ນ້ຳປະປາ ແລະ ສຸຂາພິບານ

Water and sanitation infrastructure and facilities

ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP

ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ  ...

ໂຕະຂ່າວສານປະເທດລາວ

ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF  ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ບໍລິສັດນ້ຳປະປາ ຂະຫຍາຍການສະໜອງນ້ຳຈາກແມ່ນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ທຳການຕິດຕັ້ງຈັກສູບນ້ຳໃນແມ່ນ້ຳງື່ມ ເພື່ອສະໜອງນ້ຳໃຫ້ແກ່ໂຮງງານຜະລິດນ້ຳປະປາດົງໝາກຄາຍ ເມືອງໄຊທານີ, ເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນທ້ອງຖິ່ນ ໃນລະດູແລ້ງນີ້.ຕາມການສຳພາດທາງໂທລະສັບກັບສຳນັກຂ່າວວຽງຈັນທາມສ໌ວານນີ້ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຫົວໜ້າລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເປີດເຜີຍວ່າ ຫຼັງຈາກທີ່ລະດບນ້ຳໃນແມ່ນ້ຳຫຼຸດຕ່ຳລົງ ທາງວິສາຫະກິດຈຶ່ງໄດ້ຕັດສິນໃຈຕິດຕັ້ງຈັກສູບນ້ຳ ເພື່ອດູດນ້ຳຈາກແມ່ນ້ຳຂຶ້ນສູ່ໂຮງງານ.ເຄື່ອງຈັກສູບນ້ຳດັ່ງກ່າວແມ່ນດຳເນີນການໄດ້ດີ ແລະ ເຮັດໃຫ້ການສະໜອງນ້ຳປະປາໃນແຕ່ລະຄົວເຮືອນມີຄວາມສະໝ່ຳສະເໝີ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ອົງການ JICA ສະໜັບສະໜູນການກໍ່ສ້າງຍົກລະດັບໂຄງລ່າງນ້ຳປະປາຢູ່ແຂວງຫຼວງພະບາງ

ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA) ຈະໃຫ້ການສະໜັບສະໜູນການກໍ່ສ້າງ ເພື່ອຍົກລະດັບພື້ນຖານໂຄງລ່າງນ້ຳປະປາ ຢູ່ແຂວງຫຼວງພະບາງ ແຕ່ປີ 2019-2022 ພາຍໃຕ້ຂໍ້ຕົກລົງການຊ່ວຍເຫຼືອລ້າມູນຄ່າ US$18.4 ລ້ານໂດລາ.ບໍລິສັດທີ່ປຶກສາ Nihon Suido ຈຳກັດຈະເປັນຜູ້ກະກຽມເອກະສານການປະມູນ, ຄັດເລືອກການປະມູນ ແລະ ກວດກາໂຄງການກໍ່ສ້າງດັ່ງກ່າວ. ທ່ານ ຂັນທອງ ວໍລະຈິດ ຫົວໜ້າພະແນກນ້ຳປະປາ, ກົມນ້ຳປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງກ່າວວ່າ ບໍລິສັດທີ່ປຶກສາ Nihon Suido ຈຳກັດ ຈະຄັດເລືອກບໍລິສັດຍີ່ປຸ່ນເພື່ອເລີ່ມຕົ້ນໂຄງການກໍ່ສ້າງໃນເດືອນເມສາປີໜ້າ ເຊິ່ງຈະໃຫ້ສຳເລັດໃນປີ 2022.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ກະຊວງສ້າງລະບຽບການຄຸ້ມຄອງທຸລະກິດການຂຸດເຈາະບໍ່ນ້ຳໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂຸດເຈາະນ້ຳສ້າງໃນລາວຈະບໍ່ສາມາດເຮັດໄດ້ຕາມສະດວກຄືທີ່ຜ່ານມາ ເນື່ອງຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈະກ້າວເຂົ້າມາຄຸ້ມຄອງກິດຈະການດັ່ງກ່າວ.ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງນາມໃນຂໍ້ຕົກລົງຂອງລັດຖະມົນຕີໃນທ້າຍເດືອນທີ່ຜ່ານມາ ກ່ຽວກັບການອະນຸຍາດໃຫ້ເຈົ້າໜ້າທີ່ຊັບພະຍາກອນທຳມະຊາດທຳການຄຸ້ມຄອງທຸລະກິດການຂຸດເຈາະນ້ຳສ້າງນ້ຳບາດານໃນທົ່ວປະເທດ.ນີ້ກໍເນື່ອງຈາກວ່າ ທຸລະກິດຂຸດເຈາະນ້ຳສ້າງນ້ຳບາດານດັ່ງກ່າວມີການຂະຫຍາຍຕົວຢ່າງວ່ອງໄວ. ມີປະຊາຊົນຈຳນວນຫຼາຍ ໂດຍສະເພາະໃນຊົນນະບົດ ໃຊ້ບໍລິການທຸລະກິດດັ່ງກ່າວໃນການຂຸດເຈາະນ້ຳບາດານ ເພື່ອຈຸດປະສົງການນຳໃຊ້ພາຍໃນຄົວເຮືອນ, ການລ້ຽງສັດ, ການປູກຝັງ, ຫຼື ເພື່ອການຄ້າ.ອ່ານຕໍ່  ...

