ຄະນະສະເພາະໂຄວິດຂອງລາວ ເຜີຍກ່ຽວກັບການຕິດຕາມຮູບແບບໃໝ່ແບບລະຫັດຄິວອາ

ຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງແກ່ມວນຊົນວ່າ ປະຊາຊົນທີ່ອາໃສ່ຢູ່ ສປປ ລາວ ຈະຕ້ອງໄດ້ຕິດຕັ້ງແອັບພີເຄຊັນໂທລະສັບ LaoKYC ໃສ່ໃນໂທລະສັບມືຖື ແລະ ແຊັກອິນດ້ວຍລະຫັດຄິວອາ ຊຶ່ງເປັນສ່ວນໜຶ່ງຂອງກົດລະບຽບໃນການຄິດຕາມການເຄື່ອນໄຫວຂອງຜູ້ສຳພັດ. ການນຳໃຊ້ລະບົບລະຫັດຄິວອາຈະຊ່ວຍໃຫ້ຄະນະແພດສາທາລະນະສຸກໃນການຕິດຕາມການເຄື່ອນໄຫວຂອງປະຊາກອນ ແລະ ສະດວກໃນການຕິດຕາມສະພາບເຫດການແຜ່ລະບາດຂອງພະຍາດໂຄວິດ-19ໃນຊຸມຊົນ.  ສືບຕໍ່ອ່ານ   ...

ລັດສະໝີ ພອນວິໄລ

Telcos Discount Voice Calls and Data Rates During Lockdown Period

ຜູ້ໃຫ້ບໍລິການດ້ານການຄົມມະນາຄົມ (ອົງການດັດສົມໂທລະຄົມ) ສະເໜີໃຫ້ບັນດາບໍລິສັດໂທລະຄົມ ຫຼຸດລາຄາ 15% ໃຫ້ຜູ້ໃຊ້ສຳລັບທຸກປະເພດບໍລິການ(ໂທລະສັບຕັ້ງໂຕະ, ບໍ່ມີສາຍ, ເບີລາຍເດືອນ ແລະ ເຕີມເງິນ); ພ້ອມທັງ ສົ່ງຂໍ້ຄວາມສັ້ນ (SMS) ຫາຜູ້ໃຊ້ບໍລິການຈາກຜູ້ໃຫ້ບໍລິການ ເພື່ອແຈ້ງໃຫ້ຮັບຮູ້ ກ່ຽວກັບສ່ວນຫຼຸດ ພ້ອມທັງສົ່ງເວັບໄຊຄະນະສະເພາະກິດ ເພື່ອຊ່ວຍກັນຕິດຕາມດ້ານຂໍ້ມູນຂ່າວກ່ຽວກັບໂຄວິດ-19 ຊຶ່ງໃຫ້ເລິ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 31 ພຶດສະພາ – ວັນທີ 30 ມິຖຸນາ.ດາວໂຫຼດເອກະສານທາງການໄດ້ທີ່ນີ້ >>> HERE ອ່ານເພິ່ມເຕີມ   ...

ໄພບູນ ທະນະບົວສີ

Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.ອ່ານເພິ່ມເຕີມ.  ...

ຜູ້ລາຍງານຂ່າວທາມສ໌

UNDP ຮ່ວມມືກັບ Go Teddy ແກ້ໄຂບັນຫາມົນລະພິດຈາກການຫຸ້ມຫໍ່ດ້ວຍສຕິກ ໃນການຈັດສົ່ງອາຫານດ້ວຍຮູບແບບທີ່ເປັນມິດກັບສິ່ງແວດລ້ອມ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຮ່ວມມືກັບ Go Teddy, ທຸລະກິດສະຕາດອັບຂອງລາວຂະແໜງການຈັດສົ່ງອາຫານ ເປີດໂຄງການສົ່ງເສີມການຫຸ້ມຫໍ່ທີ່ເປັນມິດກັບສິ່ງແວດລ້ອມໃນການບໍລິການຈັດສົ່ງອາຫານ. ງານດັ່ງກ່າວ ໄດ້ນຳສະເໜີການບໍລິການໃໝ່ຂອງແອັບພີເຄຊັນໂທລະສັບທີ່ຮຽກວ່າ:​ “ອີໂຄແທັບ” (“Eco Tab”)  ຊຶ່ງເປັນທາງເລືອກໃຫ້ລູກຄ້າໄດ້ນຳໃຊ້ການຫຸ້ມຫໍ່ທີ່ປາສະຈາກພາສຕິກ. ສືບຕໍ່ອ່ານ.  ...

ຂ່າວສານປະເທດລາວ

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ SysmatiK ຄູ່ຮ່ວມມືດ້ານໄອທີ ຍົກລະດັບສູນບໍລິການ, ແອັບພີເຄຊັນເທິງມືຖື

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດໄອທີ Sysmatik IT ຈຳກັດ ໄດ້ຮ່ວມກັນຍົກລະດັບລະບົບສູນບໍລິການດ້ວຍເລກໝາຍ 1199 ແລະ ແອັບພີເຄຊັນເທິງມືຂອງ EDL, ຊຶ່ງອຳນວຍໃຫ້ມວນຊົນສະໜອງການແຈ້ງເຕືອນສຸກເສີນກ່ຽວກັບຄວາມບົກພ່ອງຕ່າງໆທີ່ກ່ຽວກັບລະບົບໄຟຟ້າ, ການບໍລິການຂອງ EDL ແລະ ບັນຫາອື່ນໆ. ອ່ານຕໍ່ ...

