ລັດຮຽກຮ້ອງໃຫ້ເຈົ້າຂອງຍານພາຫະນະໄປເສຍອາກອນ ບໍ່ດັ່ງນັ້ນຈະຖືກປັບໄໝ

ເຖິງແມ່ນວ່າລັດຖະບານຈະມີລາຍຮັບເພີ່ມຂຶ້ນຈາກການເກັບອາກອນທາງ, ມີພຽງແຕ່ 30% ຂອງເຈົ້າຂອງຍານພາຫະນະເທົ່ານັ້ນທີ່ເສຍພັນທະອາກອນເຂົ້າງົບປະມານແຫ່ງຊາດ ຕາມການລາຍງານຂອງກະຊວງການເງິນ. ການຂາດດູນດ້ານງົບປະມານເຮັດໃຫ້ລັດຖະບານຕ້ອງດຳເນີນມາດຕະການແຈ້ງຂໍ້ມູນຂ່າວສານໃນແຕ່ລະພາກຂອງປະເທດ ແລະ ຮັດແໜ້ນການຮ່ວມມືລະຫວ່າງບັນດາຂະແໜງການຂອງລັດຖະບານ. ບາດກ້າວດັ່ງກ່າວແມ່ນແນໃສ່ຮັບປະກັນໃຫ້ເຈົ້າຂອງຍານພາຫະນະເຂົ້າໃຈໃນພັນທະຂອງຕົນ ແລະ ຮັບຮູ້ເຖິງຜົນຕາມມາ ຖ້າເຂົາເຈົ້າພະຍາຍາມຫຼີກລ່ຽງການຈ່າຍອາກອນ.

ອ່ານຕໍ່…

ສົມສັກ ພົງຂາວ