ອຸດສາຫະກຳ

ມາເລເຊຍຈະສົ່ງເສີມການທ່ອງທ່ຽວໃນງານບຸນທາດຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການທ່ອງທ່ຽວມາເລເຊຍ ຈະໝູນໃຊ້ບຸນນະມັດສະການພະທາດຫຼວງປະຈຳປີ ໃນການໂຄສະນາສົ່ງເສີມການທ່ອງທ່ຽວໃນມາເລເຊຍ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາຢ້ຽມຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ.ອົງການທ່ອງທ່ຽວດັ່ງກ່າວໄດ້ເປີດຮ້ານວາງສະແດງໃນງານບຸນ ເພື່ອເຜີຍແຜ່ຂໍ້ມູນການທ່ອງທ່ຽວ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວຈາກລາວ ເຊິ່ງເປັນໜຶ່ງໃນຕະຫຼາດເປົ້າໝາຍຂອງປະເທດມາເລເຊຍ.ອ່ານຕໍ່ ...

ໂຕະຂ່າວ

ບຸນທາດຫຼວງຈະເນັ້ນສ້າງຈຸດສົນໃຈຕໍ່ພະທາດຫຼວງ, ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະ

ພະທາດຫຼວງ ແລະ ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະຈະເປັນສູນກາງຄວາມສົນໃຈ ໃນພິທີທາງສາດສະໜາທີ່ຈັດຂັ້ຶ້ນໃນງານນະມັດສະການທາດຫຼວງ.ພິທີເປີດບຸນດັ່ງກ່າວໄດ້ມີຂຶ້ນໃນຕອນຄ່ຳຂອງວັນອັນຄານນີ້ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳ ພ້ອມດ້ວຍພັນລະຍາ ແລະ ຄະນະທູຕານຸທູດນາໆປະເທດປະຈຳລາວ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ຖົງເຊືອກໃສ່ເຄື່ອງແຂວງອຸດົມໄຊ ເປັນທີ່ນິຍົມໃນກຸ່ມລູກຄ້າຍີ່ປຸ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວບ້ານແຂວງອຸດົມໄຊ ປະສົບຄວາມສຳເລັດໃນການຂາຍຖົງເຊືອກໃສ່ເຄື່ອງຂະໜາດຕ່າງໆ ແລະ ຜະລິດຕະພັນຝ້າຍ, ທັງພາຍໃນ ແລະ ຢູ່ປະເທດຍີ່ປຸ່ນ.ຖົງດັ່ງກ່າວແມ່ນຜະລິດມາຈາກເຄືອໄມ້ ທີ່ມີຊື່ວ່າເຄືອປຽດ ແລະ ເປັນທີ່ນິຍົມຫຼາຍໃນກຸ່ມລູກຄ້າຊາວຍີ່ປຸ່ນ  ຫຼັງຈາກທີ່ມີການປັບປ່ຽນການອອກແບບໃຫ້ມີຫຼາຍຮູບຫຼາຍຂະໜາດ.ຖົງໃສ່ເຄື່ອງດັ້ງກ່າວໄດ້ມີການວາງສະແດງໃນງານວາງສະແດງຜະລິດຕະພັນຫັດຖະກຳລາວ ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້ ເຊິ່ງທ່ານ ວິໄລເພັດ ອຸນະພອນ ຕົວແທນກຸ່ມຊາວບ້ານກ່າວວ່າໄດ້ຂາຍດີ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບຸນນະມັດສະການພະທາດຫຼວງ ຈະວາງສະແດງຜະລິດຕະພັນທ້ອງຖິ່ນ, ຮີດຄອງປະເພນີລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບຸນນະມັດສະການພະທາດຫຼວງເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກນີ້ ຈະເປີດໂອກາດໃຫ້ຫົວໜ່ວຍທຸລະກິດທ້ອງຖິ່ນວາງສະແດງ ຜະລິດຕະພັນໜຶ່ງເມືອງ, ເມືອງຜະລິດຕະພັນ (ODOP) ກໍຄືຮີດຄອງປະເພນີລາວ ສູ່ສາຍຕາຜູ້ເຂົ້າຊົມຈາກທົ່ວໂລກ, ຕາມຮອງເຈົ້າຄອງນະຄອນວຽງຈັນ.ທ່ານ ສີຫຸນ ສິດທິລືໄຊ ໄດ້ໃຫ້ຄຳເຫັນໃນງານຖະແຫຼງຂ່າວ ເຊິ່ງຈັດຂຶ້ນທີ່ທາດຫຼວງ ໃນວັນອັງຄານນີ້ ກ່ຽວກັບລາຍລະອຽດຂອງງານບຸນດັ່ງກ່າວ.ງານບຸນດັ່ງກ່າວຈະປະກອບໄປດ້ວຍຮ້ານວາງສະແດງຜະລິດຕະພັນ ODOP ແລະ ສິນຄ້າການທ່ອງທ່ຽວ 215 ຮ້ານ ທີ່ເດີ່ນພະທາດຫຼວງ ພ້ອມທັງຮ້ານຂາຍເຄື່ອງພາຍໃນ/ຕ່າງປະເທດ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມ, ແລະ ເຄື່ອງຫຼິ້ນຕ່າງໆ ທັງໝົດ 669 ຮ້ານ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ງານຕະຫຼາດນັດຫັດຖະກຳລາວ ມີເປົ້າໝາຍແນໃສ່ຕະຫຼາດນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດຫັດຖະກຳ 200 ກວ່າຮ້ານຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງຜະລິດຕະພັນພື້ນເມືອງ ແລະ ຮ່ວມສະໄໝຫຼາຍຮູບແບບ ໃນງານຕະຫຼາດນັດຫັດຖະກຳລາວ ນະຄອນຫຼວງວຽງຈັນ.ງານຕະຫຼາດນັດໄລຍະ 9 ວັນ ພາຍໃຕ້ຫົວຂໍ້ “ສົ່ງເສີມຫັດຖະກຳລາວຜ່ານການທ່ອງທ່ຽວ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນອັງຄານນີ້, ເຊິ່ງຮ່ວມຈັດຕັ້ງໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມຫັດຖະກຳລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຢຸນນານ ໝາຍຕາເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວ ແລະ ຢຸນນານ (ຈີນ) ຈຳເປັນຕ້ອງເພີ່ມທະວີການຮ່ວມມື ເພື່ອດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂົ້າມາລາວ.ໃນວັນອັງຄານນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບສຳນັກງານທຸລະກິດຢຸນນານປະຈຳລາວ ໄດ້ຈັດກອງປະຊຸມສົ່ງເສີມການຮ່ວມມືລາວ ແລະ ຢຸນນນານ (ຈີນ) ດ້ານທຸລະກິດການທ່ອງທ່ຽວ ເພື່ອເປັນສ່ວນໜຶ່ງຂອງກິດຈະກຳການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ງານວາງສະແດງການຄ້າລາວ-ຢຸນນານ.ອ່ານຕໍ່ ...

