ນະໂຍບາຍ ແລະ ການຄຸ້ມຄອງຄວາມທຸກຍາກ

ການຫຼຸດຜ່ອນຄວາມທຸກຍາກ

ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...

ຂ່າວສານປະເທດລາວ

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ

ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້   ...

ສຸກສາຄອນ ແວ່ນແກ້ວ

Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.ອ່ານເພິ່ມເຕີມ.  ...

ຜູ້ລາຍງານຂ່າວທາມສ໌

ການຮ່ວມມື UN-ລາວມີປົ້າໝາຍແນໃສ່ຄວາມຢູ່ດີກິນດີຂອງປະຊາຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສະຫະປະຊາຊາດ (UN) ໄດ້ຈັດລຳດັບການປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ເປັນສູນກາງຂອງໂຄງການພັດທະນາທັງໝົດທີ່ມີແຜນດຳເນີນໃນລາວໃນຊຸມປີຕໍ່ໜ້າ, ຕາມຄຳເຫັນຂອງຫົວໜ້າອົງການສະຫະປະຊາດຄົນໃໝ່ປະຈຳລາວ.ໃນການສຳພາດຕໍ່ສຳນັກຂ່າວວຽງຈັນທາມສ໌ໃນວັນຈັນນີ້, ທ່ານ ຊາຣາ ແຊັກເກນເນສ໌ ທີ່ຫາກໍ່ເຂົ້າຮັບຕຳແໜ່ງຜູ້ປະສານງານປະຈຳອົງການສະຫະປະຊາດ ສປປ ລາວໃນເດືອນພຶດສະພາທີ່ຜ່ານມາ ກ່າວວ່າບູລິມະສິດສູງສຸດຂອງ UN ແມ່ນເພື່ອຊ່ວຍເຫຼືອປະເທດສະມາຊິກໃຫ້ບັນລຸວາລະການພັດທະນາປີ 2030 ຂອງ UN ເຊິ່ງມີໃຈຄວາມສຳຄັນວ່າ “ບໍ່ໃຫ້ມີໃຜຖືກປ່ອຍປະລະເລີຍ”. ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/un-lao-partnership-centres-people%E2%80%99s-wellbeing-102811

ນາຍົກຮຽກຮ້ອງໃຫ້ອຳນາດການປົກຄອງແຂວງເຊກອງເລັ່ງມືພາລະກິດຕ້ານຄວາມທຸກຍາກ

ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກ ໂດຍການສອນວິທີການສ້າງລາຍຮັບ, ການສ້າງທຸລະກິດຂະໜາດນ້ອຍ ແລະ ການລົງທຶນເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.ທ່ານນາຍົກ ທອງລຸນ ສີສຸລິດໃຫ້ຄຳໂອວາດໃນກອງປະຊຸມການນຳແຂວງເຊກອງໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໂຄງການຫຼຸດຜ່ອນຄວາມທຸກຍາກມີຄວາມຄືບໜ້າເປັນທີ່ພໍໃຈ

ໂຄງການພັດທະນາທ້ອງຖິ່ນ ເລກທີ ‘LAO/030’ ສາມາດເຂົ້າເຖິງປະຊາຊົນກວ່າ 150 ພັນຄົນໃນສີ່ແຂວງຂອງລາວ ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການລິເລີ່ມເພື່ອການຫຼຸດຜ່ອນຄວາມທຸກຍາກໃນລາວຂອງລັດຖະບານລຸກຊຳບວກ.ຄະນະຮັບຜິດຊອບກວດກາໂຄງການພັດທະນາທ້ອງຖິ່ນສຳລັບແຂວງບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງວຽງຈັນ – ‘LAO/030’ ໄດ້ເປີດເຜີຍຂໍ້ມູນດັ່ງກ່າວໃນກອງປະຊຸມຄັ້ງທີສອງ ໃນມື້ວານນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ຄວາມທຸກຍາກ ແລະ ໄພອຶດຫິວເພີ່ມທະວີຄວາມຮ້າຍແຮງພາຍໃຕ້ສິ່ງທ້າທາຍທັງພາຍໃນ ແລະ ທົ່ວໂລກ

ລັດຖະມົນຕີໄດ້ກ່າວໃນໂອກາດວັນອາຫານໂລກ ແລະ ວັນສາກົນເພື່ອການລົບລ້າງຄວາມທຸກຍາກວ່າ ບັນຫາຍືດເຍື້ອຈຳນວນໜຶ່ງໄດ້ເພີ່ມທະວີຄວາມຮ້າຍແຮງດ້ານຄວາມທຸກຍາກ ແລະ ໄພອຶດຫິວ ໃນບັນດາປະເທດທົ່ວໂລກ ລວມທັງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກແນະນຳສະມາຊິກພັກໃຫ້ເປັນແບບຢ່າງການນຳພາໃນການພັດທະນາຊົນນະບົດ

ນາຍົກລັດຖະມົນຕີສະເໜີໃນທີ່ປະຊຸມວ່າ ສະມາຊິກພັກຕ້ອງນຳພາປະຊາຊົນໃນການຜັນຂະຫຍາຍນະໂຍບາຍສູ່ການປະຕິບັດຕົວຈິງ ສຳລັບການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ. ການຫັນເອົາທິດສະດີໄປສູ່ການປະຕິບັດຕົວຈິງຮຽກຮ້ອງໃຫ້ສະມາຊິກພັກທຳການບຸກບືນ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນທັງຊາດ ເພື່ອຫຼີກລ່ຽງການເວົ້າແຕ່ປາກ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານນຳໃຊ້ງົບປະມານກວ່າ 2.5 ພັນຕື້ກີບໃນການພັດທະນາຊົນນະບົດ

ລັດຖະບານໄດ້ລົງທຶນກວ່າ 2 ພັນຕື້ກີບໃນ 1,600 ​ໂຄງການກ່ຽວກັບການພັດທະນາຊົນນະບົດ ແລະ ການລົບລ້າງຄວາມທຸກຍາກໃນປີ 2016 ແລະ 2017 ຕາມການລາຍງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທີ່ປະຊຸມສະພາແຫ່ງຊາດ.​ ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເຊິ່ງຈັດຂຶ້ນໃນວັນທີ 5-28 ມີຖຸນາ ມີບັນດາສະມາຊິກສະພາແຫ່ງຊາດ ແລະ ຄະນະລັດຖະບານ. ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າລັດຖະບານໄດ້ໃຊ້ງົບປະມານ 2.67 ພັນຕື້ກີບໃນບັນດາໂຄງການເຫຼົ່ານີ້ ເຊິ່ງໃນນັ້ນ 2.38 ພັນຕື້ກີບ ມາຈາກແຫຼ່ງທຶນພາຍໃນປະເທດ ແລະ ອີກ 296 ຕື້ກີບ ແມ່ນມາຈາກການຊ່ວຍເຫຼືອຂອງຕ່າງປະເທດ.  ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VTHhB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!