ທີ່ດິນ

ເກົາຫຼີຈະສືບຕໍ່ຊ່ວຍເຫຼືອທຶນຮອນໃນການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ

ສາທາລະນະລັດເກົາຫຼີ ຈະໃຫ້ທຶນຊ່ວຍເຫຼືອຈຳນວນ 5.5 ລ້ານໂດລາສະຫະລັດ ສຳລັບແຜນໄລຍະທີສອງໃນການຍົກລະດັບຄຸນນະພາບຊີວິດທີ່ປອດໄພຈາກລະເບີດທີ່ຍັງບໍ່ທັນແຕກ (ລບຕ) ພາຍຫຼັງສຳເລັດແຜນການໄລຍະທີ 1 ໃນປີນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນະໂຍບາຍຍົກເວັ້ນອາກອນໃໝ່ໃນເຂດເສດຖະກິດພິເສດ

ລັດຖະບານລາວອອກນະໂຍບາຍພິເສດໃນການຍົກເວັ້ນອາກອນ ສຳລັບໜ່ວຍທຸລະກິດທີ່ດຳເນີນການພາຍໃນເຂດເສດຖະກິດພິເສດ (SEZs) ເພື່ອຫວັງສົ່ງເສີມການລົງທຶນໃນຂົງເຂດດັ່ງກ່າວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ອຳນາດການປົກຄອງກຽມກໍ່ສ້າງເຮືອນໃໝ່ສຳລັບຜູ້ປະສົບໄພນ້ຳຖ້ວມພາຍຫຼັງສຳເລັດການເກັບກູ້ລະເບີດ

ເມືອງສະໜາມໄຊ, ແຂວງອັດຕະປື: ທີມງານເກັບກູ້ລະເບີດກວ່າ 100 ຄົນຈາກອົງການເກັບກູ້ລະເບີດລາວ (UXO Lao) ໄດ້ກວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ອອກຈາກພື້ນທີ່ ເຮັດໃຫ້ສາມາດເລີ່ມລົງມືກໍ່ສ້າງເຮືອນພັກສຳລັບຜູ້ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປືຍັງຢ້ານກົວຕໍ່ໄພຈາກລະເບີດທີ່ຍັງບໍ່ທັນແຕກ

ຊ່ຽວຊານພາກສະໜາມໄດ້ເຕືອນກ່ຽວກັບອັນຕະລາຍຂອງລະເບີດທີ່ຍັງບໍ່ທັນແຕກເພີ່ມເຕີມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ນອກຈາກໄພນ້ຳຖ້ວມຄັ້ງຮ້າຍແຮງໃນອາທິດທີ່ຜ່ານມາ. ຊ່ຽວຊານກັງວົນວ່າລູກລະເບີດທີ່ຖືກຝັງຢູ່ພື້ນດິນ ຫຼື ຕົມ ອາດໄດ້ຮັບການກະທົບຈາກໄພນ້ຳຖ້ວມ ເຊິ່ງອາດລະເບີດຂຶ້ນໄດ້ ຫຼັງການແຕກຂອງສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນອາທິດແລ້ວນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບັນຫາການຈ່າຍຄ່າຊົດເຊີຍກຳນົດຄວາມຄືບໜ້າຂອງໂຄງການເຂດເສດຖະກິດພິເສດມະຫານະທີສີທັນດອນ

ເຂດເສດຖະກິດພິເສດໃໝ່ຢູ່ແຂວງຈຳປາສັກ ທີ່ເອີ້ນກັນວ່າ ມະຫານະທີສີພັນດອນຈະບໍ່ສາມາດດຳເນີນໄດ້ຖ້າບໍ່ສຳເລັດການຈ່າຍຄ່າຊົດເຊີຍສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບ ຕາມການລາຍງານຂອງການນຳອຳນາດການປົກຄອງເຂດເສດຖະກິດພິເສດແຂວງ. ລັດຖະບານໄດ້ເຊັນສັນຍາສຳປະທານກັບບໍລິສັດຮັບເໝົາຈີນ (ບໍລິສັດການລົງທຶນມະຫານະທີສີທັນດອນ (ຮອງກົງ)ລາວ ຈຳກັດ) ຮ່ວມກັບບໍລິສັດແອວທີວີກໍ່ສ້າງຂົວທາງຈຳກັດ ສຳລັບໂຄງການກໍ່ສ້າງດັ່ງກ່າວ.ອ່ານຕໍ່ ...

ສົມສັກ ພົງຂາວ

ນັກລົງທຶນໃຊ້ງົບກວ່າ 200 ລ້ານໂດລາໃນການພັດທະນາເຂດເສດຖະກິດພິເສດຢູ່ນະຄອນຫຼວງຂອງລາວ

(ວຽງຈັນທາມສ໌/ເອເອັນເອັນ) ນັກພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ໃຊ້ເງິນ 200 ລ້ານໂດລາໃນໂຄງການພັດທະນາດັ່ງກ່າວ ນັບແຕ່ເລີ່ມການປະຕິບັດງານ ປີ 2012.ອ່ານຕໍ່ ...

