Higher education
ມະຫາວິທະຍາໄລ
ມະຫາວິທະຍາໄລແຫ່ງຊາດລາວ ເລິ່ມຈັດຕັ້ງດັບປະລິນຍາເອກສາຂາບໍລິຫານການສຶກສາ
ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລິ່ມເປີດໃຫ້ມີລະດັບປະລິນຍາເອກສາຂາບໍລິຫານການສຶກສາ ເພື່ອຝຶກບັນດານັກຮຽນຮູ້ໃຫ້ກາຍເປັນຜູ້ນຳໃນຂະແໜງການ. ແຜນງານດັ່ງກ່າວ ຈະເລິ່ມມີການສິດສອນຢູ່ຄະນະສຶກສາສາດ ໂດຍຄາດໝາຍເພື່ອບັນລຸມາດຕະຖານສາກົນ ແລະ ພາກພື້ນອາຊຽນ. ມະຫາວິທະຍາໄລ ຈະຈ້າງເອົານັກວິທະຍາກອນຈາກປະເທດລາວ ແລະ ປະເທດອື່ນ ເພື່ອມາເຜີຍແຜ່ຄວາມຮູ້ຈາກຫຼາກຫຼາຍແຫຼ່ງ ໃຫ້ແກ່ນັກຮຽນ-ນັກສຶກສາ. ອ່ານຕໍ່ ...
ຜູ້ລາຍງານຂ່າວທາມສ໌
ຄະນະວິຊາໃນ ມຊ, ຊາວໜຸ່ມ ຮ່ວມຫາລືກ່ຽວກັບການພັດທະນາດ້ານການສຶກສາ
ໃນວັນພຸດນີ້ ເຈົ້າໜ້າທີ່ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ເຕົ້າໂຮມກັນເພື່ອຫາລື ກ່ຽວກັບການພັດທະນາດ້ານການສຶກສາ ແລະ ສືບຕໍ່ປະກອບສ່ວນຕໍ່ປະເທດຊາດ.ເຂົ້າຮ່ວມໃນກອງປະຊຸມຊາວໜຸ່ມ ມຊ ດັ່ງກ່າວ ມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ເຈົ້າໜ້າທີ່ການນຳກະຊວງ, ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ມະຫາວິທະຍາໄລສະຫວັນນະເຂດ ສະເຫຼີມສະຫຼອງວັນຄົບຮອບ 10 ປີ
ໃນອາທິດແລ້ວນີ້ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 10 ປີ, ເປັນມະຫາວິທະຍາໄລຂອງລັດແຫ່ງທີ່ສີ່ຂອງປະເທດລາວ, ພາຍຫຼັງມີການເປີດຮັບນັກສຶກສາມາແຕ່ເດືອນຕຸລາປີ 2009, .ນັກສຶກສາຈາກທົ່ວປະເທດ ສະແຫວງຫາສະຖານການສຶກສາລະດັບມະຫາວິທະຍາໄລໃນອັດຕາທີ່ເພີ່ມຂຶ້ນ ແລະ ປະຈຸບັນທາງມະຫາວິທະຍາໄລຮັບນັກສຶກສາມາແລ້ວທັງໝົດ 8,811 ຄົນ.ມະຫາວິທະຍາໄລດັ່ງກ່າວປະກອບໄປດ້ວຍຄະນະວິຊາຕ່າງໆ ຄື ກະເສດສາດ ແລະ ສິ່ງແວດລ້ອມ, ບໍລິຫານທຸລະກິດ, ພາສາສາດ, ມະນຸດສາດ, ເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ວິທະຍາສາດການປຸງແຕ່ງອາຫານ, ການສຶກສາ, ວິທະຍາສາດທຳມະຊາດ, ແລະ ວິສະວະກຳສາດ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ມຊ ຈະເປັນເຈົ້າພາບຈັດກອງປະຊຸມການຄົ້ນຄວ້າວິທະຍາສາດສາກົນ
