໃຫ້ແກ່ໜ່ວຍກູ້ໄພ 1623 ວຽງຈັນ, ຜ່ານໂຄງການຊ່ວຍເຫຼືອລ້າເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).ການຊ່ວຍເຫຼືອແມ່ນຢູ່ໃນຮູບຂອງການບໍລິຈາກລົດກູ້ໄພສຸກເສີນ ແລະ ລົດດັບເພີງ.ອ່ານຕໍ່ ...

ຂປລ

ເຈົ້າໜ້າທີ່ລັດສົ່ງເສີມສະໝັກທຶນການຝຶກອົບຮົມຢູ່ປະເທດມາເລຊຍ

(ຂປລ) ສະຖານທູດມາເລເຊຍ ວຽງຈັນ ສປປ ລາວ ສົ່ງເສີມໃຫ້ພະນັກງານລັດສະໝັກທຶນຫຼັກສູດຝຶກອົບຮົມໄລຍະສັ້ນ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການມາເລເຊຍ ຫຼື MTCP.ທຶນຫຼັກສູດຝຶກອົບຮົມທີ່ປະເທດມາເລເຊຍດັ່ງກ່າວ ຈະຊ່ວຍໃຫ້ພະນັງງານລາວໄດ້ຮຽນຮູ້ ແລະ ພັດທະນາທັກສະຜ່ານການຝຶກອົບຮົມໃນຂະແໜງການຕ່າງໆ ເຊັ່ນ ພາສາອັງກິດ, ການຄຸ້ມຄອງພາກລັດ, ການບໍລິຫານຈັດການທີ່ດີ, ການສຶກສາ, ການພັດທະນາແບບຍືນຍົງ, ການກະສິກຳ, ການຫຼຸດຜ່ອນຄວາມທຸກຍາກ ແລະ ອື່ນໆ.ອ່ານຕໍ່ ...

ຂປລ

ການກັກເກັບນ້ຳຢູ່ແຂວງໄຊຍະບູລີ

(ຂປລ) ເປັນໄລຍະເກືອບສີ່ປີແລ້ວ ທີ່ອົງການ UNDP ໄດ້ມີໂຄງການຢູ່ແຂວງໄຊຍະບູລີ ທາງພາກເໜືອຂອງລາວ ເພື່ອຊ່ວຍເຫຼືອຊາວກະສິກອນທີ່ທຸກຍາກໃນການຜະເຊີນໜ້າກັບການປ່ຽນແປງຂອງສະພາບອາກາດ.ໃນເດືອນກຸມພານີ້, ໂຄງການຈະລົງຢ້ຽມຢາມໜຶ່ງໃນບ້ານເປົ້າໝາຍ ເພື່ອສຶກສາວ່າເຂົາເຈົ້າສາມາດຈັດການກັບສະພາບອາກາດທີ່ມີການປ່ຽນແປງໄດ້ຄືແນວໃດນັບແຕ່ດຳເນີນໂຄງການມາ.ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີການຮັບຮອງໃນທົ່ວໂລກໃນປີ 2015, ເຮັດໃຫ້ໂຄງການໃນອົງການ UNDP ລາວ ຍິ່ງເພີ່ມທະວີຄວາມຮັບຜິດຊອບ ເພື່ອຮັບປະກັນວ່າໂຄງການພັດທະນາຕ່າງໆ ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນ ສປປ ລາວ ແບບຊົ່ວຄັ້ງຊົ່ວຄາວ, ແຕ່ຈະເປັນການສ້າງພື້ນຖານທີ່ໝັ້ນຄົງສຳລັບການສ້າງອະນາຄົດທີ່ຍືນຍົງຂອງເຂົາເຈົ້າອີກດ້ວຍ.ອ່ານຕໍ່ ...

ຂປລ

ສະຫວັນນະເຂດ ແລະ ຢູນີເຊັບສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ

(ຂປລ) ເພື່ອແນໃສ່ສົ່ງເສີມການວາງແຜນ, ການປະສານງານ ແລະ ການຕິດຕາມລະດັບແຂວງ ເພື່ອປັບປຸງໝາກຜົນສຳລັບວຽກງານກ່ຽວກັບເດັກນ້ອຍ ໄດ້ມີການຈັດກອງປະຊຸມວິຊາການຂຶ້ນໃນວັນສຸກທີ່ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍກົມການຮ່ວມມືສາກົນ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ແລະ ພະແນກແຜນການ ແລະ ການຮ່ວມມືແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນີເຊັບ ປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ທ່ານນາຍົກທອງລຸນສຳເລັດການຢ້ຽມຢາມປະເທດເຢຍລະມັນ

(ຂປລ) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ເດີນທາງຢ້ຽມຢາມສາທາລະນະລັດ ສະຫະພັນ ເຢຍລະມັນ ຢ່າງເປັນທາງການຕາມການເຊື້ອເຊີນຂອງທ່ານນາງ ອັງເກລາ ແມໂຄ ນາຍົກລັດຖະມົນຕີເຢຍລະມັນ ໃນລະຫວ່າງວັນທີ 12 ແລະ 13 ມີນາ.ການຢ້ຽມຢາມດັ່ງກ່າວເປັນການຢ້ຽມຢາມເຢຍລະມັນຄັ້ງທຳອິດໃນປະຫວັດສາດຂອງຜູ້ນຳລະດັບສູງຂອງ ສປປ ລາວ ແລະ ເປັນນິມິດໝາຍສຳຄັນໃນການສົ່ງເສີມສາຍພົວພັນ ແລະ ການຮ່ວມມືມິດຕະພາບລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ. ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3w5Nf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!