ບຸນນະມັດສະການພະທາດຫຼວງ ຈະວາງສະແດງຜະລິດຕະພັນທ້ອງຖິ່ນ, ຮີດຄອງປະເພນີລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບຸນນະມັດສະການພະທາດຫຼວງເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກນີ້ ຈະເປີດໂອກາດໃຫ້ຫົວໜ່ວຍທຸລະກິດທ້ອງຖິ່ນວາງສະແດງ ຜະລິດຕະພັນໜຶ່ງເມືອງ, ເມືອງຜະລິດຕະພັນ (ODOP) ກໍຄືຮີດຄອງປະເພນີລາວ ສູ່ສາຍຕາຜູ້ເຂົ້າຊົມຈາກທົ່ວໂລກ, ຕາມຮອງເຈົ້າຄອງນະຄອນວຽງຈັນ.

ທ່ານ ສີຫຸນ ສິດທິລືໄຊ ໄດ້ໃຫ້ຄຳເຫັນໃນງານຖະແຫຼງຂ່າວ ເຊິ່ງຈັດຂຶ້ນທີ່ທາດຫຼວງ ໃນວັນອັງຄານນີ້ ກ່ຽວກັບລາຍລະອຽດຂອງງານບຸນດັ່ງກ່າວ.

ງານບຸນດັ່ງກ່າວຈະປະກອບໄປດ້ວຍຮ້ານວາງສະແດງຜະລິດຕະພັນ ODOP ແລະ ສິນຄ້າການທ່ອງທ່ຽວ 215 ຮ້ານ ທີ່ເດີ່ນພະທາດຫຼວງ ພ້ອມທັງຮ້ານຂາຍເຄື່ອງພາຍໃນ/ຕ່າງປະເທດ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມ, ແລະ ເຄື່ອງຫຼິ້ນຕ່າງໆ ທັງໝົດ 669 ຮ້ານ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