Women policy and administration

ສິດທິແມ່ຍິງ

ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈຳນວນ 1,000 ກວ່າຄົນ ໄດ້ຮັບການຊ່ວຍເຫຼືອຈາກຕຳຫຼວດແຂວງບໍ່ແກ້ວ

​ໃນ​ການ​ພົບ​ປະ​ໃນ​ວັນ​ຈັນ​ມື້​ນີ້, ທ່ານ​ພົນ​ໂທ ​ໄກສອນ ພົມ​ມະ​ຈັກ, ຮອງ​ຫົວໜ້າ​ກົມ​ຕຳຫຼວດ​ກະຊວງ​ຕຳຫຼວດ ​ໄດ້​ໃຫ້​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ.ທ່ານ ຄານ​ຈັນ ກ່າວ​ເຖິງ​ບັນດາ​ຂະ​ບວນການ​ເພື່ອ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ກຳລັງ​ຕຳຫຼວດ​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ທ່ານ​ຍັງ​ໄດ້​ກ່າວ​ວ່າ, ຄົນ​ງານ 1,255 ຄົນ, ​ໃນ​ນັ້ນ​ມີ​ຜູ້ຍິງ 493 ຄົນ, ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຂູດ​ຮີດ​ທາງເພດ​ທາງ​ການ​ຄ້າ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຈາກ​ການ​ບັງຄັບ​ໃຊ້​ກົດໝາຍ​ໃນ​ເດືອນ​ສິງຫາ.ຍ້ອນ​ມີ​ທີ່​ຕັ້ງ​ພູມ​ສາດ​ກັບ​ມຽນມາ​ທາງ​ພາກ​ເໜືອ​ແລະທາງພາກໃຕ້ຂອງ​ໄທ, ປະເທດລາວ​ຈຶ່ງ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຄ້າ​ມະນຸດ​ຫຼາຍ​ສົມຄວນ, ​ເພາະ​ປະຊາຊົນ​ສາມາດ​ຂ້າມ​ຊາຍ​ແດນ​ໄດ້​ງ່າຍ. ນີ້ແມ່ນສະພາບຄວາມເປັນຈິງໂດຍສະເພາະຢູ່ໃນເຂດສາມຫຼ່ຽມຄໍາທີ່ແຂວງບໍ່ແກ້ວ.ອ່ານເພິ່ມເຕີມ  ...

Phontham Visapra

ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ "ຜິດປະຕູ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.

ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.ອ່ານເພິ່ມເຕີມ ...

ສຳນັກຂ່າວສານປະເທດລາວ

ການເພິ່ມຂື້ນຂອງຂະບວນການຄ້າມະນຸດໃນເພດຍິງໄປປະເທດຈີນທ່າມກາງພະຍາດລະບາດໂຄວິດ-19

ຂະບວນການຄ້າມະນຸດຂອງເພດຍິງຈາກ ປະເທດລາວ ເພື່ອໄປເປັນເມຍຂອງເພດຊາຍຈີນ ຫຼື ໄປເຮັດວຽກໃນອາຊີບຂາຍບໍລິການທາງເພດໄດ້ເພິ່ມຂື້ນ ຍ້ອນຄວາມກົດດັນທາງເສດຖະກິດໃນຊ່ວງພະຍາດລະບາດໂຄວິດ-19.ການຄ້າມະນຸດໂດຍທົ່ວໄປແມ່ນດຳເນີນໂດຍຜ່ານຮູບແບບການເປັນນາຍໜ້າ ທີ່ໄດ້ຊອກຫາໄວໜຸ່ມເພດຍິງ ຫຼື ດ້ວຍການຕົວຍວະໂນ້ມນ້າວພໍ່ແມ່ຂອງເຂົາເຈົ້າ ເພື່ອໃຫ້ລູກສາວເຂົາເຈົ້າແຕ່ງການກັບຊາວຕ່າງຊາດ. ນາຍໜ້າເລິ່ມຕົ້ນຈາກການຊ່ອງຫາຜ່ານທາງເຟສບຸກ ແລະ ດ້ວຍການຍື່ນຄຳໝັ້ນສັນຍາວ່າເງິນຈະຕາມມາພາຍຫຼັງການແຕ່ງງານກັບເພດຊາຍຈີນ. ອ່ານເພິ່ມຕື່ມ  ...

