ຢູນິເທວ ໄດ້ຮັບລາງວັນເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ

ຢູນິເທວ ໄດ້ຮັບລາງວັນຈາກ Speedtest ໃນການເປັນເຄືອຂ່າຍມືຖື ທີ່ໄວທີ່ສຸດໃນລາວ ໃນໄຕມາດທີສອງ ແລະ ທີສາມຂອງປີ 2019.

Ookla, ເຈົ້າຂອງເວັບໄຊ speedtest.net, ໄດ້ທຳການທົດສອບສົມທຽບຈາກຜູ້ໃຊ້ງານ ຜ່ານລະບົບແອັບພິຼເຄຊັນມືຖື Speedtest iOS ແລະ Android ຈາກຜູ້ໃຊ້ໂທລະສັບມືຖືສ່ວນໃຫຍ່ໃນລາວ ໃນໄລຍະການຊິງລາງວັນ ເພື່ອສຳຫຼວດເບິ່ງວ່າຜູ້ປະກອບການເຈົ້າໃດ ທີ່ໃຫ້ບໍລິການດ້ວຍຄວາມໄວສູງສຸດ ໃນບັນດາເຄືອຂ່າຍໂທລະສັບມືຖື.

ເຄືອຂ່າຍຢູນິເທວ (Unitel) ໄດ້ຊະນະເລີດລາງວັນດັ່ງກ່າວ ດ້ວຍຄະແນນຄວາມໄວ 32.62, ມີຄວາມໄວສະເລ່ຍສຳລັບການດາວໂຫຼດ 33.43 Mbps ແລະ ການອັບໂຫຼດ 17.30 Mbps.

ອ່ານຕໍ່…

ລັດສະໝີ ພອນວິໄລ