ການພັດທະນາດ້ານສັງຄົມ

ການສຶກສາ ແລະ ການຝຶກອົບຮົມ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອກວ່າ US$2.8 ລ້ານໂດລາເພື່ອເປັນຄ່າຮຽນສຳລັບນັກສຶກສາລາວ

ລັດຖະບານຍີ່ປຸ່ນໄດ້ອະນຸມັດທຶນຊ່ວຍເຫຼືອລ້າກວ່າ US$2.8 ລ້ານໂດລາ (ຫຼືເກືອບ 24.9 ຕື້ກີບ) ເພື່ອເປັນທຶນສຳລັບນັກສຶກສາລາວໃນການສຶກສາຮ່ຳຮຽນຢູ່ປະເທດຍີ່ປຸ່ນ ແຕ່ເດືອນກໍລະກົດປີນີ້ ເຖິງເດືອນກັນຍາປີ 2020 ພາຍໃຕ້ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ.ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອດັ່ງກ່າວ ໄດ້ມີການລົງນາມຢູ່ທີ່ກົມການຮ່ວມມືສາກົນພາຍໃຕ້ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ໂຄງການໂຮງຮຽນວິຊາຊີບທາງລົດໄຟລາວກຳລັງວາງແຜນດຳເນີນການ

ວຽງຈັນ (ວຽງຈັນທາມສ໌/ANN) – ເສັ້ນທາງລົດໄຟລາວ-ຈີນຈະສ້າງວຽກຫຼາຍພັນຕຳແໜ່ງສຳລັບຄົນລາວ ເມື່ອໂຄງການເລີ່ມເປີດດຳເນີນການໃນປີ 2021, ຕາມເຈົ້າໜ້າທີ່ການນຳລັດຖະບານ.ລັດຖະບານພວມມີການວາງແຜນສ້າງຕັ້ງວິທະຍາໄລວິຊາຊີບ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານຈີນ ເພື່ອຝຶກອົບຮົມ ແລະ ສະໜອງບຸກຄະລາກອນຊ່ຽວຊານກ່ຽວກັບທາງລົດໄຟສຳລັບໂຄງການດັ່ງກ່າວ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/railway-vocational-school-project-right-track-99525

ສູນຝຶກອົບຮົມແຫ່ງໃໝ່ເພື່ອສົ່ງເສີມການທ່ອງທ່ຽວວັງວຽງ

ເມືອງວັງວຽງ, ແຂວງວຽງຈັນ: — ສູນຝຶກອົບຮົມດ້ານການທ່ອງທ່ຽວ ແລະ ການບໍລິການແຫ່ງໃໝ່ຈະເປີດຫຼັກສູດການສຶກສາວິຊາຊີບຍົກລະດັບໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ.ພິທີວາງສິລາເລີກການກໍ່ສ້າງສູນຝຶກອົບຮົມແຫ່ງໃໝ່ ໄດ້ມີຂຶ້ນທີ່ເດີ່ນວິທະຍາໄລວິຊາຊີບເມືອງວັງວຽງແຂວງວຽງຈັນວານນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ລາວ, ສະຫະລາດຊະອານາຈັກ ຮັດແໜ້ນສາຍພົວພັນດ້ານການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ສະຫະລາດຊະອານາຈັກຕົກລົງສືບຕໍ່ສາຍພົວພັນສອງຝ່າຍ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານການສຶກສາ. ການຮ່ວມມືດັ່ງກ່າວຈະສົ່ງເສີມໃຫ້ລັດຖະບານທັງສອງຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຍົກລະດັບມາດຕະຖານລະບົບການສຶກສາຂອງລາວ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນເປັນລຳດັບ.ລັດຖະບານລາດຊະອານາຈັກຖືເອົາການສຶກສາເປັນຂະແໜງການຫຼັກໃນການຮ່ວມມືແບບສ້າງສັນກັບປະເທດລາວ ນັບຕັ້ງແຕ່ການເປີດສະຖານທູດອັງກິດປະຈຳນະຄອນວຽງຈັນຄືນໃໝ່ໃນປີ 2012.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-uk-strengthen-ties-education-98792

