ລາວຍົກເລີກການບໍລິການອອກວິຊາກັບດ່ານ ໃນເກົ້າດ່ານຊາຍແດນ

ອີງຕາມແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ໃນວັນພຸດນີ້, ລາວຈະຍົກເລີກບໍລິການອອກວິຊາກັບດ່ານສຳລັບນັກທ່ອງທ່ຽວ ໃນເກົ້າດ່ານຊາຍແດນ.

ແຈ້ງການສະບັບດັ່ງກ່າວ ໄດ້ສັ່ງປິດໜ່ວຍບໍລິການວິຊາກັບດ່ານ ໃນເກົ້າດ່ານຊາຍແດນຄື:

  • ດ່ານຊາຍແດນປາງຮົກ (ແຂວງຜົ້ງສາລີ) ຊາຍແດນຈີນ
  • ດ່ານຊາຍແດນນ້ຳໂສຍ (ແຂວງຫົວພັນ) ຊາຍແດນຫວຽດນາມ
  • ດ່ານຊາຍແດນນ້ຳຄານ (ແຂວງຊຽງຂວາງ) ຊາຍແດນຫວຽດນາມ
  • ດ່ານຊາຍແດນນ້ຳເງິນ (ແຂວງໄຊຍະບູລີ) ຊາຍແດນໄທ
  • ດ່ານຊາຍແດນນ້ຳເຮືອງ (ແຂວງໄຊຍະບູລີ) ຊາຍແດນໄທ
  • ດ່ານຊາຍແດນນ້ຳພາວ (ແຂວງຄຳມ່ວນ) ຊາຍແດນຫວຽດນາມ
  • ດ່ານຊາຍແດນນາເພົ້າ (ແຂວງຄຳມ່ວນ) ຊາຍແດນຫວຽດນາມ
  • ສະໜາມບິນສາກົນສະຫວັນນະເຂດ
  • ດ່ານຊາຍແດນພູເກືອ (ແຂວງອັດຕະປື) ຊາຍແດນຫວຽດນາມ

ອ່ານຕໍ່…

Francis Savankham