ໂຕະຂ່າວ

ອຸດສາຫະກຳການກໍ່ສ້າງຂອງລາວ ໝາຍຕາການນຳໃຊ້ ສະມາດເທັກໂນໂລຢີ

ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານວິສະວະກຳໃນຂະແໜງການກໍ່ສ້າງ ແລະ ສະຖາປັດ ໄດ້ຮຽນຮູ້ກ່ຽວກັບອຸດສາຫະກຳການກໍ່ສ້າງແບບສະຫຼາດ ໃນກອງປະຊຸມສຳມະນາ ເຊິ່ງຈັດຂຶ້ນໃນວັນອັງຄານນີ້ ກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນສູ່ຍຸກດິຈິຕອລ໌.ງານດັ່ງກ່າວແມ່ນຈັດໂດຍ ສຳນັກງານອົງການສົ່ງເສີມການຄ້າ-ການລົງທຶນ ເກົາຫຼີ (KOTRA) ນະຄອນຫຼວງວຽງຈັນ ແລະ ທີມນັກສະຖາປັດຕະຍາກຳ ແລະ ນັກວາງແຜນ Heerim ຈາກເກົາຫຼີໃຕ້. ພາຍໃຕ້ຫົວຂໍ້ “ການກໍ່ສ້າງແບບສະຫຼາດ – ການປະຕິວັດອຸດສາຫະກຳ 4.0 ແລະ ການຫັນປ່ຽນອຸດສາຫະກຳການກໍ່ສ້າງສູ່ຍຸກດິຈິຕອລ໌.”ອ່ານຕໍ່ ...

