ຮ້ານອາຫານຄົວລາວ ເຜີຍໂສມໜ້າຫ້ອງໂຖງປັບປຸງໃໝ່ ເນື່ອງໃນໂອກາດວັນຄົບຮອບ 25 ປີ

ຮ້ານອາຫານຄົວລາວ ເຊິ່ງມີຊື່ສຽງໃນຖານະໜຶ່ງໃນຮ້ານອາຫານລາວທີ່ໄດ້ຮັບຄວາມນິຍົມທີ່ສຸດ, ສະເຫຼີມສະຫຼອງວັນຄົບຮອບ 25 ປີ ຂອງການກໍ່ຕັ້ງທຸລະກິດ ດ້ວຍການເປີດໂຕສອງຫ້ອງໂຖງທີ່ຫາກໍ່ສຳເລັດການປັບປຸງ ທີ່ບໍລິເວນຊັ້ນສອງຂອງຮ້ານ, ພາຍໃຕ້ໂສມໜ້າໃໝ່ ທີ່ທັນສະໄໝ.ຮ້ານອາຫານພວກເຮົາ ບໍ່ໄດ້ທຳການປັບປຸງຫ້ອງໂຖງຄັ້ງໃຫຍ່ມາດົນແລ້ວ. ພວກເຮົາຮູ້ວ່າເຖິງເວລາແລ້ວ ທີ່ຕ້ອງປັບປຸງການຕົບແຕ່ງ ເພື່ອໃຫ້ເຂົ້າກັບອາຫານຊັ້ນຄຸນນະພາບ, ” ທ່ານນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານລຸ້ນທີ່ສອງ ກ່າວເຜີຍ.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ລາວໄດ້ຮັບໃບຢັ້ງຢືນມໍລະດົກໂລກທົ່ງໄຫຫີນ

ໃນວັນຈັນນີ້ ຄະນະກຳມະການມໍລະດົກໂລກ ຂອງອົງການຢູເນັສ໌ໂກ (UNESCO) ໄດ້ມອບໃບຢັ້ງຢືນການຂຶ້ນທະບຽນມໍລະດົກໂລກທົ່ງໄຫຫີນ ໃຫ້ແກ່ປະເທດລາວ.ທ່ານ ຮສ.ປອ ບໍ່ແສງຄຳ ວົງດາລາ ທູດພິເສດຂອງລັດຖະບານລາວ ເປັນຜູ້ຮັບໃບຢັ້ງຢືນດັ່ງກ່າວໃນກອງປະຊຸມລັດຖະມົນຕີວັດທະນະທຳ ໃນຂອບຂອງກອງປະຊຸມໃຫຍ່ UNESCO ສະໄໝທີ 40 ເຊິ່ງຈັດຂຶ້ນທີ່ນະຄອນປາຣີສ, ຝຼັ່ງ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ວັງວຽງ ກະກຽມຕ້ອນຮັບນັກທ່ອງທ່ຽວ ໃນຊ່ວງລະດູໜາວ

ອຳນາດການປົກຄອງເມືອງວັງວຽງ ແຂວງວຽງຈັນ ຮັບປະກັນຄວາມພ້ອມ ໃນການຕ້ອນຮັບນັກທ່ອງທ່ຽວ ທີ່ຄາດວ່າຈະຫຼັ່ງໄຫຼເຂົ້າມາໃນຊ່ວງລະດູການທ່ອງທ່ຽວທີ່ຈະມາເຖິງນີ້.ທ່ານເຈົ້າເມືອງ ຄຳຜອງ ດວງວິໄລ ໄດ້ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ ວ່າ “ພວກເຮົາກຽມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ໄດ້ກະກຽມສິ່ງອຳນວຍຄວາມສະດວກທຸກຢ່າງ, ເຊັ່ນ ໂຮງແຮມລະດັບສູງ ແລະ ບ້ານພັກ, ລວມເຖິງ ຮ້ານອາຫານ ແລະ ກິດຈະກຳທ່ອງທ່ຽວພັກຜ່ອນຫຼາກຫຼາຍສີສັນ.” “ຈຳນວນນັກທ່ອງທ່ຽວຕອນນີ້ ເລີ່ມຈະເພີ່ມຂຶ້ນແລ້ວ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຈີນ, ເກົາຫຼີໃຕ້ ແລະ ຝຣັ່ງ. ໜຶ່ງໃນສິ່ງອຳນວຍຄວາມສະດວກໃໝ່ທີ່ພວກເຮົາໄດ້ກະກຽມສຳລັບນັກທ່ອງທ່ຽວ ກໍຄື ຂົວຂ້າມນ້ຳຊອງໃໝ່ ເຊິ່ງປະຊາຊົນ ແລະ ນັກທ່ອງທ່ຽວສາມາດນຳໃຊ້ໂດຍບໍ່ເສຍຄ່າ,” ທ່ານກ່າວເພີ່ມເຕີມ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຂວງຈຳປາສັກ ຢູ່ໃນເສັ້ນທາງການຕ້ອນຮັບນັກທ່ອງທ່ຽວໜຶ່ງລ້ານຄົນໃນປີນີ້

