ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ
ສະໜາມບິນ ແລະ ການສັນຈອນທາງອາກາດ
ລາວຮ່ວມມືກັບສະຫະລັດໃນການສົ່ງເສີມການລົງທຶນດ້ານເຮືອບິນ
(ຂປລ) ເຈົ້າໜ້າທີ່ລັດປະມານ 40 ຄົນ ຮ່ວມກັບເຈົ້າໜ້າທີ່ຈາກສະຫະລັດ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາວ່າດ້ວຍອະນຸສັນຍາ Cape Town ເພື່ອຫາລືກ່ຽວກັບມາດຕະການປະຕິບັດທີ່ດີທີ່ສຸດໃນການສົ່ງເສີມສະພາບແວດລ້ອມທຸລະກິດກ່ຽວກັບການຊື້ ແລະ ການລົງທຶນດ້ານເຮືອບິນໃນ ສປປ ລາວ.ກອງປະຊຸມສຳມະນາດັ່ງກ່າວແມ່ນຈັດໂດຍສະຖານທູດສະຫະລັດ ຮ່ວມກັບກົມການບິນພົນລະເຮືອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການສະໜັບສະໜູນຂອງບໍລິສັດ Boeing ແລະ GE ທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2019.ອ່ານຕໍ່ ...
ຂປລ
ແອເອເຊຍເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງ
ວຽງຈັນ (ວຽງຈັນທາມສ໌/ANN) – ແອເອເຊຍ AirAsia ສາຍການບິນລາຄາປະຢັດທີ່ດີທີ່ສຸດລະດັບໂລກມາເປັນເວລາ 10 ປີພາຍໃຕ້ການບໍລິຫານຂອງ Skytrax, ສືບຕໍ່ເປີດໂຕຖ້ຽວບິນໂດຍກົງຫາປະເທດລາວ ແລະ ປະຈຸບັນສາມາດສ້າງເສັ້ນທາງເຊື່ອມຕໍ່ລາວກັບ 130 ຈຸດໝາຍປາຍທາງໃນເຄືອຂ່າຍພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ອາຊີ.ປະຈຸບັນ ແອເອເຊຍໃຫ້ບໍລິການຖ້ຽວບິນໃນສອງເມືອງຂອງລາວຄື ວຽງຈັນ ແລະ ຫຼວງພະບາງ, ເຊິ່ງມີເສັ້ນທາງບິນໂດຍກົງຈາກວຽງຈັນ-ບາງກອກ (ດອນເມືອງ), ວຽງຈັນ-ກົວລາລຳເປີ, ມາເລເຊຍ ແລະ ຫຼວງພະບາງ-ບາງກອກ.ອ່ານຕໍ່ ...
ໂຕະຂ່າວ
ສາຍການບິນສະຄູດ ຈະເປີດບໍລິການຖ້ຽວບິນຈາກເອເທນຫາລາວຜ່ານສິງກະໂປ
ສະຄູດ, ສາຍການບິນລາຄາຖືກຂອງກຸ່ມສາຍການບິນສິງກະໂປແອລາຍ (SIA) ຈະເລີ່ມໃຫ້ບໍລິການຖ້ຽວບີນຈາກເອເທນຫາລາວ (ວຽງຈັນ ແລະ ຫຼວວງພະບາງ) ຜ່ານສິງກະໂປພາຍໃນເດືອນເມສານີ້.ຕາມການຖະແຫຼງຂ່າວ, ສາຍການບິນດັ່ງກ່າວໄດ້ເລີ່ມຂາຍປີ້ຍົນຈາກເອເທນເຖິງລາວໃນລາຄາຫຼຸດພິເສດ ເພື່ອເປັນການສະຫຼອງການເປີດເສັ້ນທາງການບິນໃໝ່ຫາວຽງຈັນ ແລະ ຫຼວງພະບາງ.ອ່ານຕໍ່ ...
