ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ
ສະໜາມບິນ ແລະ ການສັນຈອນທາງອາກາດ
ລັດຖະບານອະນຸຍາດໃຫ້ຂໍວີຊາທາງອອນລາຍ ເພື່ອການສະກັດກັ້ນການລະບາດຂອງພະຍາດໂຄວິດ-19
ລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດອອກວີຊາເຂົ້າເມືອງໃຫ້ບາງກຸ່ມທີ່ໄດ້ລົງທະບຽນຜ່ານ QR-Code (Vaccine-ID) ໃນເວັບໄຊ: laogreenpass.gov.la ໂດຍບໍ່ຈຳເປັນຕ້ອງຂໍອະນຸມັດຈາກ Covid-19. ໜ່ວຍງານ. ກົດໝາຍສະບັບໃໝ່ນີ້ໃຊ້ກັບນັກການທູດຕ່າງປະເທດ, ພະນັກງານຂອງສະຖານທູດຕ່າງປະເທດ, ອົງການສາກົນ, ນັກທຸລະກິດ ແລະ ນັກລົງທຶນ, ພ້ອມທັງນັກຊ່ຽວຊານຕ່າງປະເທດ, ນັກເຕັກນິກ, ຄົນງານ, ນັກຄ້າ, ນັກສຶກສາ, ຊາວລາວຢູ່ຕ່າງປະເທດ, ແລະ ສະມາຊິກຄອບຄົວຂອງຊາວລາວ.ສືບຕໍ່ອ່ານ ...
ຜູ້ລາຍງານຂ່າວທາມສ໌
ທາງດ່ວນເສັ້ນໃໝ່ເຊື່ອມຕໍ່ສູ່ສະໜາມບິນສາກົນບໍ່ແກ້ວ
ອຳນາດການປົກຄອງແຂວງບໍ່ແກ້ວ ກໍາລັງກວດກາການກໍ່ສ້າງເສັ້ນທາງແປດເລນ ລະຫວ່າງເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຫາ ສະໜາມບິນສາກົນບໍ່ແກ້ວ. ຖະໜົນມີຊື່ວ່າທຽນລອງ, ປະຈຸບັນແມ່ນໄດ້ຮັບການປູຢາງ, ຕາມການລາຍງານຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ. ປະຈຸບັນເສັ້ນທາງດັ່ງກ່າວເປັນເສັ້ນທາງຫຼັກເຊື່ອມຕໍ່ໃຈກາງເມືອງໄປຫາສະໜາມບິນ ແລະ ໃກ້ຈະສຳເລັດແລ້ວ.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ສະໜາມບິນແຫ່ງໃໝ່ທີ່ແຂວງຫົວພັນ ສຳເລັດແລ້ວ 92 ເປີເຊັນ
ການໂຄງການກໍ່ສ້າງຢູ່ສະໜາມບິນໜອງຂາງ, ແຂວງຫົວພັນໄດ້ສຳເລັດ 92.34% ແຕ່ກໍຍັງມີການເລື່ອນໃນເດືອນມີນາ 2020 ຍ້ອນສະພາບການທາງການເງິນ ແລະ ບັນດາດ້ານສິ່ງແວດລ້ອມ. ຄ່າໃຊ້ຈ່າຍໃນການກໍສ້າງທີ່ເພິ່ມຂື້ນແບບບໍ່ໄດ້ຢູ່ໃນຄາດໝາຍ ເຮັດໃຫ້ໂຄງການຕ້ອງລໍຖ້າການຮັບຮອງຈາກລັດຖະບານ, ອີກທັງສະພາບການກັບບ້ານຂອງບັນດາແຮງງານຕ່າງປະເທດ ໃນຊ່ວງສະພາບການໂຄວິດ-19. ລາຍລະອຽດເພິ່ມເຕີມເບິ່ງໄດ້>>> ທີ່ນີ້. ...