ເດັກນ້ອຍນັກຮຽນປະຖົມ 800,000 ທົ່ວປະເທດຈະໄດ້ນຳໃຊ້ປຶ້ມແບບຮຽນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ເດັກນ້ອຍນັກຮຽນປະຖົມກວ່າ 800,000 ທົ່ວປະເທດຈະໄດ້ນຳໃຊ້ປຶ້ມແບບຮຽນໃໝ່ໃນເດືອນກັນຍາ ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດການສຶກສາຊັ້ນປະຖົມໃໝ່ ເຊິ່ງຈະນຳໃຊ້ໃນຊຸມປີຕໍ່ໜ້າ.ໃນປີນີ້ ຄູອາຈານຊັ້ນປໍ 1, ຄະນະອຳນວຍການ ແລະ ວິຊາການສິດສອນ 16,600 ຄົນ ຈະໄດ້ຮັບການຝຶກອົບຮົມກ່ຽວກັບການສິດສອນຫຼັກສູດໃໝ່ດັ່ງກ່າວ. ຄູສອນຊັ້ນປະຖົມທັງໝົດຈະຈະເຊື່ອມຊຶມເນື້ອໃນຫຼັກສູດການຮຽນການສອນດັ່ງກ່າວຜ່ານການຝຶກອົບຮົມໃນຄັ້ງນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/800000-primary-school-children-laos-have-new-textbooks-98163

ກອງປະຊຸມທົບທວນການສຶກສາສຳລັບຜູ້ໃຫຍ່ - ທັດສະນະຂອງອາຊີ

(ຂປລ) ນັກຊ່ຽວຊານກວ່າ 70 ຄົນຈາກລາວ ແລະ ບັນດາປະເທດອາຊຽນພົບປະກັນທີ່ນະຄອນວຽງຈັນ ເພື່ອທົບທວນບົດລາດ ແລະ ຜົນກະທົບຂອງການຮຽນຮູ້ ແລະ ການສຶກສາສຳລັບຜູ້ໃຫຍ່ໃນການສ້າງສັງຄົມອາຊີໃນສັດຕະວັດທີ 20.ຈຸດປະສົງອີກຢ່າງໜຶ່ງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສັນຫາໂອກາດສຳລັບ ສະມາຄົມການຮຽນຮູ້ ແລະ ການສຶກສາສຳລັບຜູ້ໃຫຍ່ໃນສັດຕະວັດທີ 20 ແລະ ເພື່ອທົບທວນກ່ຽວກັບການປ່ຽນແປງ ແລະ ນະວັດຕະກຳຕ່າງໆ.ອ່ານຕໍ່ ...

