ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອສຳລັບໂຄງການສູນສຸຂະພາບ ແລະ ການກໍ່ສ້າງລະບົບນ້ຳປະປາ

(ຂປລ) ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າກວ່າ USD 414,000 ໂດລາ ສຳລັບສາມໂຄງການສູນສົ່ງເສີມສຸຂະພາບ ແລະ ສີ່ໂຄງການກໍ່ສ້າງລະບົບສະໜອງນ້ຳປະປາ ຜ່ານໂຄງການຊ່ວຍເຫຼືອລ້າເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP).

ສັນຍາກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມທີ່ສະຖານທູດຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 27 ມີນາ ລະຫວ່າງທ່ານ ຄາຊຶຮິໂຣະ ລັດຖະມົນຕີຍີ່ປຸ່ນປະຈຳລາວ, ຕາງໜ້າຈາກກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງທີ່ເປັນພື້ນທີ່ເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການ.

ອ່ານຕໍ່…

ຂປລ