ລັດສະໝີ ພອນວິໄລ
ຖ້ຽວບິນລາວ-ຍີ່ປຸ່ນ ຄາດຈະດຶງດູດນັກທ່ອງທ່ຽວຂາເຂົ້າ
ບໍລິສັດການບິນລາວ ມີແຜນເປີດຖ້ຽວບິນຈາກນະຄອນວຽງຈັນ ແລະ ເມືອງຫຼວງພະບາງ ເຖິງເມືອງກຸມາໂມໂຕ ແຂວງກິວຊິວ ປະເທດຍີ່ປຸ່ນ ໃນເດືອນມິນາປີໜ້າ ພາຍຫຼັງໄດ້ຮັບການຕອບຮັບຈາກຫ້ອງການຄຸ້ມຄອງການບິນພົນລະເຮືອນຂອງຍີ່ປຸ່ນ.ຖ້ຽວບິນ ວຽງຈັນ-ກຸມາໂມໂຕ ຈະໃຫ້ບໍລິການຜູ້ໂດຍສານໃນທຸກໆວັນພຸດ ແລະ ວັນເສົາ, ໃນຂະນະທີ່ຖ້ຽວບິນ ຫຼວງພະບາງ-ກຸມາໂມໂຕ ຈະບິນໃນທຸກໆວັນຈັນ ແລະ ວັນສຸກ.ຖ້ຽວບິນທັງສອງຈະນຳໃຊ້ຍົນໂດຍສານແອບັສ໌ 142 ບ່ອນນັ່ງ, ຕາມເຈົ້າໜ້າທີ່ການຕະຫຼາດຂອງບໍລິສັດການບິນລາວ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ການບິນໄທຈະຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ, ລວມທັງປະເທດລາວ
ບໍລິສັດການບິນໄທສາກົນ ມີແຜນຍົກເລີກເສັ້ນທາງການບິນ 6 ສາຍໃນ 4 ປະເທດອາຊຽນ ຄື: ກຳປູເຈຍ, ຫວຽດນາມ, ມຽນມາ ແລະ ລາວ.ເສັ້ນທາງການບິນດັ່ງກ່າວ, ເຊິ່ງທັງໝົດແມ່ນເດີນທາງຈາກສະໜາມບິນສຸວັນນະພູມຂອງໄທ, ໄດ້ແກ່ເສັ້ນທາງໄປພະນົມເປັນ, ຮ່າໂນ້ຍ, ໂຮຈິມິນ, ຢ້າງກຸ້ງ, ວຽງຈັນ ແລະ ຫຼວງພະບາງ, ຕາມການລາຍງານຂອງສຳນັກຂ່າວ The Nation.ແຫຼ່ງຂ່າວຍັງໃຫ້ຂໍ້ມູນຕື່ມວ່າ ທ່ານ ສຸເມດ ດຳຣຸງໃຈທຳ ປະທານບໍລິສັດການບິນໄທ ກ່າວວ່າ ເສັ້ນທາງເຫຼົ່ານີ້ມີຈຳນວນຖ້ຽວບິນໜ້ອຍ ແລະ ມີປະລິມານລູກຄ້າຕ່ຳ.ທ່ານ ສຸເມດ ຍັງໄດ້ກ່າວເພີ່ມເຕີມວ່າ ການບິນໄທ ຈະມອບໝາຍໃຫ້ສາຍການບິນ ໄທສະມາຍແອເວ ຄອບຄຸມເສັ້ນທາງການບິນເຫຼົ່ານີ້ ເມື່ອມີຂໍ້ສະຫຼຸບກ່ຽວກັບແຜນຍົກເລີກດັ່ງກ່າວ.ອ່ານຕໍ່ ...
Taejun Kang
ສະໜາມບິນແຂວງຊຽງຂວາງໄດ້ຮັບການຊ່ວຍເຫຼືອການຍົກລະດັບຈາກລັດເຊຍ

ແຂວງຊຽງຂວາງໄດ້ບູລະນະສະໜາມບິນ ເພື່ອເຮັດໃຫ້ການບໍລິການສະດວກຍິ່ງຂຶ້ນສຳລັບນັກທ່ອງທ່ຽວທີ່ເດີນທາງມາທ່ຽວຊົມສະຖານທີ່ທ່ອງທ່ຽວມໍລະດົກໂລກທົ່ງໄຫຫີນ. ພາຍໃຕ້ການສະໜັບສະໜູນດ້ານທຶນຮອນຈາກລັດເຊຍ, ການສ້ອມແປງດັ່ງກ່າວແມ່ນລວມມີການຕິດຕັ້ງເຄື່ອງສະແກນໄຟຟ້າ ແລະ ໄຟສັນຍາຍຕາມທາງເດີນເຮືອບິນ, ການປັບປຸງຫໍຄວບຄຸມການບິນ ແລະ ອາຄານຜູ້ໂດຍສານ.ນອກຈາກນີ້ ອຳນາດການປົກຄອງທ້ອງຖິ່ນກໍກຳລັງປັບປຸງຖະໜົນ ແລະ ໄຟສັນຍານຈໍລະຈອນໃນຕົວເມືອງແປກ ເຊິ່ງຄາດວ່າຈະສຳເລັດໃນທ້າຍປີນີ້.ອ່ານຕໍ່ ...
