ງານຕະຫຼາດນັດຫັດຖະກຳລາວ ມີເປົ້າໝາຍແນໃສ່ຕະຫຼາດນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດຫັດຖະກຳ 200 ກວ່າຮ້ານຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງຜະລິດຕະພັນພື້ນເມືອງ ແລະ ຮ່ວມສະໄໝຫຼາຍຮູບແບບ ໃນງານຕະຫຼາດນັດຫັດຖະກຳລາວ ນະຄອນຫຼວງວຽງຈັນ.ງານຕະຫຼາດນັດໄລຍະ 9 ວັນ ພາຍໃຕ້ຫົວຂໍ້ “ສົ່ງເສີມຫັດຖະກຳລາວຜ່ານການທ່ອງທ່ຽວ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນອັງຄານນີ້, ເຊິ່ງຮ່ວມຈັດຕັ້ງໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມຫັດຖະກຳລາວ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຢຸນນານ ໝາຍຕາເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວ ແລະ ຢຸນນານ (ຈີນ) ຈຳເປັນຕ້ອງເພີ່ມທະວີການຮ່ວມມື ເພື່ອດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂົ້າມາລາວ.ໃນວັນອັງຄານນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບສຳນັກງານທຸລະກິດຢຸນນານປະຈຳລາວ ໄດ້ຈັດກອງປະຊຸມສົ່ງເສີມການຮ່ວມມືລາວ ແລະ ຢຸນນນານ (ຈີນ) ດ້ານທຸລະກິດການທ່ອງທ່ຽວ ເພື່ອເປັນສ່ວນໜຶ່ງຂອງກິດຈະກຳການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ແລະ ງານວາງສະແດງການຄ້າລາວ-ຢຸນນານ.ອ່ານຕໍ່ ...

ໂຕະຂ່າວ

ເວັບໄຊ Booking.com ຍີ່ປຸ່ນ ຈັດນະຄອນຫຼວງວຽງຈັນ ໃຫ້ເປັນໜຶ່ງໃນເມືອງທີ່ດີທີ່ສຸດໃນການຍ່າງເລາະທ່ຽວຊົມ

ນະຄອນຫຼວງວຽງຈັນຂອງລາວ ໄດ້ຮັບການຈັດໃຫ້ເປັນໜຶ່ງໃນເຈັດຕົວເມືອງຂອງໂລກທີ່ເໝາະແກ່ການຍ່າງເລາະຊົມ ໂດຍເວັບໄຊ Booking.com ຍີ່ປຸ່ນ.ເວັບໄຊ Booking.com ຍີ່ປຸ່ນ ແມ່ນເຄືອຂ່າຍໃນຍີ່ປຸ່ນຂອງເວັບໄຊ Booking.com, ເວັບໄຊບໍລິການຈອງປີ້ຍົນຂອງເນເທີແລນ ແລະ ລະບົບຈອງທີ່ພັກໃນການທ່ອງທ່ຽວ.ຕາມການສຳຫຼວດຂອງເວັບໄຊ Booking.com ຍີ່ປຸ່ນ, ວຽງຈັນ ໄດ້ຮັບການຈັດໃຫ້ເປັນເມືອງທີ່ດີທີ່ສຸດສຳລັບການຍ່າງເລາະທ່ຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ນັກທ່ອງທ່ຽວສາມາດຍ່າງເລາະຊົມຕົວເມືອງໄດ້ທັງກາງເວັນ ແລະ ກາງຄືນ.ອ່ານຕໍ່ ...