ເອກະພອນ ພູທອນສີ

ບໍລິສັດຈີນສຳເລັດການກໍ່ສ້າງໂຄງການນ້ຳປະປານະຄອນຫຼວງວຽງຈັນ

ວຽງຈັນ, 27 ກຸມພາ (ຊິນຫົວ) — ໂຄງການນ້ຳປະປາ,​ ເຊິ່ງດຳເນີນການໂດຍບໍລິສັດຈີນ China North Industries Group Corporation Limited (NORINCO) ໄດ້ສຳເລັດການກໍ່ສ້າງ ແລະ ມີການມອບຮັບໃຫ້ແກ່ເຈົ້າຂອງໂຄງການ ທີ່ນະຄອນຫຼວງວຽງຈັນ ໃນວັນພຸດນີ້.ພິທີມອບຮັບໂຄງການຂະຫຍາຍລະບົບທໍ່ສົ່ງນ້ຳປະປາສຳລັບໂຮງງານນ້ຳປະປາແສນດິນ ແລະ ປ່ຽນທໍ່ນ້ຳເກົ່າສຳລັບລັດວິສາຫະກິດນ້ຳປະປານະຄອນຫຼວງ ໄດ້ມີຂຶ້ນທີ່ຊານນະຄອນຫຼວງວຽງຈັນ, ພາຍໃຕ້ການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ສະມາຊິກຄະນະກຳມະການກົມການເມືອງສູນການພັກປະຊາຊົນປະຕິວັດລາວ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Liangyu

ສະໂມສອນໂຣແຕຣີແລັດເນີ ນຳພາດຳເນີນໂຄງການກ່ຽວກັບນ້ຳໃຊ້ສຳລັບຊຸມຊົນບ້ານໃນລາວ

ບ້ານໃນເຂດຫ່າງໄກຂອງລາວ ເຊິ່ງເປັນປະເທດທີ່ໄດ້ຮັບຜົນສະທ້ອນຈາກການຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ມີປະຊາກອນໜຶ່ງໃນສາມເສຍຊີວິດໃນສະໄໝສົງຄາມ ຍັງບໍ່ມີການເຂົ້າເຖິງແຫຼ່ງນ້ຳສະອາດ ເຊິ່ງສົ່ງຜົນຕໍ່ສຸຂະພາບ ແລະ ການສຶກສາຂອງເດັກ.ບ້ານຊຽງດາ ໄດ້ມີນ້ຳປະປາໃຊ້ເປັນຄັ້ງທຳອິດ ເຮັດໃຫ້ເດັນນ້ອຍ ແລະ ແມ່ຍິງບໍ່ຈຳເປັນຕ້ອງເດີນທາງໄກໄປຂົນນ້ຳຈາກບ່ອນອື່ນເພື່ອມາໃຊ້ໃນໂຮງຮຽນ ແລະ ຄົວເຮືອນ. ນີ້ຍ້ອນມີການຊ່ວຍເຫຼືອຈາກສະໂມສອນໂຣແຕຮີ ລັດເນີ ແລະ ສະໂມສອນໃນ ບີຊີ ອອນຕາຮິໂອ ລວມທັງ ແລະ ສະໂມສອນ ຊໍເວີເຊັນ.ອ່ານຕໍ່ ...

ເດວຕາ ອອບຕິມີສ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

b3Xkf
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!