Taejun Kang
https://laotiantimes.com/2019/09/13/xieng-khouang-airport-gets-russian-funded-upgrade/
ຖ້ຽວບິນເຊົ່າເໝົາລຳຄາດວ່າຈະສົ່ງເສີມການທ່ອງທ່ຽວລະຫວ່າງຫາງໂຈ, ວຽງຈັນ
ວຽງຈັນ (ວຽງຈັນທາມສ໌/ANN) – ການເປີດຖ້ຽວບິນເຊົ່າເໝົາລຳລະຫວ່າງເມືອງຫາງໂຈ ແຂວງສີຈຽງ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຊ່ວຍສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງລາວ ແລະ ຈີນ.ພິທີເປີດຖ້ຽວບິນປະຖົມມະເລີກດັ່ງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ ທີ່ເມືອງຫາງໂຈ.ອ່ານຕໍ່ ...
ການບິນລາວຈະເລີ່ມເປີດໃຫ້ບໍລິການຖ້ຽວບີນ ວຽງຈັນ-ກຸມາໂມໂຕະ ໃນເດືອນພະຈິກນີ້
ກຸມາໂມໂຕະ – ການບິນລາວມີແຜນເປີດໃຫ້ບໍລິການຖ້ຽວບິນປົກກະຕິ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບເມືອງກຸມາໂມໂຕະ ທາງພາກໃຕ້ຂອງປະເທດຍີ່ປຸ່ນໃນເດືອນພະຈິກນີ້. ນີ້ຈະເປັນຖ້ຽວບິນປົກກະຕິທຳອິດທີ່ເຊື່ອມຕໍ່ໂດຍກົງລະຫວ່າງຍີ່ປຸ່ນ ແລະ ລາວ. ທ່ານ ບຸນມາ ຈັນທະວົງສາ ປະທານບໍລິສັດດການບິນລາວກ່າວວ່າ ທາງສາຍການບິນກຳລັງກະກຽມຍື່ນໃບສະໝັກກ່ຽວກັບແຜນການບໍລິການດັ່ງກ່າວຕໍ່ກະຊວງໂຍທາທິການຂອງຍີ່ປຸ່ນ.ອ່ານຕໍ່ ...
ໂຕະຂ່າວ Japan Today
ໄທ, ລາວ ຮ່ວມມືໃນວຽກງານຄົ້ນຫາ ແລະ ກູ້ໄພເຮືອບິນ
ຮ່າໂນ້ຍ (VNA) – ໃນວັນທີ 13 ກໍລະກົດນີ້ ປະເທດໄທ ແລະ ລາວ ໄດ້ລົງນາມໃນຂໍ້ຕົກລົງສອງຝ່າຍກ່ຽວກັບການຄົ້ນຫາ ແລະ ກູ້ໄພເຮືອບິນ ພາຍໃຕ້ອະນຸສັນຍາວ່າດ້ວຍການບິນພົນລະເຮືອນສາກົນ ຂອງອົງການການບິນພົນລະເຮືອນສາກົນ (ICAO). ທ່ານ ອາຄົມ ເທີມພິທະຍະໄພສິດ ອະດີດລັດຖະມົນຕີກະຊວງໂຍທາທິການຂອງໄທກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະນຳໄປສູ່ການປັບປຸງດ້ານຮ່ວມມື ແລະ ຄວາມເຂົ້າໃຈໃນຂະແໜງດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວ VNA
https://en.vietnamplus.vn/thailand-laos-cooperate-in-aircraft-search-and-rescue/156070.vnp
ການບິນລາວຜ່ານການຮັບຮອງມາດຕະຖານຄວາມປອດໄພ IOSA ລະດັບໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ການບິນລາວ ສາຍການບິນແຫ່ງຊາດລາວ ວາງເປົ້າໝາຍຮັດແໜ້ນການຮ່ວມມືກັບອົງການຕ່າງປະເທດໃນດ້ານຄວາມປອດໄພຂອງສາຍການບິນ ເພື່ອສືບຕໍ່ປັບປຸງການບໍລິການໃນອຸດສາຫະກຳການບິນ.ການບິນລາວໄດ້ຜ່ານການກວດສອບມາດຕະຖານ IOSA ແລະ ການສືບຕໍ່ທະບຽນ ຈາກອົງການກວດສອບຄວາມປອດໄພໃນການປະຕິບັດການຂົນສົ່ງທາງອາກາດສາກົນ IATA (IOSA).ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-airlines-granted-iosa-global-safety-standard-99394