ແຂວງຈຳປາສັກ ປະສົບຜົນສຳເລັດໃນການດຶງດູດນັກທ່ອງທ່ຽວ ຜ່ານການຍົກລະດັບດ້ານການບໍລິການ, ເຊິ່ງຈຳນວນນັກທ່ອງທ່ຽວໃນລະດູການນີ້ຄາດວ່າຈະມີເກີນ 1 ລ້ານຄົນ.ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌ ວ່າ ທາງແຂວງໄດ້ທຳການຍົກລະດັບມາດຕະຖານໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຜະລິດຕະພັນເຄື່ອງນຸ່ງຫົ່ມລາວ ປະສົບຄວາມຫຍຸ້ງຍາກໃນການຕີຕະຫຼາດສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ເສື້ອຜ້າທີ່ຜະລິດໃນລາວບາງປະເພດ ບໍ່ເປັນທີ່ສົນໃຈຕໍ່ຕະຫຼາດສົ່ງອອກ ເນື່ອງຈາກມີຄຸນນະພາບທີ່ຕ່ຳກວ່າມາດຕະຖານ, ໃນຂະນະທີ່ຜູ້ຜະລິດຫຼາຍເຈົ້າ ແນໃສ່ວາງຈຳໜ່າຍຕາມຕະຫຼາດພາຍໃນເປັນຫຼັກ.“ເສື້ອຜ້າທີ່ພວກເຮົາຜະລິດ ແມ່ນແນໃສ່ກຸ່ມຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ. ພວກເຮົາບໍ່ມີແຜນຜະລິດເພື່ອການສົ່ງອອກເທື່ອ ຍ້ອນວ່າພວກເຮົາບໍ່ມີກຳລັງໃນການຊື້ເຄື່ອງຈັກທີ່ທັນສະໄໝ ແລະ ຍົກລະດັບທັກສະຝີມືແຮງງານ, ເຊິ່ງຕ້ອງໃຊ້ທຶນຮອນອັນມະຫາສານ,” ທ່ານນາງ ສຸພາລິດ ຈັນທະຫຼວງລາດ ເຈົ້າຂອງທຸລະກິດຕັດຫຍິບແຫ່ງໜຶ່ງໃນນະຄອນຫຼວງວຽງຈັນກ່າວ.ອ່ານຕໍ່ ...

ໂຕະຂ່າວ

ພຸດທະສາຊະນິກະຊົນຫຼາຍພັນຄົນ ຮ່ວມພິທີຕັກບາດພຣະທາດຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ພຸດທະສາຊະນິກະຊົນທຸກຊັ້ນຄົນ ຮ່ວມພິທີຕັກບາດທີ່ເດີ່ນພຣະທາດຫຼວງ ໃນຕອນເຊົ້າຂອງວັນຈັນຜ່ານມານີ້ ເຊິ່ງເປັນມື້ສຸດທ້າຍຂອງບຸນນະມັດສະການພະທາດຫຼວງ ບຸນປະເພນີປະຈຳປີຂອງຊາວລາວ.ເຈົ້າໜ້າທີ່ການນຳ, ພ້ອມທັງປະຊາຊົນລາວຈາກທົ່ວປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ເຂົ້າຮ່ວມພິທີຕັກບາດເທໂວທີ່ເດີ່ນພຣະທາດຫຼວງ, ເຊິ່ງມີພະສົງ ແລະ ສາມະເນນຈາກປະເທດລາວ ແລະ ປະເທດເພື່ອນບ້ານ ມາຮັບຖວາຍບິນທະບາດ.ນອກຈາກພິທີຕັກບາດ ປະຊາຊົນລາວຍັງມີການນຸ່ງຖືຊຸດພື້ນເມືອງ ພ້ອມນຳເອົາເຄື່ອງສັກກາລະບູຊາຕ່າງໆ ມາຮ່ວມບູຊາພຣະທາດຫຼວງ.ອ່ານຕໍ່ ...