ໄພບູນ ທະນະບົວສີ

ຈັດກອງປະຊຸມຫາລືຫຼາຍພາກສ່ວນ ກ່ຽວກັບການບໍລິການທີ່ຈຳເປັນສຳລັບແມ່ຍິງທີ່ປະສົບເຄະຈາກການໃຊ້ຄວາມຮຸນແຮງ

(ຂປລ) ຊ່ຽວຊານ, ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນໃນອາທິດນີ້ ເພື່ອຫາລືວິທີການໃນການປັບຕົວ ແລະ ນຳໃຊ້ຊຸດບໍລິການທີ່ຈຳເປັນ (Essential Service Package) ເພື່ອເປັນເຄື່ອງມືໃນການໃຫ້ບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ.ສະຫະພັນແມ່ຍິງລາວໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືລະຫວ່າງຜູ້ມີສ່ວນຮ່ວມຫຼາຍພາກສ່ວນກ່ຽວກັບການນຳໃຊ້ ຊຸດບໍລິການທີ່ຈຳເປັນ (Essential Service Package) ເປັນຄັ້ງທຳອິດໃນລະຫວ່າງວັນທີ 8-9 ກໍລະກົດ 2019.ກອງປະຊຸມດັ່ງກ່າວຍັງໄດ້ແນໃສ່ສົ່ງເສີມການປະສານງານ ແລະ ເປັນຊ່ອງທາງອ້າງອີງໃນກຸ່ມຜູ້ໃຫ້ບໍລິການ ເພື່ອປັບປຸງການສະກັດກັ້ນ ແລະ ການຮັບມືກັບການໃຊ້ຄວາມຮຸນແຮງທາງເພດ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46998

ຢູເອັນສົ່ງເສີມການເຜີຍແຜ່ຂ່າວສານເພື່ອສະກັດກັ້ນການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງບ້ານຈະເຜີຍແຜ່ຂ່າວສານກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໂດຍຫວັງວ່າຈະສາມາດປ່ຽນແປງທັດສະນະຄະຕິ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.ປະຊາຊົນໃນພື້ນທີ່ຊົນນະບົດຍັງມີຄວາມຮູ້ໜ້ອຍກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງແມ່ຍິງ ເຮັດໃຫ້ເຂົາເຈົ້າບໍ່ມີການຈັດຕັ້ງປະຕິບັດໃນຊຸມຊົນເທົ່າທີ່ຄວນ ເຮັດໃຫ້ການນຳໃຊ້ຄວາມຮຸນແຮງພາຍຄົວເຮືອນຍັງຄົງສືບຕໍ່ມີຢູ່.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/un-ramps-message-prevention-violence-against-women-99879

ພາກພື້ນແມ່ຂອງຫາລືກ່ຽວກັບຜົນກະທົບຂອງຄວາມເຊື່ອຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ຂອງຄື ລາວ, ກຳປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ ປະຊຸມກັນເພື່ອຮັດແໜ້ດຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງຄວາມເຊື່ອ ແລະ ການປະຕິບັດກ່ຽວກັບເພດ ເພື່ອຕ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ນາຍົກຮຽກຮ້ອງໃຫ້ມີການຮ່ວມມືເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ເດັກຍິງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮອງໃຫ້ທຸກພາກສ່ວນຮ່ວມມືກັນລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທີ່ເຫັນວ່າຍັງຄົງມີຢູ່ໃນສັງຄົມປະຈຸບັນ.ນາຍົກໄດ້ກ່າວໂອວາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລຶບລ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ຄຽງຄູ່ກັບບັນດາປະເທດທົ່ວໂລກ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ກວ່າ 1 ໃນ 20 ຂອງຊາວໜຸ່ມຍິງ ບໍ່ມີໂອກາດເຂົ້າໂຮງຮຽນ

(ຂປລ) ຕາມບົດຄົ້ນຄວ້າຂອງສະຫະປະຊາຊາດ, ຫຼາຍກວ່າ 1 ໃນ 20 ຂອງແມ່ຍິງໜຸ່ມນ້ອຍບໍ່ມີໂອກາດເຂົ້າໂຮງຮຽນ ແລະ 1 ໃນ 5 ຈຳຕ້ອງລາອອກຈາກໂຮງຮຽນ. ໃນການຄົ້ນຄວ້າເຊິ່ງດຳເນີນໂດຍກອງທຶນສະຫະປະຊາຊາດເພື່ອປະຊາກອນ ພົບວ່າເກືອບ 2 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ປີໄດ້ແຕ່ງງານ ແລະ ຫຼາຍກວ່າ 1 ໃນ 10 ຂອງເດັກຍິງອາຍຸແຕ່ 15-19 ໄດ້ເລີ່ມລ້ຽງລູກ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

3EKmn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!