Taejun Kang

ຈຳນວນນັກທ່ອງທ່ຽວໃນລາວເປັນໄປຕາມລະດັບຄາດໝາຍ ສູ່ເປົ້າໝາຍປີ 2019

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ທ່ອງທ່ຽວໃນລາວໃນຊ່ວງເກົ້າເດືອນຂອງປີນີ້ ແມ່ນເພີ່ມຂຶ້ນ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວຈາກບາງປະເທດທີ່ຫຼຸດລົງໃນຊຸມປີຜ່ານມາ ກໍມີທ່າອ່ຽງເພີ່ມຂຶ້ນ.ໃນຊ່ວງເກົ້າເດືອນຂອງປີນີ້ ຈຳນວນນັກທ່ອງທ່ຽວໃນລາວມີປະມານ 3.4 ລ້ານຄົນ, ເພີ່ມຂຶ້ນປະມານ 11 ສ່ວນຮ້ອຍທຽບກັບປີຜ່ານມາ , ໃນຂະນະທີທ່ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 26 ສ່ວນຮ້ອຍ, ຕາມຂໍ້ມູນຈາກກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ນັກທ່ອງທ່ຽວຈາກໄທ ເຊິ່ງເປັນນັກທ່ອງທ່ຽວກຸ່ມຫຼັກໃນລາວ ເພີ່ມຂຶ້ນ 6 ສ່ວນຮ້ອຍ, ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມ ເພີ່ມຂຶ້ນ 11 ສ່ວນຮ້ອຍ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຍົກເລີກການບໍລິການອອກວິຊາກັບດ່ານ ໃນເກົ້າດ່ານຊາຍແດນ

ອີງຕາມແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ໃນວັນພຸດນີ້, ລາວຈະຍົກເລີກບໍລິການອອກວິຊາກັບດ່ານສຳລັບນັກທ່ອງທ່ຽວ ໃນເກົ້າດ່ານຊາຍແດນ.ແຈ້ງການສະບັບດັ່ງກ່າວ ໄດ້ສັ່ງປິດໜ່ວຍບໍລິການວິຊາກັບດ່ານ ໃນເກົ້າດ່ານຊາຍແດນຄື:ດ່ານຊາຍແດນປາງຮົກ (ແຂວງຜົ້ງສາລີ) ຊາຍແດນຈີນດ່ານຊາຍແດນນ້ຳໂສຍ (ແຂວງຫົວພັນ) ຊາຍແດນຫວຽດນາມດ່ານຊາຍແດນນ້ຳຄານ (ແຂວງຊຽງຂວາງ) ຊາຍແດນຫວຽດນາມດ່ານຊາຍແດນນ້ຳເງິນ (ແຂວງໄຊຍະບູລີ) ຊາຍແດນໄທດ່ານຊາຍແດນນ້ຳເຮືອງ (ແຂວງໄຊຍະບູລີ) ຊາຍແດນໄທດ່ານຊາຍແດນນ້ຳພາວ (ແຂວງຄຳມ່ວນ) ຊາຍແດນຫວຽດນາມດ່ານຊາຍແດນນາເພົ້າ (ແຂວງຄຳມ່ວນ) ຊາຍແດນຫວຽດນາມສະໜາມບິນສາກົນສະຫວັນນະເຂດດ່ານຊາຍແດນພູເກືອ (ແຂວງອັດຕະປື) ຊາຍແດນຫວຽດນາມອ່ານຕໍ່ ...

Francis Savankham

ເວັບໄຊໃໝ່ ສົ່ງເສີມຈຸດໝາຍປາຍທາງຮ່ວມລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງເວລາແລ້ວທີ່ສະຖານນີສື່ມວນຊົນດັ້ງເດີມ ເຊັ່ນ ໜັງສືພິມ, ວິທະຍຸ ແລະ ໂທລະພາບ ຕ້ອງໄປຄຽງຄູ່ກັບ ຊ່ອງທາງການເຜີຍແຜ່ຂໍ້ມູນຂ່າວສານສະໄໝໃໝ່ ກັບຂະບວນວິວັດຄວາມຕ້ອງການຂອງສັງຄົມ. ສະນັ້ນມັນຈິ່ງຄວນມີການສະທ້ອນໃນຮູບຂອງເນື້ອຫາ, ລະບົບອອນລາຍ, ວິທີການຄົ້ນຄວ້ນ ແລະ ການຕະຫຼາດ.ນີ້ແມ່ນຄຳເຫັນຂອງທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເນື່ອງໃນພິທີເປີດໂຕສອງເວັບໄຊໃໝ່ທີ່ມີທັງພາສາລາວ ແລະ ຈີນ ພາຍໃຕ້ການຄຸ້ມຄອງຂອງສື່ມວນຊົນລາວພາກພາສາຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/new-websites-promote-shared-laos-china-destiny-106222