ວິສິດ ເທບພະລັດ

ລາວ, ຄຸນໝິງ ຮ່ວມສົ່ງເສີມການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ຈະສືບຕໍ່ການຮ່ວມກັນສົ່ງເສີມການທ່ອງທ່ຽວ, ເພື່ອແນໃສ່ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ແລະ ການພົວພັນການຄ້າ.ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວແຂວງຄຸນໝິງ ແລະ ບໍລິສັດທ່ອງທ່ຽວລາວແຮັບປີ້ສາກົນ ຈຳກັດ ໄດ້ຈັດກິດຈະກຳ ໃນອາທິດແລ້ວນີ ທີ່ນະຄອນວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວໃນຄຸນໝິງ.ກິດຈະກຳດັ່ງກ່າວແມ່ນພາຍໃຕ້ການເຂົ້າຮ່ວມຂອງຄະນະຜູ້ແທນຈາກອົງການພັນທະມິດການທ່ອງທ່ຽວຕົວເມືອງມິດຕະພາບສາກົນ ກໍຄືຄະນະນັກທ່ອງທ່ຽວຈີນຈາກຄຸນໝິງ.ອ່ານຕໍ່ ...

ໂຕະຂ່າວ

ມາເລເຊຍຈະສົ່ງເສີມການທ່ອງທ່ຽວໃນງານບຸນທາດຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການທ່ອງທ່ຽວມາເລເຊຍ ຈະໝູນໃຊ້ບຸນນະມັດສະການພະທາດຫຼວງປະຈຳປີ ໃນການໂຄສະນາສົ່ງເສີມການທ່ອງທ່ຽວໃນມາເລເຊຍ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາຢ້ຽມຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ.ອົງການທ່ອງທ່ຽວດັ່ງກ່າວໄດ້ເປີດຮ້ານວາງສະແດງໃນງານບຸນ ເພື່ອເຜີຍແຜ່ຂໍ້ມູນການທ່ອງທ່ຽວ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວຈາກລາວ ເຊິ່ງເປັນໜຶ່ງໃນຕະຫຼາດເປົ້າໝາຍຂອງປະເທດມາເລເຊຍ.ອ່ານຕໍ່ ...

ໂຕະຂ່າວ

ບຸນທາດຫຼວງຈະເນັ້ນສ້າງຈຸດສົນໃຈຕໍ່ພະທາດຫຼວງ, ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະ

ພະທາດຫຼວງ ແລະ ຫໍພະແກ້ວທີ່ຫາກໍ່ໄດ້ຮັບການບູລະນະຈະເປັນສູນກາງຄວາມສົນໃຈ ໃນພິທີທາງສາດສະໜາທີ່ຈັດຂັ້ຶ້ນໃນງານນະມັດສະການທາດຫຼວງ.ພິທີເປີດບຸນດັ່ງກ່າວໄດ້ມີຂຶ້ນໃນຕອນຄ່ຳຂອງວັນອັນຄານນີ້ ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳ ພ້ອມດ້ວຍພັນລະຍາ ແລະ ຄະນະທູຕານຸທູດນາໆປະເທດປະຈຳລາວ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ບຸນນະມັດສະການພະທາດຫຼວງ ຈະວາງສະແດງຜະລິດຕະພັນທ້ອງຖິ່ນ, ຮີດຄອງປະເພນີລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບຸນນະມັດສະການພະທາດຫຼວງເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກນີ້ ຈະເປີດໂອກາດໃຫ້ຫົວໜ່ວຍທຸລະກິດທ້ອງຖິ່ນວາງສະແດງ ຜະລິດຕະພັນໜຶ່ງເມືອງ, ເມືອງຜະລິດຕະພັນ (ODOP) ກໍຄືຮີດຄອງປະເພນີລາວ ສູ່ສາຍຕາຜູ້ເຂົ້າຊົມຈາກທົ່ວໂລກ, ຕາມຮອງເຈົ້າຄອງນະຄອນວຽງຈັນ.ທ່ານ ສີຫຸນ ສິດທິລືໄຊ ໄດ້ໃຫ້ຄຳເຫັນໃນງານຖະແຫຼງຂ່າວ ເຊິ່ງຈັດຂຶ້ນທີ່ທາດຫຼວງ ໃນວັນອັງຄານນີ້ ກ່ຽວກັບລາຍລະອຽດຂອງງານບຸນດັ່ງກ່າວ.ງານບຸນດັ່ງກ່າວຈະປະກອບໄປດ້ວຍຮ້ານວາງສະແດງຜະລິດຕະພັນ ODOP ແລະ ສິນຄ້າການທ່ອງທ່ຽວ 215 ຮ້ານ ທີ່ເດີ່ນພະທາດຫຼວງ ພ້ອມທັງຮ້ານຂາຍເຄື່ອງພາຍໃນ/ຕ່າງປະເທດ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມ, ແລະ ເຄື່ອງຫຼິ້ນຕ່າງໆ ທັງໝົດ 669 ຮ້ານ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LfzpY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!