Transport and shipping

ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ

ເຈົ້າໜ້າທີ່ນະຄອນຫຼວງຕ້ອງການທຶນຮອນເພີ່ມເຕີມເພື່ອການປັບປຸງຖະໜົນໃນຕົວເມືອງ

ໂຄງການກໍ່ສ້າງຖະໜົນຕ່າງໆໃນນະຄອນຫຼວງມີການຊັກຊ້າ ແລະ ຢຸດຊະງັກຊົ່ວຄາວ ເນື່ອງຈາກຜູ້ຮັບເໝົາບໍ່ມີທຶນຮອນພຽງພໍ ແລະ ລັດຖະບານເອງກໍບໍ່ສາມາດສະໜອງທຶນຮອນດັ່ງກ່າວໄດ້.ອ່ານຕໍ່ ...

ວຽງຈັນທາມສ໌

ການປັນປຸງເສັ້ນທາງແຫ່ງຊາດເລກທີ 13 ເໜືອຄາດວ່າຈະເລີ່ມໃນເດືອນມັງກອນ

ການຍົກລະດັບເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອໄລຍະ 50 ກມ ໄດ້ສຳເລັດການສ້າງແບບຈຳລອງການກໍ່ສ້າງ ແລະ ປະຈຸບັນກຳລັງກະກຽມການປະມູນລາຄາການກໍ່ສ້າງຈາກບັນດາຜູ້ຮັບເໝົາ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດຈີນສົນໃຈຍົກລະດັບສະໜາມບິນຢູ່ຊຽງຂວາງ

ການນຳແຂວງຊຽງຂວາງກ່າວໃນວັນພະຫັດຜ່ານມາວ່າ ບໍລິສັດສຳຫຼາດຂອງຈີນມີຄວາມສົນໃຈໃນການຍົກລະດັບສະໜາມບິນແຂວງຊຽງຂວາງ ເພື່ອຈຸດປະສົງສ້າງເປັນສູນກາງສຳລັບການບໍລິການຂົນສົ່ງທາງອາກາດ. ການພັດທະນາສະໜາມບິນແມ່ນປັດໃຈສຳຄັນໃນການໃຫ້ບໍລິການ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳການທ່ອງທ່ຽວ ຖ້າອົງການຢູແນັສໂກອະນຸມັດຂໍ້ສະເໜີຂອງລາວ ໃນການປະກາດໃຫ້ທົ່ງໃຫຫີນບູຮານເປັນພື້ນທີ່ມໍລະດົກໂລກ.ອ່ານຕໍ່ ...

ວຽງຈັນທາມສ໌

ຜູ້ຮັບເໝົາຈີນສຳເລັດການສ້າງຖານຂົວຂ້າມນ້ຳຂອງ ສຳລັບທາງລົດໄຟ

ວຽງຈັນ(ຊິນຫົວ) —  ການເທເບຕົງສຳລັບຖານຂົວທາງລົດໄຟຫຼວງພະບາງໄດ້ຮັບຜົນສຳເລັດ ເຊິ່ງເປັນໜ້າວຽກການກໍ່ສ້າງຖານຂົວຂ້າມນ້ຳຂອງສອງແຫ່ງສຳລັບເສັ້ນທາງລົດໄຟລາວ-ຈີນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດສັ່ງກວດກາການເກັບຄ່າທຳນຽມທາງແພງຢູ່ຈຳປາສັກ

ອຳນາດການປົກຄອງແຂວງຈຳປາສັກຈະອອກຄຳສັ່ງກວດກາເສັ້ນທາງເລກທີ 16 ລວມທັງລາຍລະອຽດທັງໝົດກ່ຽວກັບງົບປະມານການກໍ່ສ້າງ ເນື່ອງຈາກລັດຖະບານມີແຜນຊື້ຄືນສິດຜົນປະໂຫຍດຂອງໂຄງການຈາກບໍລິສັດເອກະຊົນ. ລັດຖະບານໄດ້ເຊັນສັນຍາສຳປະທານກັບບໍລິສັດດວງດີກໍ່ສ້າງຂົວ-ທາງ ເຊິ່ງອະນຸຍາດໃຫ້ບໍລິສັດເກັບຄ່າທຳນຽມທາງເປັນເວລາ 45 ປີ. ເຖິງຢ່າງໃດກໍຕາມຜູ້ນຳໃຊ້ຖະໜົນບໍ່ມີຄວາມພໍໃຈ ກ່ຽວກັບການເກັບຄ່າທຳນຽມທາງດັ່ງກ່າວ ເຊິ່ງແພງເກີນເຫດ.ອ່ານຕໍ່ ...