ທີມ ຂປລ

ນັກສຶກສາໄດ້ຄວາມຮູ້ເພີ່ມຂຶ້ນຈາກການແຂ່ງຂັນຖາມຕອບລະດັບມະຫາວິທະຍາໄລ

ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການຈະສືບຕໍ່ຊ່ວຍເຫຼືອນັກສຶກສາໃນການພັດທະນາຄວາມຮູ້ທົ່ວໄປໃຫ້ທັນກັບສະພາບ, ເສີມຂະຫຍາຍທັກສະພາສາອັງກິດ ແລະ ເສີມສ້າງອັດທະຍາໄສໃນການຮຽນຮູ້ ຈາກການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງ.ການແຂ່ງຂັນຖາມຕອບມະຫາວິທະຍາໄລຄັ້ງທີສອງໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ ໃນວັນພຸດຜ່ານມາ, ພາຍໃຕ້ການເຂົ້າຮ່ວມຂອງທ່ານອາຈານ ພູວົງ ວິໄລແສງ ຮອງຄະນະບໍດີຝ່າຍຄຸ້ມຄອງນັກສຶກສາ ຄະນະນິຕິສາດ ແລະ ວິທະຍາສາດການເມືອງ, ທ່ານ ຈອນ ຄອນໂນລີ ອຳນວຍການດ້ານຂໍ້ມູນຂ່າວສານຂອງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ພ້ອນດ້ວຍນັກສຶກສາ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ບໍລິສັດໄຟຟ້າເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໂຮງຮຽນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ບິນຄ່າກະແສໄຟຟ້າຂອງໂຮງຮຽນມັດທະຍົມສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຈະຖືກລົງ ຍ້ອນການຊ່ວຍເຫຼືອຈາກບໍລິສັດພະລັງງານເກົາຫຼີຕາເວັນຕົກ (KOWEPO) ທີ່ໄດ້ທຳການຕິດຕັ້ງພະລັງງານແສງອາທິດໃຫ້ແກ່ໂຮງຮຽນ.ບໍລິສັດດັ່ງກ່າວໄດ້ຕົກລົງໃຫ້ການຊ່ວຍເຫຼືອໂຮງຮຽນ ຫຼັງຈາກທີ່ເມືອງສະໜາມໄຊໄດ້ປະສົບກັບໄພນ້ຳຖ້ວມກະທັນຫັນໃນປີກາຍນີ້, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ທັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/south-korean-power-company-lends-helping-hand-flood-hit-attapeu-school-97833

ຍີ່ປຸ່ນຈະຊ່ວຍເຫຼືອລາວໃນການພັດທະນາຊັບພະຍາກອນມະນຸດ

ໂຕກຽວ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ຕົກລົງຊ່ວຍເຫຼືອປະເທດລາວ ໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການບໍລິຫານ ແລະ ການຈັດຕັ້ງສະຖາບັນ, ເຊັ່ນ ການຍົກລະດັບຄວາມສາມາດຂອງເຈົ້າໜ້າທີ່ລັດຖະບານ, ຕາມເວັບໄຊຂອງກະຊວງການຕ່າງປະເທດຍີ່ປຸ່ນ.ຄຳສັນຍາດັ່ງກ່າວໄດ້ມີຂຶ້ນໃນການໂອ້ລົມລະຫວ່າງທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຊິນໂຊ ອາເບ ນາຍົກລັດຖະມົນຕີຂອງສອງປະເທດ ທີ່ນະຄອນໂຕກຽວວານນີ້.ອ່ານຕໍ່  ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/japan-support-laos-human-resource-development-97618

ອອສ໌ເຕຣເລຍຊ່ວຍຍົກລະດັບທັກສະພາສາອັງກິດສຳລັບເຈົ້າໜ້າທີ່ກອງທັບລາວ

(ຂປລ) ກົມປ້ອງກັນຊາດອອສ໌ເຕຣເລຍເຮັດວຽກຢ່າງໃກ້ຊິດກັບກອງທັບປະຊາຊົນລາວ ໃນການຍົກລະດັບຄວາມຮູ້ດ້ານພາສາອັງກິດຂອງເຈົ້າໜ້າທີ່ກອງທັບລາວ.ພາສາອັງກິດແມ່ນພາສາທາງການຂອງອາຊຽນ ແລະ ອອສ໌ເຕຣເລຍໄດ້ໃຫ້ການສະໜັບສະໜູນໃນໄລຍະຍາວກ່ຽວກັບໂຄງການຝຶກອົບຮົມພາສາອັງກິດສຳລັບກອງທັບປະຊາຊົນລາວ.ໃນແຕ່ລະປີ ອອສ໌ເຕຣເລຍໄດ້ໃຫ້ທຶນການສຶກສາປະມານ 80 ທຶນສຳລັບເຈົ້າໜ້າທີ່ກອງທັບ ເພື່ອເຂົ້າຮຽນພາສາອັງກິດທີ່ໂຮງຮຽນວິທະຍາໄລວຽງຈັນ ແລະ ມີການສົ່ງເຈົ້າໜ້າທີ່ 5-10 ຄົນໄປຝຶກອົບຮົມເພີ່ມເຕີມຢູ່ປະເທດອອສ໌ເຕຣເລຍ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VR6Yf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!