ການບິນລາວເປີດຖ້ຽວບິນໄປຊຽງໄຮ

ບໍລິສັດການບິນລາວ ຜູ້ປະກອບການການບິນແຫ່ງຊາດ ໄດ້ເລີ່ມເປີດຖ້ຽວບິນລາຍອາທິດໄປນະຄອນຊຽງໄຮ ເພື່ອຮອງຮັບກະແສນັກທ່ອງທ່ຽວຈາກຈີນ ແລະ ລູກຄ້າອື່ນໆ ໃນລະຫວ່າງປີທ່ອງທ່ຽວລາວ-ຈີນ 2019.

ການເລີ່ມໃຫ້ບໍລິການດັ່ງກ່າວແມ່ນເນືື່ອງໃນໂອກາດການເປີດປີທ່ອງທ່ຽວລາວ-ຈີນທີ່ວຽງຈັນ.

ຖ້ຽວບິນດັ່ງກ່າວຈະໃຊ້ເວລາເດີນທາງປະມານ ສາມຊົ່ວໂມງເຄິ່ງ ແລະ ຈະເປັນທາງເລືອກທີ່ດີທີ່ສຸດສຳລັບລູກຄ້າທີ່ຕ້ອງການຫຼີກລ່ຽງການລໍຖ້າຢູ່ສະໜາມບິກສາກົນຕ່າງໆ.

ອ່ານຕໍ່…

ວຽງຈັນທາມສ໌