GTP editing team
ລາວຕ້ອງການຖ້ຽວບິນໂດຍກົງຈາກຈີນຫາຈຳປາສັກ, ຕາມຄຳເຫັນຂອງເຈົ້າໜ້າທີ່
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຕ້ອງສ້າງຖ້ຽວບິນໂດຍກົງລະຫວ່າງຈີນ ແລະ ລາວໃຫ້ຫຼາຍຂຶ້ນ ເພື່ອບັນລຸເປົ້າໝາຍການດຶງດູດນັກທ່ອງທ່ຽວຂອງລັດຖະບານໃຫ້ໄດ້ ຫຼາຍກວ່າ 1 ລ້ານຄົນຈາກຈີນ ແລະ 4.5 ລ້ານຄົນຈາກທົ່ວໂລກ ໃນປີທ່ອງທ່ຽວລາວ-ຈີນ 2019 ຕາມຄຳເຫັນຂອງເຈົ້າໜ້າທີ່ການນຳແຂວງຈຳປາສັກ.ອ່ານຕໍ່ ...
ໂຕະຂ່າວ
ການບິນລາວຄາດຍອດຈອງປີ້ຍົນຂອງຊາວຈີນຈະເພີ່ມຂຶ້ນ
ພະນັກງານການບິນລາວເຊື່ອວ່າຈຳນວນລູກຄ້າຊາວຈີນຈະເພີ່ມຂຶ້ນເປັນ 241,500 ຄົນໃນປີນີ້.ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນປະມານ 42% ທຽບກັບປີຜ່ານມາ ເຊິ່ງມີຍອດຈອງຖ້ຽວບິນຂອງປະຊາຊົນຈີນລວມ 170,500 ຖ້ຽວ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ການບິນລາວເປີດຖ້ຽວບິນໄປຊຽງໄຮ
ບໍລິສັດການບິນລາວ ຜູ້ປະກອບການການບິນແຫ່ງຊາດ ໄດ້ເລີ່ມເປີດຖ້ຽວບິນລາຍອາທິດໄປນະຄອນຊຽງໄຮ ເພື່ອຮອງຮັບກະແສນັກທ່ອງທ່ຽວຈາກຈີນ ແລະ ລູກຄ້າອື່ນໆ ໃນລະຫວ່າງປີທ່ອງທ່ຽວລາວ-ຈີນ 2019.ການເລີ່ມໃຫ້ບໍລິການດັ່ງກ່າວແມ່ນເນືື່ອງໃນໂອກາດການເປີດປີທ່ອງທ່ຽວລາວ-ຈີນທີ່ວຽງຈັນ.ຖ້ຽວບິນດັ່ງກ່າວຈະໃຊ້ເວລາເດີນທາງປະມານ ສາມຊົ່ວໂມງເຄິ່ງ ແລະ ຈະເປັນທາງເລືອກທີ່ດີທີ່ສຸດສຳລັບລູກຄ້າທີ່ຕ້ອງການຫຼີກລ່ຽງການລໍຖ້າຢູ່ສະໜາມບິກສາກົນຕ່າງໆ.ອ່ານຕໍ່ ...
ວຽງຈັນທາມສ໌
ການບິນລາວຖະແຫຼງ ການບູລະນະທາງເດີນເຮົືອບິນເຮັດໃຫ້ຕ້ອງງົດໃຊ້ສະໜາມບິນອຸດົມໄຊໃນເດືອນກຸມພາ
ຜູ້ເດີນທາງທາງຍົນຫວ່າງແຂວງອຸດົມໄຊ ແລະ ນະຄອນຫຼວງວຽງຈັນ ຄາດວ່າຈະຍັງຄົງສືບຕໍ່ລະຄອຍສຳລັບເດືອນກຸມພາ ເນື່ອງຈາກທາງເດີນເຮືອບິນເມືອງໄຊຕ້ອງການການຍົກລະດັບ.ການບິນລາວແຈ້ງການເຖິງລູກຄ້າກ່ຽວກັບການງົດຖ້ຽວບິນໄປອຸດົມໄຊໃນເດືອນກຸມພາ 2019 ເນື່ອງຈາກທາງເດືອນເຮືອບິນຂອງສະໜາມບິນແຂວງຍັງຄົງຢູ່ໃນໄລຍະການບູລະນະ ແລະ ສ້ອມແປງ.ອ່ານຕໍ່ ...
