Transport and shipping

ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ

ເຈົ້າໜ້າທີ່ຈະເລັ່ງມືແກ້ໄຂບັນຫາຖະໜົນສາຍດອນນົກຂຸ້ມ-ນາຄວາຍ ນະຄອນຫຼວງວຽງຈັນ

ອຳນາດການປົກຄອງນະຄອນຫຼວງວຽງຈັນຫວັງແກ້ໄຂບັນຫາການກໍ່ສ້າງຖະໜົນເສັ້ນໃໝ່ແຕ່ບ້ານດອນນົກຂຸ້ມເຖິງນາຄວາຍ ທີ່ເຊື່ອມຕໍ່ກັບຖະໜົນ 450 ປີ ເມືອງໄຊເສດຖາ.ອ່ານຕໍ່ ...

ວຽງຈັນທາມສ໌

ເຕືອນນັກຂັບຂີ່ໃຫ້ຫຼີກລ່ຽງເສັ້ນທາງກາສີ-ນ່ານ

ໄດ້ມີການເຕືອນຜູ້ນຳໃຊ້ເສັນທາງໃຫ້ຫຼີກລ່ຽງຕອນທາງແຕ່ເມືອງກາສີ ແຂວງວຽງຈັນ ຫາເມືອງນ່ານ ແຂວງຫຼວງພະບາງ ເຊິ່ງມີສະພາບຖະໜົນມື່ນ ແລະ ໄດ້ຮັບຜົນກະທົບຈາກດິນເຈື່ອນ. ທ່ານ ສຸມຸນທາ ສົມຈັນມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໄດ້ແຈ້ງຜ່ານສຳນັກຂ່າວວຽງຈັນທາມສ໌ໃນມື້ວານນີ້ວ່າ ຍ້ອນມີຝົນຕົກໜັກເຮັດໃຫ້ການສັນຈອນເປັນອັນຕະລາຍ ແລະ ຕອນຖະໜົນມື່ນຈາກດິນເຈື່ອນຫຼາຍຄັ້ງ ເປັນໄລຍະ 500 ແມັດ ຕາມເສັ້ນທາງແຕ່ເມືອງກາສີ ຫາເມືອງນ່ານ.ອ່ານຕໍ່ ...

ວຽງຈັນທາມສ໌

ສະພາຫາລື, ຂະແໜງການບິນແຫ່ງຊາດຕ້ອງເພີ່ມຄວາມໂປ່ງໃສ

ສະມາຊິກສະພາແຫ່ງຊາດໄດ້ສະເໜີສະພາບການໃນຂົງເຂດວຽກງານທຸລະກິດການບິນແຫ່ງຊາດ ໃຫ້ເປີດກວ້າງຕໍ່ສະພາຜ່ານການປະຕິບັດກົດໝາຍວ່າດ້ວຍການບິນພົນລະເຮືອນ. ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພດ້ານການບິນພົນລະເຮືອນ ແລະ ການຄຸ້ມຄອງຫຸ່ນຍົນບິນແມ່ນບັນຫາຫຼັກໃນການຫາລືດ້ານນິຕິບັນຍັດ ກ່ຽວກັບກົດໝາຍວ່າດ້ວຍການບິນພົນລະເຮືອນ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ຮອງນາຍົກຊຸກຍູ້ບໍ່ໃຫ້ມີຂໍ້ບົກພ່ອງໃນໂຄງການທາງລົດໄຟ ລາວ-ຈີນ

(ຂປລ) ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ໄດ້ຊຸກຍູ້ພະນັກງານທະຫານ ແລະ ຕຳຫຼວດ ໃນການຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນບໍ່ໃຫ້ເກີດມີຂໍ້ບົກພ່ອງໃນໂຄງການ.ອ່ານຕໍ່ ...

ຂປລ

ເສັ້ນທາງລົດໄຟ ຈີນ-ລາວ ບັນລຸຕາມຄາດໝາຍກຳນົດເວລາ

ໃນວັນສຸກທີ່ຜ່ານມາ ບໍລິສັດຮັບເໝົາກໍ່ສ້າງໄດ້ເລີ່ມວາງໂຄງຂໍໝູນເຫຼັກເປັນຄັ້ງທຳອິດເທິງຂົວທາງລົດໄຟຢຸນຈຽງ ເຊິ່ງແມ່ນເສົາຂົວທີ່ສູງທີ່ສຸດໃນໂລກ ແລະ ມີໄລຍະລະຫວ່າງສອງເສົາຍາວທີ່ສຸດໃນພາກສ່ວນສາຍທາງຢູ່ຈີນຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະ 925.5 ກິໂລແມັດ ເຊິ່ງແມ່ນໜຶ່ງໃນການລິເລີ່ມໂຄງການເສັ້ນທາງສາຍໃໝ.ອ່ານຕໍ່ ...