ສຸກສະໄໝ ບູລົມ

ເວັບໄຊ Booking.com ຍີ່ປຸ່ນ ຈັດນະຄອນຫຼວງວຽງຈັນ ໃຫ້ເປັນໜຶ່ງໃນເມືອງທີ່ດີທີ່ສຸດໃນການຍ່າງເລາະທ່ຽວຊົມ

ນະຄອນຫຼວງວຽງຈັນຂອງລາວ ໄດ້ຮັບການຈັດໃຫ້ເປັນໜຶ່ງໃນເຈັດຕົວເມືອງຂອງໂລກທີ່ເໝາະແກ່ການຍ່າງເລາະຊົມ ໂດຍເວັບໄຊ Booking.com ຍີ່ປຸ່ນ.ເວັບໄຊ Booking.com ຍີ່ປຸ່ນ ແມ່ນເຄືອຂ່າຍໃນຍີ່ປຸ່ນຂອງເວັບໄຊ Booking.com, ເວັບໄຊບໍລິການຈອງປີ້ຍົນຂອງເນເທີແລນ ແລະ ລະບົບຈອງທີ່ພັກໃນການທ່ອງທ່ຽວ.ຕາມການສຳຫຼວດຂອງເວັບໄຊ Booking.com ຍີ່ປຸ່ນ, ວຽງຈັນ ໄດ້ຮັບການຈັດໃຫ້ເປັນເມືອງທີ່ດີທີ່ສຸດສຳລັບການຍ່າງເລາະທ່ຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ນັກທ່ອງທ່ຽວສາມາດຍ່າງເລາະຊົມຕົວເມືອງໄດ້ທັງກາງເວັນ ແລະ ກາງຄືນ.ອ່ານຕໍ່ ...

Taejun Kang

ຈຳນວນນັກທ່ອງທ່ຽວໃນລາວເປັນໄປຕາມລະດັບຄາດໝາຍ ສູ່ເປົ້າໝາຍປີ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ທ່ອງທ່ຽວໃນລາວໃນຊ່ວງເກົ້າເດືອນຂອງປີນີ້ ແມ່ນເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຈາກບາງປະເທດທີ່ຫຼຸດລົງໃນຊຸມປີຜ່ານມາ ກໍມີທ່າອ່ຽງເພີ່ມຂຶ້ນ.ໃນຊ່ວງເກົ້າເດືອນຂອງປີນີ້ ຈຳນວນນັກທ່ອງທ່ຽວໃນລາວມີປະມານ 3.4 ລ້ານຄົນ, ເພີ່ມຂຶ້ນປະມານ 11 ສ່ວນຮ້ອຍທຽບກັບປີຜ່ານມາ , ໃນຂະນະທີທ່ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 26 ສ່ວນຮ້ອຍ, ຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ນັກທ່ອງທ່ຽວຈາກໄທ ເຊິ່ງເປັນນັກທ່ອງທ່ຽວກຸ່ມຫຼັກໃນລາວ ເພີ່ມຂຶ້ນ 6 ສ່ວນຮ້ອຍ, ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມ ເພີ່ມຂຶ້ນ 11 ສ່ວນຮ້ອຍ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຍົກເລີກການບໍລິການອອກວິຊາກັບດ່ານ ໃນເກົ້າດ່ານຊາຍແດນ

ອີງຕາມແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ໃນວັນພຸດນີ້, ລາວຈະຍົກເລີກບໍລິການອອກວິຊາກັບດ່ານສຳລັບນັກທ່ອງທ່ຽວ ໃນເກົ້າດ່ານຊາຍແດນ.ແຈ້ງການສະບັບດັ່ງກ່າວ ໄດ້ສັ່ງປິດໜ່ວຍບໍລິການວິຊາກັບດ່ານ ໃນເກົ້າດ່ານຊາຍແດນຄື:ດ່ານຊາຍແດນປາງຮົກ (ແຂວງຜົ້ງສາລີ) ຊາຍແດນຈີນດ່ານຊາຍແດນນ້ຳໂສຍ (ແຂວງຫົວພັນ) ຊາຍແດນຫວຽດນາມດ່ານຊາຍແດນນ້ຳຄານ (ແຂວງຊຽງຂວາງ) ຊາຍແດນຫວຽດນາມດ່ານຊາຍແດນນ້ຳເງິນ (ແຂວງໄຊຍະບູລີ) ຊາຍແດນໄທດ່ານຊາຍແດນນ້ຳເຮືອງ (ແຂວງໄຊຍະບູລີ) ຊາຍແດນໄທດ່ານຊາຍແດນນ້ຳພາວ (ແຂວງຄຳມ່ວນ) ຊາຍແດນຫວຽດນາມດ່ານຊາຍແດນນາເພົ້າ (ແຂວງຄຳມ່ວນ) ຊາຍແດນຫວຽດນາມສະໜາມບິນສາກົນສະຫວັນນະເຂດດ່ານຊາຍແດນພູເກືອ (ແຂວງອັດຕະປື) ຊາຍແດນຫວຽດນາມອ່ານຕໍ່ ...

Francis Savankham

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bcdcu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!