ວຽງຈັນທາມສ໌

ຈັດສັນແລວທາງດ່ວນເພື່ອເຊື່ອມຕໍ່ຈີນ, ລາວ, ໄທ

ແລວທາງດ່ວນໄດ້ມີຮັບການມອບໝາຍ ສຳລັບເສັ້ນທາງດ່ວນສາຍບໍ່ແຕນ-ຫ້ວຍຊາຍ ເພື່ອເຊື່ອມຕໍ່ຈີນໄປຫາໄທຜ່ານລາວ. ກະຊວງໂຍທາທິການແລະ ຂົນສົ່ງໄດ້ຈັດກອງປະຊຸມໃນວັນສຸກຜ່ານມາ ແລະ ອະນຸມັດການຄັດເລືອກແລວທາງ K ໄລຍະ 181 ກມ ຕັດຜ່ານດິນແດນລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຄາດໝາຍການຂະຫຍາຍຕົວຜັກດັນການຄົ້ນຄວ້າເສດຖະກິດສຳລັບສະໜາມບິນພູພຽງບໍລະເວນ

ບໍລິສັດຈີນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບການພັດທະນາຕົວເມືອງໃໝ່ໃນເຂດພູພຽງບໍລະເວນ ພາກໃຕ້ຂອງລາວ ເພື່ອສະໜັບສະໜູນໂຄງການຂະໜາດຍັກ. ບໍລິສັດຈີນດັ່ງກ່າວມີຄວາມສົນໃຈໃນການກໍ່ສ້າງສະໜາມບິນສາກົນ, ຕົວເມືອງຍຸກໃໝ່, ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ຄົ້ນຫາການສຳປະທານທີ່ດິນຂະໜາດໃຫຍ່ເພື່ອການປູກຝັງ ແລະ ລ້ຽງສັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ຄານສຳລັບທາງລົດໄຟລາວ-ຈີນເລີ່ມມີກໍ່ສ້າງໃນເຂດນະຄອນຫຼວງ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກຳລັງກໍ່ມີການສ້າງຄານຄອນກີດເສີມເຫຼັກສຳລັບຕັ້ງເສົາ ເພື່ອສ້າງເປັນຕົວຍຶດສາຍທາງລົດໄຟຄວາມໄວສູງ ລຽບຕາມທົ່ງພຽງວຽງຈັນ ເຊິ່ງຕ້ອງສ້າງປະມານ 800 ຄານ.ອ່ານຕໍ່ ...

ວຽງຈັນທາມສ໌

ການສ້າງຂົວສຳລັບເສັ້ນທາງເລກ 9 ສະຫວັນນະເຂດ ສຳເລັດປະມານ 61 ເປີເຊັນ

ໂຄງການກໍ່ສ້າງຂົວສອງແຫ່ງຕາມເສັ້ນທາງເລກ 9 ຄື ຂົວເຊຄຸມຄຳ ແລະ ເຊທ່າມວກ ແຂວງສະຫວັນນະເຂດ ສຳເລັດແລ້ວ 61.28 ເປີເຊັນ.ອ່ານຕໍ່ ...

ວຽງຈັນທາມສ໌

ວາງແຜນສ້າງທ່າເຮືອບົກສຳລັບເຂດເສດຖະກິດພິເສດວັງເຕົ່າ

ລັດຖະບານໄດ້ອອກໃບອະນຸຍາດໃຫ້ນັກລົງທຶນທ້ອງຖິ່ນດຳເນີນການຄົ້ນຄວ້າເສດຖະກິດ ສຳລັບການສ້າງທ່າເຮືອບົກໃນເຂດເສດຖະກິດພິເສດວັງເຕົ່າ ແຂວງຈຳປາສັກ. ທ່າເຮືອດັ່ງກ່າວເຊິ່ງຄາດວ່າຈຳໃຊ້ງົບປະມານກໍ່ສ້າງ 15 ລ້ານໂດລາສະຫະລັດ ຈະຖືກສ້າງເພື່ອປັບປຸງລະບົບການຂົນສົ່ງພາຍໃນ ແລະ ຍົກລະດັບການເຊື່ອມໂຍງປະເທດທີ່ບໍ່ມີທາງອອກສູ່ທະເລກັບພາກພື້ນ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fckXg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!