ໂມ ຮົງອີ

ຍົກລະດັບຖະໜົນສາຍໄຊຍະບູລີ-ໄທສຳເລັດ 35 ເປີເຊັນ

ໂຄງການປູຢາງເສັ້ນທາງໄລຍະ 10 ກິໂລແມັດແຕ່ສີ່ແຍກທົ່ງກາບຫາດ່ານຫ້ວຍຕອງແຂວງໄຊຍະບູລີ ເຊິ່ງເຊື່ອມຕໍ່ໄປອຳເພີສອງແຄວຈັງຫວັດນ່ານ ປະເທດໄທ ສ້າງສຳເລັດແລ້ວ 35 ເປີເຊັນ. ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຮັບການລາຍງານຄວາມຄືບໜ້າເມື່ອດຳເນີນການກວດສອບໜ້າວຽກດັ່ງກ່າວພ້ອມຄະນະໃນວັນຈັນທີ່ຜ່ານມາ. ການຍົກລະດັບຖະໜົນດັ່ງກ່າວເຊິ່ງໄດ້ເລີ່ມລົງມືໃນເດືອນມີນາ 2018 ຄາດວ່າຈຳສຳເລັດໃນປີ 2020. ຄາດຄະເນງົບປະມານໃນການກໍ່ສ້າງແມ່ນປະມານ 39 ຕື້ກີບ ເປັນທຶນຂອງລັດຖະບານ, ເຊິ່ງບໍລິສັດບີເອັມເປັນຜູ້ຮັບເໝົາການກໍ່ສ້າງ.ອ່ານຕໍ່ ...

ວຽງຈັນທາມສ໌

ກຳນົດຄ່າຊົດເຊີຍ ແລະ ວັນທີດຳເນີນການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ

ປະຈຸບັນໄດ້ມີການຈ່າຍເງິນຊົດເຊີຍຈຳນວນໜຶ່ງສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ບໍ່ແຕນ ເພື່ອເຊື່ອມຕໍ່ນະຄວນຫຼວງກັບແຂວງຫຼວງນ້ຳທາທາງພາກເໜືອຂອງລາວ ທີ່ຕິດກັບຊາຍແດນຈີນ. ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ລັດຖະບານລາວ ແລະ ບໍລິສັດຈີນຈາກມົນທົນຢຸນນານ ຈະຮ່ວມກັນສ້າງເສັ້ນທາງດ່ວນໄລຍະ 460 ກມ ດັ່ງກ່າວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກເນັ້ນຄວາມສຳຄັນຂອງການເຊື່ອມຕໍ່ເພື່ອສ້າງສາຍສຳພັນພາກພື້ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນວ່າການເຊື່ອມຕໍ່ພາກພື້ນຈະປະກົດຜົນຫຼັງຈາກສຳເລັດການສ້າງເສັ້ນທາງລົດໄຟເຊື່ອມຕໍ່ປະເທດຈີນກັບບັນດາປະເທດສະມາຊິກອາຊຽນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະສະພາ, ການຈ່າຍຄ່າຊົດເຊີຍໃນການສ້າງທາງລົດໄຟຈະສຳເລັດໃນເດືອນນີ້

ເຈົ້າໜ້າທີ່ໆກ່ຽວຂ້ອງໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດໃນອາທິດຜ່ານມາວ່າ ການຈ່າຍຄ່າຊົດເຊີຍສຳລັບປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກການສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງສິ່ງອຳນວຍຄວາມສະດວກທີ່ກ່ຽວຂ້ອງ ຄາດວ່າຈະສາມາດຊຳລະສະສາງພາຍໃນເດືອນນີ້ ຫຼັງຈາກທີ່ມີການຊັກຊ້າມາດົນພໍສົມຄວນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນາຍົກກ່າວ: ເສັ້ນທາງລົດໄຟຈະສ້າງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການພັດທະນາ

ສຳນັກຂ່າວນິເຄອິຂອງຍີ່ປຸ່ນໄດ້ລາຍງານໃນວານນີ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມທີ່ປະເທດຍີ່ປຸ່ນວ່າ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນສ່ວນໜຶ່ງການລິເລີ່ມເສັ້ນທາງເຊື່ອມໂຍງດ້ານການຄ້າຂອງຈີນ ຈະສ້າງຜົນປະໂຫຍດໃຫຍ່ຫຼວງຕໍ່ເສດຖະກິດ ແລະ ພາບລວມການພັດທະນາຂອງລາວ. ຈາກເປົ້າໝາຍການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າດ້ວຍອະນາຄົດຂອງອາຊີ ທີ່ກຸງໂຕກຽວວ່າ ລັດຖະບານລາວມີເຈດຈຳນົງຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເປັນຂົວຕໍ່ເຊື່ອມໂຍງພາກພື້ນ ແລະ ການສ້າງເສັ້ນທາງລົດໄຟນີ້ແມ່ນໜຶ່ງໃນບາດກ້າວສຳຄັນຂອງແຜນການດັ່ງກ່າວ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5gJBj
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!