ຜູ້ສື່ຂ່າວທາມສ໌

ບໍລິສັດ ສະຕາຟິນເທັກ ຮ່ວມມືກັບ ບໍລິສັດ ພູເດັນໂຊ ລາວ ເປີດບໍລິການຊຳລະຜ່ານມືຖື

ສະຕາຟິນເທັກ ແລະ ພູເດັນໂຊ ປະກັນໄພ ໄດ້ຕົກລົງເປີດບໍລິການຊຳລະຜ່ານມືຖື ໂດຍຜ່ານລະບົບ U-money ເພື່ອປັບປຸງຄຸນນະພາບການບໍລິການ ແລະ ຄວາມສະດວກສະບາຍສຳລັບລູກຄ້າທັງສອງບໍລິສັດ.ອ່ານຕໍ່  ...

ຜູ້ສື່ຂ່າວສານປະເທດລາວ

ລາວໂທລະຄົມ ເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດ

ລາວໂທລະຄົມ ໄດ້ມີການເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດລາວ ໂດຍຮ່ວມມືກັບບໍລິສັດ 10T Tech, ບໍລິສັດບໍລິການ eSIM  ໃນຮ່ອງກົງ.ການບໍລິການດັ່ງກ່າວຈະຊ່ວຍໃຫ້ຜູ້ນຳໃຊ້ໂທລະສັບມືຖື ທີ່ນຳໃຊ້ເຄື່ອງໄອໂຟນ ແລະ ໄອແພັດ ແລະ Google Pixel 3a ແລະ 4 ສາມາດຂຶ້ນທະບຽນສຳລັບແຜນມືຖືແບບຈ່າຍລ່ວງໜ້າ ແລະ ແບບລາຍເດືອນ ດ້ວຍການເຂົ້າໄປສູນບໍລິການໃກ້ບ້ານ ເພື່ອດາວໂຫຼດ ແລະ ເປີດນຳໃຊ້ບໍລິການ eSIM, ຕາມບົດຂ່າວຈາກ 10T Tech.ອ່ານຕໍ່ ...

Taejun Kang

ຢູນິເທວ ໄດ້ຮັບລາງວັນເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ

ຢູນິເທວ ໄດ້ຮັບລາງວັນຈາກ Speedtest ໃນການເປັນເຄືອຂ່າຍມືຖື ທີ່ໄວທີ່ສຸດໃນລາວ ໃນໄຕມາດທີສອງ ແລະ ທີສາມຂອງປີ 2019.Ookla, ເຈົ້າຂອງເວັບໄຊ speedtest.net, ໄດ້ທຳການທົດສອບສົມທຽບຈາກຜູ້ໃຊ້ງານ ຜ່ານລະບົບແອັບພິຼເຄຊັນມືຖື Speedtest iOS ແລະ Android ຈາກຜູ້ໃຊ້ໂທລະສັບມືຖືສ່ວນໃຫຍ່ໃນລາວ ໃນໄລຍະການຊິງລາງວັນ ເພື່ອສຳຫຼວດເບິ່ງວ່າຜູ້ປະກອບການເຈົ້າໃດ ທີ່ໃຫ້ບໍລິການດ້ວຍຄວາມໄວສູງສຸດ ໃນບັນດາເຄືອຂ່າຍໂທລະສັບມືຖື.ເຄືອຂ່າຍຢູນິເທວ (Unitel) ໄດ້ຊະນະເລີດລາງວັນດັ່ງກ່າວ ດ້ວຍຄະແນນຄວາມໄວ 32.62, ມີຄວາມໄວສະເລ່ຍສຳລັບການດາວໂຫຼດ 33.43 Mbps ແລະ ການອັບໂຫຼດ 17.30 Mbps.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ຢູນິເທວ ທົດສອບລະບົບ 5G ໃນອັດຕາຄວາມໄວສູງສຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສະຕາເທເລຄອມ (ຢູນິເທວ) ໄດ້ທຳການທົດສອບລະບົບ 5G ຢ່າງເປັນທາງການໃນອັດຕາຄວາມໄວສູງສຸດ 1.7 Gbps,  ແລະ ສາມາດປັບຄວາມໄວສູງສຸດໄດ້ເຖິງ 2.5 Gbps ເມື່ອເຊື່ອມໂຍງກັບລະບົບ 4G (ໂດຍນຳໃຊ້ຮູບແບບການເຊື່ອມຕໍ່ສອງລະບົບເພື່ອສົ່ງຕໍ່ຂໍ້ມູນຂ່າວສານພ້ອມກັນທັງໃນລະບົບ 5G ແລະ 4G ເພື່ອໄປເຖິງປາຍທາງ).ການທົດສອບດັ່ງກ່າວໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນຫວ່າງໝໍ່ໆມານີ້ ໃນເນື່ອງໃນກອງປະຊຸມລັດຖະມົນຕີ ICT ອາຊຽນຄັ້ງທີ 19 ແລະ ວັນເປີດຕົວຍີ້ຫໍ້ ຢູນິເທວ ຄົບຮອບ 10 ປີ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dynj2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!