ລາວ, ຫວຽດນາມ ວາງແຜນຮ່ວມກັນສົ່ງເສີມການທ່ອງທ່ຽວ

ລາວ ແລະ ຫວຽດນາມ ວາງແຜນຮ່ວມມືກັນເພື່ອສົ່ງເສີມການທ່ອງທ່ຽວ ໂດຍຜ່ານກິດຈະກຳຮູບແບບຕ່າງໆ ເພື່ອຈຸດປະສົງດຶງດູດນັກທ່ອງທ່ຽວໃນສອງປະເທດໃຫ້ຫຼາຍຂຶ້ນ.ເຈົ້າໜ້າທີ່ການນຳ ຈາກສີ່ແຂວງພາກໃຕ້ຂອງລາວ ແລະ ແຂວງພາກກາງ ແລະ ພາກໃຕ້ຂອງຫວຽດນາມ ກໍຄືຜູ້ປະກອບການທຸລະກິດກ່ຽວກັບການທ່ອງທ່ຽວ ໄດ້ຫາລືຫວ່າງໝໍ່ໆມານີ້ ກ່ຽວກັບການລິເລີ່ມດັ່ງກ່າວໃນກອງປະຊຸມຢູ່ແຂວງຈຳປາສັກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຄົ້ນຄວ້າວິທີການໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງການລັດ ແລະ ເອກະຊົນຈະຮ່ວມມືກັນໃນການຈັດການກັບບັນຫາທີ່ເປັນອຸປະສັກຕໍ່ຂະແໜງການທ່ອງທ່ຽວ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດລັດຖະບານ ໃນການສົ່ງເສີມການປະກອບສ່ວນຂອງຂະແໜງການບໍລິການໃນການພັດທະນາເສດຖະກິດ.ໃນວັນສຸກແລ້ວນີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ຈັດກອງປະຊຸມພິເສດ ເພື່ອຄົ້ນຄວ້າຫາລື ກ່ຽວກັບວິທີການໃນການສົ່ງເສີມອຸດສະຫະກຳການທ່ອງທ່ຽວ.ປະທານຮ່ວມໃນກອງປະຊຸມປຶກສາຫາລືກ່ຽວກັບການທ່ອງທ່ຽວດັ່ງກ່າວ ມີທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານບໍລິຫານ LNCCI, ພາຍໃຕ້ການເຂົ້າຮ່ວມຂອງຂະແໜງການລັດ ແລະ ເອກະຊົນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-seeks-ways-bolster-tourism-industry-105757

ໂຮງງານຊີມັງຈີນໃນລາວລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບອີກ 20 ຄົນ

ການລະເບີດໃນວັນເສົານີ້ ເຊິ່ງເກີດຈາກການລະເບີດຫີນໃນໂຮງງານຊີມັງຂອງຈີນ ຢູ່ແຂວງພາກເໜືອຂອງລາວ ໄດ້ສົ່ງຜົນກະທົບຕໍ່ບ້ານແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍໜຶ່ງຄົນ ແລະ ບາດເຈັບອີກ 20 ກວ່າຄົນ, ຕາມການກ່າວຂອງຊາວບ້ານ.ການລະເບີດດັ່ງກ່າວຢູ່ບ້ານພອນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຊານ ແລະ ລົດພັງເສຍຫາຍ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/cement-blast-10062019112820.html

ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP  ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7u6rg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!