ຈັດກອງປະຊຸມຫາລືຫຼາຍພາກສ່ວນ ກ່ຽວກັບການບໍລິການທີ່ຈຳເປັນສຳລັບແມ່ຍິງທີ່ປະສົບເຄະຈາກການໃຊ້ຄວາມຮຸນແຮງ

(ຂປລ) ຊ່ຽວຊານ, ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ຮ່ວມປະຊຸມທີ່ນະຄອນຫຼວງວຽງຈັນໃນອາທິດນີ້ ເພື່ອຫາລືວິທີການໃນການປັບຕົວ ແລະ ນຳໃຊ້ຊຸດບໍລິການທີ່ຈຳເປັນ (Essential Service Package) ເພື່ອເປັນເຄື່ອງມືໃນການໃຫ້ບໍລິການທີ່ຈຳເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຕົກເປັນເຫຍື່ອຂອງການໃຊ້ຄວາມຮຸນແຮງ.

ສະຫະພັນແມ່ຍິງລາວໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືລະຫວ່າງຜູ້ມີສ່ວນຮ່ວມຫຼາຍພາກສ່ວນກ່ຽວກັບການນຳໃຊ້ ຊຸດບໍລິການທີ່ຈຳເປັນ (Essential Service Package) ເປັນຄັ້ງທຳອິດໃນລະຫວ່າງວັນທີ 8-9 ກໍລະກົດ 2019.

ກອງປະຊຸມດັ່ງກ່າວຍັງໄດ້ແນໃສ່ສົ່ງເສີມການປະສານງານ ແລະ ເປັນຊ່ອງທາງອ້າງອີງໃນກຸ່ມຜູ້ໃຫ້ບໍລິການ ເພື່ອປັບປຸງການສະກັດກັ້ນ ແລະ ການຮັບມືກັບການໃຊ້ຄວາມຮຸນແຮງທາງເພດ.

ອ່ານຕໍ່…

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46998