ເວັບໄຊ Booking.com ຍີ່ປຸ່ນ ຈັດນະຄອນຫຼວງວຽງຈັນ ໃຫ້ເປັນໜຶ່ງໃນເມືອງທີ່ດີທີ່ສຸດໃນການຍ່າງເລາະທ່ຽວຊົມ

ນະຄອນຫຼວງວຽງຈັນຂອງລາວ ໄດ້ຮັບການຈັດໃຫ້ເປັນໜຶ່ງໃນເຈັດຕົວເມືອງຂອງໂລກທີ່ເໝາະແກ່ການຍ່າງເລາະຊົມ ໂດຍເວັບໄຊ Booking.com ຍີ່ປຸ່ນ.

ເວັບໄຊ Booking.com ຍີ່ປຸ່ນ ແມ່ນເຄືອຂ່າຍໃນຍີ່ປຸ່ນຂອງເວັບໄຊ Booking.com, ເວັບໄຊບໍລິການຈອງປີ້ຍົນຂອງເນເທີແລນ ແລະ ລະບົບຈອງທີ່ພັກໃນການທ່ອງທ່ຽວ.

ຕາມການສຳຫຼວດຂອງເວັບໄຊ Booking.com ຍີ່ປຸ່ນ, ວຽງຈັນ ໄດ້ຮັບການຈັດໃຫ້ເປັນເມືອງທີ່ດີທີ່ສຸດສຳລັບການຍ່າງເລາະທ່ຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ນັກທ່ອງທ່ຽວສາມາດຍ່າງເລາະຊົມຕົວເມືອງໄດ້ທັງກາງເວັນ ແລະ ກາງຄືນ.

ອ່ານຕໍ່…

Taejun Kang