The Laotian Times
ຖ້ຽວບິນວຽງຈັນ-ຊຽງໄຮ ຜ່ານສາຍການບິນລາວ ລາຄາ $US 199 ໂດລາບວກອາກອນ
ປີໃໝ່ກຸດຈີນກຳລັງຈະມາເຖິງ, ແລະ ດ້ວຍເຫດເພື່ອການສະເຫຼີມສະຫຼອງຖ້ຽວບິນລະຫວ່າງເມືອງເອກດ້ານເສດຖະກິດຊຽງໄຮ ແລະ ນະຄອນຫຼວງວຽງຈັນຂອງລາວ. ຖ້ຽວບິນ ວຽງຈັນ-ຊຽງໄຮ ຈະໃຫ້ບໍລິການໃນລາຄາພິເສດ $US199 + ອາກອນ ເພື່ອສົ່ງເສີມການທ່ອງທ່ຽວຜ່ານສະໜາມບິນສາກົນວັດໄຕ ໄປກັບສາຍການບິນລາວ ເຊິ່ງມີການກະກຽມຖ້ຽວບິນ 4 ຄັ້ງຕໍ່ອາທິດ ນັບແຕ່ວັນທີ 28 ມັງກອນນີ້ເປັນຕົ້ນໄປ.ອ່ານຕໍ່ ...
The Laotian Times
ສະຄູດຈະເປີດຕົວຖ້ຽວບິນສາຍກົງ ສິງກະໂປ-ລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະຄູດ ສາຍການບິນລາຄາຍ່ອມເຍົາຂອງສິງກະໂປແອລາຍ ຈະພ້ອມໃຫ້ບໍລິການຖ້ຽວບິນ ສິງກະໂປ-ລາວ ໃນເດືອນເມສາປີນີ້ ໃນລາຄາປີ້ຍົນເລີ່ມຕົ້ນ US$88 ໂດລາ ຕາມການເປີດເຜີຍໃນວານນີ້.ສະຄູດຈະໃຫ້ບໍລິການບິນຮັບສົ່ງຈາກສິງກະໂປ ຫາວຽງຈັນ ຫາຫຼວງພະບາງ. ເຊິ່ງຖ້ຽວບິນຈະເລີ່ມຈາກສິງກະໂປ ໄປຫາຫຼວງພະບາງ ຕາມດ້ວຍວຽງຈັນ ກ່ອນທີ່ຈະບິນກັບໄປສິງກະໂປ ຕາມຂໍ້ມູນຈາກ Straits Times ໜັງສືພິມຊັ້ນນຳຂອງສິງກະໂປ.ອ່ານຕໍ່ ...
ໂຕະຂ່າວ
ຄວາມຄືບໜ້າການຂະຫຍາຍສະໜາມບິນຫ້ວຍຊາຍ
ທາງສຳລັບຂຶ້ນລົງເຮືອບິນທີ່ສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ພວມໄດ້ຮັບການຂະຫຍາຍປັບປຸງ ເພື່ອຮອງຮັບຄວາມຕ້ອງການໃນການຂົນສົ່ງທີ່ເພີ່ມສູງຂຶ້ນ ແລະ ກຽມພ້ອມສຳລັບການຂະຫຍາຍການລົງທຶນ ແລະ ການທ່ອງທ່ຽວ.ປະຈຸບັນໂຄງການດັ່ງກ່າວຫາກໍ່ດຳເນີນໄດ້ 7%, ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020 ຕົກເປັນມູນຄ່າລວມທັງໝົດ 149 ຕື້ກີບ ພາຍໃຕ້ການລົງທຶນຂອງລັດຖະບານ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