ລັດຖະບານນຳໃຊ້ງົບປະມານກວ່າ 2.5 ພັນຕື້ກີບໃນການພັດທະນາຊົນນະບົດ

ລັດຖະບານໄດ້ລົງທຶນກວ່າ 2 ພັນຕື້ກີບໃນ 1,600 ​ໂຄງການກ່ຽວກັບການພັດທະນາຊົນນະບົດ ແລະ ການລົບລ້າງຄວາມທຸກຍາກໃນປີ 2016 ແລະ 2017 ຕາມການລາຍງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທີ່ປະຊຸມສະພາແຫ່ງຊາດ.​ ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເຊິ່ງຈັດຂຶ້ນໃນວັນທີ 5-28 ມີຖຸນາ ມີບັນດາສະມາຊິກສະພາແຫ່ງຊາດ ແລະ ຄະນະລັດຖະບານ. ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າລັດຖະບານໄດ້ໃຊ້ງົບປະມານ 2.67 ພັນຕື້ກີບໃນບັນດາໂຄງການເຫຼົ່ານີ້ ເຊິ່ງໃນນັ້ນ 2.38 ພັນຕື້ກີບ ມາຈາກແຫຼ່ງທຶນພາຍໃນປະເທດ ແລະ ອີກ 296 ຕື້ກີບ ແມ່ນມາຈາກການຊ່ວຍເຫຼືອຂອງຕ່າງປະເທດ.  

ອ່ານຕໍ່…

ວຽງຈັນທາມສ໌