News

ລັດຮຽກຮ້ອງໃຫ້ເຈົ້າຂອງຍານພາຫະນະໄປເສຍອາກອນ ບໍ່ດັ່ງນັ້ນຈະຖືກປັບໄໝ

ເຖິງແມ່ນວ່າລັດຖະບານຈະມີລາຍຮັບເພີ່ມຂຶ້ນຈາກການເກັບອາກອນທາງ, ມີພຽງແຕ່ 30% ຂອງເຈົ້າຂອງຍານພາຫະນະເທົ່ານັ້ນທີ່ເສຍພັນທະອາກອນເຂົ້າງົບປະມານແຫ່ງຊາດ ຕາມການລາຍງານຂອງກະຊວງການເງິນ. ການຂາດດູນດ້ານງົບປະມານເຮັດໃຫ້ລັດຖະບານຕ້ອງດຳເນີນມາດຕະການແຈ້ງຂໍ້ມູນຂ່າວສານໃນແຕ່ລະພາກຂອງປະເທດ ແລະ ຮັດແໜ້ນການຮ່ວມມືລະຫວ່າງບັນດາຂະແໜງການຂອງລັດຖະບານ. ບາດກ້າວດັ່ງກ່າວແມ່ນແນໃສ່ຮັບປະກັນໃຫ້ເຈົ້າຂອງຍານພາຫະນະເຂົ້າໃຈໃນພັນທະຂອງຕົນ ແລະ ຮັບຮູ້ເຖິງຜົນຕາມມາ ຖ້າເຂົາເຈົ້າພະຍາຍາມຫຼີກລ່ຽງການຈ່າຍອາກອນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຢາເສບຕິດເປັນໄພອັນຕະລາຍ, ນາຍົກຢ້ຳເດີນໜ້າປາບປາມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມຄວາມພະຍາຍາມແຫ່ງຊາດຮ່ວມມືເປັນກຸ່ມກ້ອນກັບຊຸມຊົນສາກົນ ເພື່ອຕໍ່ສູ້ຕ້ານການຄ້າຢາເສບຕິດ ແລະ ຫຼຸດຜ່ອນການນຳໃຊ້ສານເສບຕິດ.ອ່ານຕໍ່ ...

ວຽງຈັນທາມສ໌

ຄະນະລັດຖະມົນຕີຖືໂອກາດສັ່ງດຳເນີນການກະຕຸ້ນການຂະຫຍາຍຕົວດ້ານເສດຖະກິດ

ຄະນະລັດຖະມົນຕີແຫ່ງຊາດໄດ້ສັ່ງໃຫ້ກະຊວງ ແລະ ຂະແໜງການຕ່າງໆດຳເນີນການທັນທີໃນການຈັດຕັ້ງປະຕິບັດມາດຕະການ ຕາມທີ່ໄດ້ສະໜີຕໍ່ສະພາແຫ່ງຊາດໃນຕົ້ນເດືອນນີ້ ເພື່ອກະຕຸ້ນເສດຖະກິດ. ອີງຕາມແປດມາດຕະການຕົ້ນຕໍ, ລັດຖະບານຈະສືບຕໍ່ສູ້ຊົນປັນປຸງສະພາບແວດລ້ອມການເຮັດທຸລະກິດທີ່ສະດວກ, ຄວບຄຸມອັດຕາເງິນເເຟີ້ ແລະ ປັບປຸງນະໂຍບາຍເງິນຕາເພື່ອດຶງດູດການລົງທຶນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສະພາຫາລື, ຂະແໜງການບິນແຫ່ງຊາດຕ້ອງເພີ່ມຄວາມໂປ່ງໃສ

ສະມາຊິກສະພາແຫ່ງຊາດໄດ້ສະເໜີສະພາບການໃນຂົງເຂດວຽກງານທຸລະກິດການບິນແຫ່ງຊາດ ໃຫ້ເປີດກວ້າງຕໍ່ສະພາຜ່ານການປະຕິບັດກົດໝາຍວ່າດ້ວຍການບິນພົນລະເຮືອນ. ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພດ້ານການບິນພົນລະເຮືອນ ແລະ ການຄຸ້ມຄອງຫຸ່ນຍົນບິນແມ່ນບັນຫາຫຼັກໃນການຫາລືດ້ານນິຕິບັນຍັດ ກ່ຽວກັບກົດໝາຍວ່າດ້ວຍການບິນພົນລະເຮືອນ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ສະພາແຫ່ງຊາດອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ

(ຂປລ) ໃນວັນທີ 22 ມິຖຸນາທີ່ຜ່ານມາ ສະມາຊິກສະພາແຫ່ງຊາດໄດ້ອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ເພື່ອສົ່ງເສີມການສ້າງເງື່ອນໄຂສະດວກສຳລັບການລົງທຶນ.ອ່ານຕໍ່ ...