ວຽງຈັນ (ວຽງຈັນທາມສ໌) – ບັນຄະນະວິຊາໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະຖາບັນ ແລະ ຊ່ຽວຊານຕ່າງປະເທດ ຈະຂຶ້ນນຳສະເໜີບົດຄົ້ນຄວ້າຂອງຕົນ ໃນກອງປະຊຸມສາກົນວ່າດ້ວຍການຄົ້ນຄວ້າວິທະຍາສາດ, ເທັກໂນໂນຢີ ແລະ ນະວັດຕະກຳເພື່ອການພັດທະນາແບບຍືນຍົງ ທີ່ ມຊ ໃນວັນທີ 5-6 ພະຈິກນີ້.ກອງປະຊຸມດັ່ງກ່າວແມ່ນຈັດໂດຍຫ້ອງການຄົ້ນຄວ້າ ແລະ ບໍລິການການສຶກສາ ມຊ ເຊິ່ງຈະມີຄູອາຈານ ແລະ ນັກຄົ້ນຄວ້າເຂົ້າຮ່ວມທັງໝົດ 98 ຄົນ ທັງລະດັບປະລິນຍາໂທ, ປະລິນຍາເອກ ແລະ ລະດັບອາຊີບ ຈາກ 13 ຄະນະວິຊາ ລວມເຖິງບັນດານັກຄົ້ນຄວ້າຈາກຕ່າງປະເທດ ທີ່ຈະມາບັນຍາຍຜົນງານການຄົ້ນຄວ້າໃນຂະແໜງວິຊາຂອງຕົນ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ມະຫາວິທະຍາໄລວິທະຍາສາດການແພດ ໄດ້ຮັບການແຈກຢາຍປື້ມຈັນຍາບັນໃນການຄົ້ນຄວ້າວິໄຈ
(ຂປລ) ປື້ມຄູ່ມືການຄົ້ນຄວ້າ “ຈັນຍາບັນໃນການຄົ້ນຄວ້າວິໄຈໃນລາວ ແລະ ປະເທດໃນພາກພື້ນແມ່ນ້ຳຂອງ” 250 ກວ່າສະບັບ ໄດ້ມີການແຈກຢາຍໃຫ້ແກ່ມະຫາວິທະຍາໄລວິທະຍາສາດການແພດ (UHS) ເພື່ອນຳໃຊ້ເປັນຄູ່ມືໃນການດຳເນີນການຄົ້ນຄວ້າໃຫ້ມີຈັນຍາບັນ ເພື່ອເປັນແນວທາງໃຫ້ແກ່ແພດໝໍ, ຄູອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະ ຜູ້ບໍລິຫານ ໃນການດຳເນີນການສຶກສາຄົ້ນຄວ້າ.ອ່ານຕໍ່ ...
ໂຕະຂ່າວ ຂປລ
ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ, ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ພາກວິຊາໃນ ມຊ, ນັກສຶກສາ ຮ່ວມສຶກສາການພັດທະນາໂດຍຊຸມຊົນ
ນັກຄົ້ນຄວ້າ, ຄູອາຈານ ແລະ ນັກສຶກສາໃນມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮຽນຮູ້ກ່ຽວກັບການພັດທະນາໂດຍຊຸມຊົນໃນງານສຳມະນາ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 21-23 ຕຸລານີ້.ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດ ‘ງານສຳມະນາກ່ຽວກັບການພັດທະນາໂດຍຊຸມຊົນ’ ຂຶ້ນທີ່ຄະນະວິທະຍາສາດ ແລະ ສິ່ງແວດລ້ອມ ມຊ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ນັກຮຽນພິການທາງສາຍຕາ ສາມາດເຂົ້າຮຽນທີ່ ມຊ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປະຈຸບັນນັກສຶກສາພິການທາງສາຍຕາສາມາດເຂົ້າຮຽນຮ່ວມກັບນັກສຶກສາຄົນອື່ນໆ ເພື່ອການສືບຕໍ່ການຮຽນໃນຄະນະວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການຊ່ວຍເຫຼືອດ້ານອຸປະກອນການສຶກສາທີ່ເໝາະສົມ.