ວຽງຈັນທາມສ໌

ດຳລັດໃໝ່ໃຫ້ການຫຼຸດຜ່ອນອາກອນສຳລັບນັກລົງທຶນໃນເຂດເສດຖະກິດພິເສດຂອງລາວ

ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບອະນຸຍາດໃຫ້ຫຼຸດຜ່ອນອາກອນຈຳນວນໜຶ່ງ ພາຍໃຕ້ດຳລັດສະບັບດັດແກ້ກ່ຽວກັບເຂດເສດຖະກິດພິເສດ ແລະ ສະເພາະ (SEZs) ເຊິ່ງວາງອອກໂດຍລັດຖະບານ. ດຳລັດໃໝ່ສະບັບນີ້ໄດ້ເນັ້ນນະໂຍບາຍຂອງລັດຖະບານກ່ຽວກັບການພັດທະນາເຂດເສດຖະກິດພິເສດ, ຄວາມຕ້ອງການໃນການຈັດຕັ້ງ , ນະໂຍບາຍສຳລັບນັກທົງທຶນ, ການຂົນສົ່ງແບບຄົບວົງຈອນ ແລະ ພັນທະຂອງນັກພັດທະນາໃນການຝຶກອົບຮົມ ແລະ ຈ້າງງານແຮງງານລາວ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະພາແຫ່ງຊາດອະນຸມັດແຜນແມ່ບົດການນຳໃຊ້ທີ່ດິນ

ສະພາແຫ່ງຊາດໄດ້ອະນຸມັດແຜນແມ່ບົດເພື່ອຈັດສັນທີ່ດິນທົ່ວປະເທດ, ​ເຊິ່ງກຳນົດປະເພດທີ່ດິນຕ່າງໆທີ່ຕ້ອງຈັດສັນແຕ່ນີ້ເຖິງປີ 2030. ແຜນແມ່ບົດ ທີ່ມີການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ​ຂອງນິຕິບັນຍັດສະພາແຫ່ງຊາດຊຸດທີ 8 ໄດ້ເນັ້ນຄວາມຈຳເປັນໃນການເພີ່ມທະວີເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນຂອງພື້ນທີ່ທົ່ວປະເທດ, ສ່ວນອີກ 30 ເປີເຊັນແມ່ນຈັດສັນເພື່ອກິດຈະກຳການພັດທະນາ.ອ່ານຕໍ່ ...

ສົມສັກ ພົງຂາວ

ການເກັບກູ້ລະເບີດສ້າງໂອກາດໃນການນຳໃຊ້ທີ່ດິນ ແລະ ການພັດທະນາ

ການຮ່ວມມືຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ ແມ່ນແນໃສ່ລົບລ້າງໄພນາບຂູ່ຈາກລະເບີດທີ່ຍັງບໍ່ທັນແຕກ (ລບຕ) ລວມທັງເພີ່ມໂອກາດດ້ານການເຂົ້າເຖິງ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນລາວ. ໃນປະຈຸບັນ ປະຊາຊົນລາວຈຳນວນຫຼາຍຍັງຕ້ອງອາໄສຢູ່ພາຍໃຕ້ໄພສ່ຽງຈາກເສດຊາກສົງຄາມອິນດູຈີນ ໃນຮູບຂອງ ລບຕ ເພາະເຂົາເຈົ້າມີຄວາມຢ້ານກົວທີ່ຈະຂະຫຍາຍເນື້ອທີ່ທຳການຜະລິດ ເຊັ່ນຢູ່ແຂວງຫົວພັນ ພາກເໜືອຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ວາງແຜນສ້າງທ່າເຮືອບົກສຳລັບເຂດເສດຖະກິດພິເສດວັງເຕົ່າ

ລັດຖະບານໄດ້ອອກໃບອະນຸຍາດໃຫ້ນັກລົງທຶນທ້ອງຖິ່ນດຳເນີນການຄົ້ນຄວ້າເສດຖະກິດ ສຳລັບການສ້າງທ່າເຮືອບົກໃນເຂດເສດຖະກິດພິເສດວັງເຕົ່າ ແຂວງຈຳປາສັກ. ທ່າເຮືອດັ່ງກ່າວເຊິ່ງຄາດວ່າຈຳໃຊ້ງົບປະມານກໍ່ສ້າງ 15 ລ້ານໂດລາສະຫະລັດ ຈະຖືກສ້າງເພື່ອປັບປຸງລະບົບການຂົນສົ່ງພາຍໃນ ແລະ ຍົກລະດັບການເຊື່ອມໂຍງປະເທດທີ່ບໍ່ມີທາງອອກສູ່ທະເລກັບພາກພື້ນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

djTRE
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!