ຂປລ

ຮອງນາຍົກຊຸກຍູ້ບໍ່ໃຫ້ມີຂໍ້ບົກພ່ອງໃນໂຄງການທາງລົດໄຟ ລາວ-ຈີນ

(ຂປລ) ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ໄດ້ຊຸກຍູ້ພະນັກງານທະຫານ ແລະ ຕຳຫຼວດ ໃນການຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນບໍ່ໃຫ້ເກີດມີຂໍ້ບົກພ່ອງໃນໂຄງການ.ອ່ານຕໍ່ ...

ຂປລ

ວາງສິລາເລີກສູນຂໍ້ມູນເອກະຊົນແຫ່ງທຳອິດໃນລາວ

ພິທີວາງສິລາເລີກໄດ້ຈັດຂຶ້ນທີ່ບ້ານຫາດຊາຍຂາວໃນມື້ວານນີ້ ເພື່ອເລີ່ມລົງມືກໍ່ສ້າງສູນຂໍ້ມູນລາວດີຊີ, ສູນຂໍ້ມູນເອກະຊົນແຫ່ງທຳອິດທີ່ໄດ້ຮັບການຈົດທະບຽນໃນລາວ. ສູນຂໍ້ມູນລາວດີຊີຈະເປັນສູນຂໍ້ມູນທີ່ໃຫຍ່ທີ່ສຸດໃນລາວອ່ານຕໍ່ ...

ເດິລາວທຽນທາມສ໌

ການລົງທະບຽນສອບເສັງເຂົ້າມະຫາວິທະຍາໄລຈະເປີດອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນເປີດການລົງທະບຽນສອບເສັງເຂົ້າມະຫາວິທະຍາໄລແບບອອນລາຍສຳລັບສົກສຶກສາທີ່ຈະມາເຖິງນີ້ ເພື່ອເຮັດໃຫ້ການລົງທະບຽນເສັງມີຄວາມສະດວກ ແລະ ວ່ອງໄວສຳລັບນັກສຶກສາ. ເຖິງຢ່າງໃດກໍຕາມລະບົບລົງທະບຽນອອນລາຍດັ່ງກ່າວຍັງບໍ່ທັນມີການປະກາດໃຊ້ຢ່າງເປັນທາງການ. ຄະນະຮັບຜິດຊອບຍັງຢູ່ໃນຂັ້ນຕອນພິຈາລະນາລາຍລະອຽດຂອງລະບົບອອນໄລດັ່ງກ່າວ ກ່ອນທີ່ຈະມີການປະກາດໃຊ້ຢ່າງເປັນທາງການໃນໄວໆນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ພະນັກງານການທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວສຳເລັດການຝຶກອົບຮົມຢູ່ຈີນ

ພະນັກງານການທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວຈຳນວນ 30 ຄົນທີ່ໄດ້ສຳເລັດການຝຶກອົບຮົມຢູ່ຈີນໃນອາທິດທີ່ຜ່ານມາ ແມ່ນສ່ວນໜຶ່ງຂອງມາດຕະການເພື່ອຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານ, ຄູ່ພັດທະນາໃກ້ສຳເລັດຂໍ້ຕົກລົງກ່ຽວກັບເຂດເສດຖະກິດພິເສດຄອນພະເພັງ

ລັດຖະບານ ແລະ ນັກລົງທຶນຈີນກຳລັງຈະສຳເລັດລາຍລະອຽດຂໍ້ຕົກລົງການສຳປະທານ ສຳລັບເຂດເສດຖະກິດພິເສດຄອນພະເພັງໃນຕອນໃຕ້ສຸດຂອງແຂວງຈຳປາສັກ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ວຽງຈັນວ່າ ລັດຖະບານຈະລົງນາມຂໍ້ຕົກລົງຮ່ວມກັບຄູ່ພັດທະນາສຳລັບໂຄງການດັ່ງກ່າວເມື່ອເຖິງເວລາທີ່ເໝາະສົມ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BK5SY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!