ນັກສຶກສາທີ່ພິການທາງສາຍຕາທັງໝົດ 25 ຄົນໄດ້ລົງທະບຽນເຂົ້າຮຽນໃນຄະນະອັກສອນສາດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ວິທະຍາສາດກິລາ ແລະ ກາຍະສຶກສາ, ສຶກສາສາດ, ແລະ ກົດໝາຍ ແລະ ວິທະຍາສາດການເມືອງ, ເຊິ່ງໃນນັ້ນ 16 ຄົນເລືອກຮຽນໃນຄະນະອັກສອນສາດ.ມຊ ໄດ້ໃຫ້ການສະໜັບສະໜູນນັກສຶກສາພິການທາງສາຍຕາ ໂດຍບໍ່ຕ້ອງເສຍຄ່າຮຽນໃນແຕ່ລະຄະນະ ພ້ອມທັງຈັດຫາທີ່ພັກເຊົາໃນລະຫວ່າງການຮຽນ.ສະພາການສຶກສາເພື່ອຜູ້ພິການທາງສາຍຕາສາກົນ (ICEVI) ໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາການສຶກສາຂອງຜູ້ພິການທາງສາຍຕາໃນລາວແຕ່ປີ 2015-2019. ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
http://annx.asianews.network/content/blind-students-laos-ably-joining-nuol-studies-104981
ນັກສຶກສາລາວ, ສິງກະໂປເຕົ້າໂຮມກັນເພື່ອແລກປ່ຽນຄວາມຮູ້, ສົ່ງເສີມຄວາມເຂົ້າໃຈ
ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະ ຜູ້ນຳໜຸ່ມ 30 ຄົນຈາກສິງກະໂປ ເຂົ້າຮ່ວມໂຄງການດຳເນີນງານເພື່ອຊຸມຊົນ ແລະ ແລກປ່ຽນແນວຄິດການນຳ ຂອງຊ່ຽວຊານມູນນິທິ Temasek ສາກົນ (TFI SCALE) ທີ່ວຽງຈັນ ໃນລະຫວ່າງວັນທີ 7-21 ກັນຍານີ້.ນັກສຶກສາລາວ, ເຈົ້າໜ້າທີ່ລະດັບສູງ, ພະນັກກງານ ແລະ ນັກສຶກສາຈາກສະຖາບັນວິຊາຊີບ Ngee Ann ຂອງສິງກະໂປ ໄດ້ເຕົ້າໂຮມກັນເພື່ອຮຽນຮູ້ກ່ຽວກັບວັດທະນາທະລາວ, ປະຫວັດສາດ, ສັງຄົມ, ການສຶກສາ ແລະ ການພັດທະນາເສດຖະກິດ-ສັງຄົມ ທີ່ສູນພັດທະນາມະນຸດລາວ-ຍີ່ປຸ່ນ, ມຊ.ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ມະຫາວິທະຍາໄລສະຫວັນນະເຂດ ປັບປຸງການຈັດການໃນມະຫາວິທະຍາໄລ
(ຂປລ) ໃນວັນທີ 4 ກັັນຍານີ້ ມະຫາວິທະຍາໄລສະຫວັນນະເຂດໄດ້ເປີດໂຄງການປັບປຸງການຈັດການໃນມະຫາວິທະຍາໄລ ໂດຍນຳໃຊ້ວິທີການດ້ານຄຸນນະພາບ.ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ແລະ ທຶນຊ່ວຍເຫຼືອຈາກອົງການຟຼັງໂກໂຟນ (Agence Universitaire de la Francophonie – AUF ) ແລະ ຈະດຳເນີນການໃນໄລຍະສາມປີ.ເປັນກຽດເຂົ້າຮ່ວມໃນພິທີເປີດໂຄງການດັ່ງກ່າວມີທ່ານ ບຸນເຮືອງ ນິນຈະເລີນ ຮອງປະທານມະຫາວິທະຍາໄລສະຫວັນນະເຂດ, ທ່ານ ລໍຣອງ ແຊັກເມ ສາດສະດາຈານຈາກສະຖາບັນຄົ້ນຄວ້າການເມືອງແຂວງເອກຊອງ (Aix en Provence), ແລະ ທ່ານ ອັງຕວນ ໂບຼມວິສ໌ ຫົວໜ້າຫ້ອງການ AUF ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47998